ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ບຸນຊວງເຮືອທີ່ນະຄອນຫຼວງພະບາງ ຈັດຂຶ້ນເພື່ອຊຸກຍູ້ປີທ່ອງທ່ຽວ ລາວ-ຈີນ
ເວລາອອກຂ່າວ: 2019-08-30 09:19:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 794 | ຄວາມນິຍົມ:



ວັນທີ 29 ສີງຫາ 2019 ນີ້, ທີ່ນະຄອນຫຼວງພະບາງໄດ້ ຈັດງານບຸນຊ່ວງເຮືອປະເພນີປະ ຈຳປີ 2019 ຂຶ້ນໃຫ້ກຽດເຂົ້າຊົມ ມີທ່ານ ອາຊາງ ລາວລີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ ປຶກສາຄະນະບໍລິຫານງານສູນ ກາງພັກ, ພ້ອມດ້ວຍການນຳຂັ້ນ ແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະ ຕ່າງ ປະເທດຕາມແຄມຝັ່ງນ້ຳຄານ ຮ່ວມຊົມ. ທ່ານ ຈັນສຸກ ພັນໂດລັກ ເຈົ້າ ນະຄອນ ຫຼວງພະບາງ ກ່າວເປີດ ພິທີຢ່າງເປັນທາງການວ່າ: ເປັນ ປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ ມີການຊ່ວງເຮືອປະເພນີ ເນື່ອງ ໃນໂອກາດບຸນຫໍ່ເຂົ້າປະດັບດິນ, ອັນເປັນປາງບຸນໜຶ່ງ ທີ່ໄດ້ສືບ ທອດກັນມາແຕ່ດຶກດຳບັນ ແລະ ຍັງຄົງຮັກສາໄດ້ຮີດຄອງປະເພນີ ທີ່ເປັນເອກະລັກອັນດັ້ງເດີມ, ພິ ເສດປີນີ້ ໄດ້ຈັດໃຫ້ເປັນກິດຈະ ກຳສົ່ງເສີມການທ່ອງທ່ຽວ ເນື່ອງໃນໂອກາດປີທ່ອງທ່ຽວ ລາວ-ຈີນ 2019. ບຸນຊ່ວງເຮືອໃນປີນີ້ ຄະນະ ພັກ-ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ເສີມຂະຫຍາຍ ໃຫ້ກວ້າງຂວາງ ໂດຍໄດ້ອະນຸ ຍາດໃຫ້ເຮືອຊ່ວງຈາກທ້ອງຖິ່ນ ອື່ນ ເຂົ້າຮ່ວມມາແຂ່ງຂັນແຕ່ ຕ້ອງປະຕິບັດຕາມກົດລະບຽບ ທີ່ຄະນະກຳມະການຈັດການ ແຂ່ງຂັນວາງໄວ້ ໃນນັ້ນ, ມີເຮືອ ຊ່ວງຈາກບັນດາບ້ານພາຍໃນ ນະຄອນຫຼວງພະບາງ, ຕາງ ໜ້າຈາກເມືອງອ້ອມຂ້າງ, ພິເສດ ແມ່ນມີເຮືອຊ່ວງຈາກນະຄອນ ຫຼວງວຽງຈັນ ແລະ ແຂວງໄຊຍະ ບູລີ ເຂົ້າຮ່ວມແຂ່ງຂັນທັງໝົດ 31 ລໍາ ໂດຍຈະແຂ່ງຂັນໃນຮູບ ແບບເສຍສອງຄັ້ງແລ້ວຄັດອອກ ພ້ອມທັງຈັດອັນດັບສ່ວນເຮືອ ທີ່ເສຍຄັ້ງໜຶ່ງແມ່ນສາມາດຊີງ ຂຶ້ນໄປເຖິງຮອບຊີງຊະນະເລີດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ