ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ປະທານ ໄກສອນ ພົມວິຫານ ຍືນ​ຍົງ​ໃນ​ພາລະກິດ​ປະຕິວັດ​ຕະຫຼອດ​ໄປ
ເວລາອອກຂ່າວ: 2025-12-04 09:21:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3608 | ຄວາມນິຍົມ:



ເພື່ອ​ເປັນ​ການ​ທົບ​ທວນ​ຫວນ​ຄືນ​ມູນເຊື້ອ, ປະຫວັດສາດ, ຄຸນງາມຄວາມດີຂອງ​ປະທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາ​ຮົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ພໍ​ມາ​ຮອດ​ວັນ​ທີ 13 ທັນວາ ຂອງ​ທຸກໆ ປີ, ທົ່ວ​ພັກ, ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ​ລາວ​ບັນດາເຜົ່າ​ໃນ​ທົ່ວ​ປະເທດ ໄດ້​ພ້ອມ​ກັນ​ກະກຽມ​ສະ ເຫຼີມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ ແລະ ປີ​ຊາ​ສາມາດ, ສະຫຼາດ​ສ່ອງ​ໃສ​ຂອງ​ພັກ-ລັດ ແລະ ປະຊາຊົນ​ລາວ. ສຳລັບ​ປີ 2025 ນີ້, ວັນ​ຄ້າຍວັນ​ເກີດຂອງ​ປະທານ ໄກສອນ ພົມວິຫານ ໄດ້​ໝູນວຽນ​ມາ​ບັນຈົບ​ ຄົບຮອບ 105 ປີ​ພໍ ດີ ແລະ ກໍ​ນອນ​ຢູ່​ໃນ​ທ່າມກາງ​ບັນຍາກາດທີ່​ປະຊາຊົນ​ລາວ​ໃນ ​ທົ່ວ​ປະເທດ ພວມ​ເບີກບານ​ມ່ວນ ຊື່ນ​ຕໍ່​ຜົນງານ ແລະ ຜົນສຳເລັດ​ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດຊາດ ຕະຫຼອດ​ໄລຍະ 50 ປີ​ທີ່​ຜ່ານມາ ແລະ ແຂ່ງຂັນ​ສ້າງ​ຜົນງານ​ຂໍ່າ ນັບ​ຮັບ​ຕ້ອນ ກອງ​ປະຊຸມ​ໃຫຍ່ ຄັ້ງ ​ທີ XII ຂອງ​ພັກ​ປະຊາຊົນ​ປະຕິ ວັດ​ລາວ ທີ່​ຈະ​ໄຂ​ຂຶ້ນ​ໃນຕໍ່ໜ້າ​ນີ້ ຢ່າງ​ເປັນ​ຂະ​ບວນ​ກວ້າງຂວາງ. ປະທານ ໄກສອນ ພົມວິຫານ ກຳເນີດ ແລະ ເຕີບ​ໃຫຍ່ໃນ​ຄອບ ຄົວ​ທີ່​ກ້າວໜ້າ, ໃນສະພາວະທີ່ ປະເທດ​ຊາດ​ຕົກ​ເປັນ​ຫົວ​ເມືອງ ​ຂຶ້ນ​ຂອງ​ຕ່າງ​ຊາດ ແລະ ປະຊາ ຊົນຕົກ​ຢູ່​ໃນ​ຄວາມ​ລຳບາກ​ຍາກ​ເຂັນ​ນັ້ນ, ປະທານໄດ້​ມີ​ຄວາມ​ຕື່ນ​ຕົວ​ປະຕິວັດ ໂດຍ​ໄດ້​ຮ່ວມມື​ ກັບ​ເພື່ອນ​ສະຫາຍ​ຈຳນວນ​ໜຶ່ງ ທີ່​ມີ​ນໍ້າໃຈ​ຮັກ​ຊາດ​ຊອກ​ຫາ​ເສັ້ນ ທາງ​ທີ່​ຖືກຕ້ອງ ເພື່ອ​ປົດ​ປ່ອຍປະ​ເທດ​ຊາດອອກ​ຈາກ​ແອກຄອບ ​ຄອງ​ຂອງ​ຈັກກະພັດ​ຕ່າງ​ດ້າວ. ພາຍຫຼັງ​ທີ່​ປະທານ ໂຮ່​ຈີ​ມິນ ໄດ້​ນຳ​ເອົາ​ລັດທິ​ມາກ-ເລ​ນິນ ເຂົ້າ​ສູ່​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ ຂອງ​ປະຊາຊົນ ສາມ​ຊາດ​ອິນດູ ຈີນ​ແລ້ວ, ປະທານ ໄກສອນ ພົມວິຫານ ກໍ​ຊອກ​ເຫັນ​ເສັ້ນທາງ​ທີ່​ຖືກຕ້ອງ ເພື່ອ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ່ານ​ໄດ້​ປຸກລະດົມ​ເຕົ້າໂຮມ​ຄວາມ​ສາມັກຄີ​ບັນດາເຜົ່າ ແລະ ຊັ້ນ​ຄົນ​ຕ່າງໆຢ່າງ​ກວ້າງຂວາງ, ສົມທົບ​ກັບ​ການ​ຕໍ່ສູ້​ທາງ​ດ້ານ​ການເມືອງ, ການ​ທະຫານ ແລະ ການ​ຕ່າງປະເທດ​ຢ່າງແໜ້ນ​ແຟ້ນ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ​ໃນ​ລະດັບ​ສູງ, ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ​ ຢ່າງ​ກວ້າງຂວາງ​ຂອງ​ສາກົນ ດຳເນີນ​ການ​ຕໍ່ສູ້​ດ້ວຍ​ຄວາມທົນ ​ທານ, ກ້າແກ່ນ, ຍາດ​ເອົາ​ໄຊຊະ ນະ​ເປັນ​ແຕ່​ລະ​ກ້າວໆ ແລະ ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ຢ່າງ​ສົມ ບູນ. ທ່ານ​ໄດ້​ຮ່ວມ​ມື​ກັບ​ນັກ​ປະ ຕິວັດ​ອາວຸໂສ​ຂອງ​ພັກ​ເຮົາ ຈັດ​ຕັ້ງ​ແນວ​ລາວ​ອິດສະຫຼະ ເຊິ່ງ​ແມ່ນ​ຕົ້ນ​ກຳເນີດ​ຂອງ​ແນວ​ລາວ​ຮັກ​ຊາດ ກໍ​ຄື ແນວ​ລາວ​ສ້າງ​ຊາດ​ໃນ​ປັດຈຸບັນ, ໄດ້​ກໍ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ເຊິ່ງ​ແມ່ນ​ພັກ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລາວ ໂດຍ​ຖື​ເອົາ​ລັດທິ​ມາກ-ເລ​ນິນ ເປັນ​ເຂັມ​ຊີ້​ທິດ​ໃນ​ການເຄື່ອນໄຫວ​ຂອງ​ພັກ, ນຳພາ​ດຳເນີນ​ການ​ຕໍ່ສູ້​ຈົນ​ເຖິງ​ໄຊຊະນະ​ຢ່າງ​ສົມບູນ, ກ້າວ​ຂຶ້ນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ເຊິ່ງ​ແມ່ນ​ລັດ​ທີ່​ເປັນ​ຕົວ​ແທນ​ອັນ​ແທ້​ຈິງ​ແຫ່ງ​ສິດຜົນປະໂຫຍດ​ຂອງ​ປະຊາຊົນ, ໄດ້​ຮັບ​ການ​ອູ້ມຊູ​ສະໜັບສະໜູນ​ຈາກ​ປະຊາຊົນ​ລາວ​ບັນດາເຜົ່າ. ຕະຫຼອດ​ຊີວິດ​ແຫ່ງ​ການ​ຕໍ່ສູ້​ອັນ​ລຳບາກ​ຍາວ​ນານ​ຂອງ​ຕົນ, ປະທານ ໄກສອນ ພົມວິຫານ ໄດ້​ສົມທົບ​ກົມກຽວ​ລັດທິ​ຮັກ​ຊາດ​ອັນ​ແທ້​ຈິງ ກັບ​ລັດ ທິ​ສາກົນ​ອັນ​ຜ່ອງ​ໃສ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ, ຄວາມ​ກ້າວໜ້າ​ທາງ​ສັງຄົມ, ໃນ​ການ​ເສີມ​ສ້າງ​ມິດຕະພາບ ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ປະ ເທດ​ເຮົາ ກັບ​ບັນດາ​ປະເທດ​ໃກ້​ຄຽງ ແລະ ບັນດາ​ປະຊາ​ຊາດ​ໃນ​ໂລກ. ພາຍຫຼັງ​ປະເທດ​ຊາດໄດ້​ຮັບ​ການ​ປົດ​ປ່ອຍປະ​ທານ ໄກສອນ ພົມວິຫານ ຈຶ່ງ​ໄດ້​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ຮ່ວມ​ກັບ​ໝູ່​ຄະ​ນະວາງ​ແນວທາງຂອງ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່​ຢ່າງ​ຖືກຕ້ອງ ບົນ​ຈຸດໝາຍ​ກ້າວ​ຂຶ້ນ​ສູ່​ຄວາມ​ວັດທະນະ​ຖາວອນ, ໂດຍ​ຖື​ເອົາ 2 ໜ້າທີ່​ຍຸດ​ທະ​ສາດ ເປັນ​ພາລະກິດ​ອັນ​ສຳຄັນ​ຂອງ​ທົ່ວ ພັກ​ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ ເຊິ່ງ​ເພິ່ນ​ໄດ້​ຊີ້​ນຳ-ນຳພາ​ການຈັດຕັ້ງ​ປະຕິບັດ​ຢ່າງ​ຈົດຈໍ່ ເຮັດ​ໃຫ້​ວຽກ​ງານ​ອັນ​ໜັກໜ່ວງ ໃນ​ການ​ຮຳບາດແຜ​ຂອງ​ສົງຄາມ ບັນລຸ​ຜົນສຳເລັດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂົ້າ​ສູ່​ຄວາມ​ສະຫງົບ​ປົກກະຕິ, ສ້າງ​ພື້ນຖານ​ອັນ​ຈຳເປັນ​ຕ່າງໆ ສຳລັບ​ການ​ສືບຕໍ່​ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ໃນ​ຕໍ່​ໄປ. ໂດຍ​ມີ​ຄວາມ​ສະດຸ້ງ​ໄວ​ຕໍ່ບັນ ຫາ, ກຳ​ແໜ້ນ​ສະຖານະ​ການຂອງ ​ປະເທດ ແລະ ການ​ນຳ​ໃຊ້​ບົດ ຮຽນ​ຂອງ​ປະເທດ​ເພື່ອນ​ມິດ, ປະ ທານ ໄກສອນ ພົມວິຫານ ໄດ້​ນຳ ພາ​ລິ​ເລີ່ມ​ພາລະກິດ​ປ່ຽນແປງ​ໃໝ່​ຢູ່​ປະເທດ​ເຮົາ. ພ້ອມ​ກັນ​ນັ້ນ, ເພິ່ນ​ກໍ​ໄດ້​ສຸມ​ຈິດ​ສຸມ​ໃຈ​ເຂົ້າ​ໃສ່​ການ​ຊີ້​ນຳ-ນຳພາ​ການຈັດຕັ້ງ​ປະຕິບັດ ໃຫ້​ດຳເນີນ​ໄປ​ຢ່າງ​ມີ​ຫຼັກການ ດ້ວຍ​ບາດກ້າວ​ອັນ​ເໝາະ​ສົມ, ໜັກ​ແໜ້ນ ແລະ ໄດ້​ຮັບ​ໝາກຜົນ​ທີ່​ໜ້າ​ພາກພູມ​ໃຈ, ສາມາດ​ຖອດ​ຖອນ​ໄດ້​ບົດຮຽນ​ຈາກ​ພຶດຕິ​ກຳ. ປະທານ ໄກສອນ ພົມວິຫານ ຍາມ​ໃດ​ກໍ​ເອົາໃຈໃສ່​ຈົດຈໍ່​ຕໍ່​ການ​ເພີ່ມ​ທະວີ​ບົດບາດ ແລະ ການ​ປ່ຽນແປງ​ແບບແຜນ, ວິທີ​ນຳພາ​ຂອງ​ພັກ​ໃນ​ເງື່ອນໄຂ​ທີ່​ພັກ​ໄດ້​ກຳ​ອຳນາດ. ຍາມ​ໃດ​ເພິ່ນ​ກໍ​ຖື​ສຳ ຄັນ​ການ​ກໍ່ສ້າງ ແລະ ປັບປຸງ​ພັກ​ດ້ານ​ການເມືອງ-ແນວ​ຄິດ ແລະ ການຈັດຕັ້ງ. ເພີ່ມ​ທະວີ​ວຽກງານ ​ສຶກ​ສາ​ອົບຮົມ, ເຝິກຝົນ​ທົດ​ສອບ​ສະມາຊິກ​ພັກໃຫ້​ຮັກສາ​ທາດ​ແທ້​ຂອງ​ຊົນ​ຊັ້ນ​ກຳມະກອນ ແລະ ທັດ ສະນະ​ປະຕິວັດ​ຂອງ​ພັກ, ສ້າງ​ໃຫ້​ພັກ​ເຕີບ​ໃຫຍ່​ທຽມ​ທັນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ໃນ​ແຕ່​ລະ​ໄລຍະ. ປະທານ ໄກສອນ ພົມວິຫານ ຍາມ​ໃດ​ກໍ​ເປັນ​ແບບຢ່າງ​ໃນ​ການ​ດຳລົງ​ຊີວິດ​ທີ່​ຜ່ອງ​ໃສ, ງ່າຍດາຍ​ມີ​ມານະ​ຈິດ​ບຸກ​ບືນ​ຊອກ​ຮູ້​ອັນ​ໃໝ່, ເພິ່ນ​ເປັນ​ຜູ້​ມີ​ທັດສະນະ​ມະ ຫາຊົນ​ທີ່​ຖືກຕ້ອງ ແລະ ໄດ້​ເຄື່ອນ​ໄຫວ​ຕິດ​ພັນ​ກັບ​ຊີວິດ​ຕົວ​ຈິງ​ຂອງ​ມະຫາຊົນ, ໄດ້​ເອົາໃຈໃສ່​ຢ່າງ​ບໍ່​ລົດ​ລະ ຕໍ່​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ ຂອງ​ທົ່ວ​ປວງ​ຊົນ​ໃນ​ຊາດ ຕິດ​ພັນ​ແໜ້ນ​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ ຂອງ​ອົງ​ການຈັດຕັ້ງ​ມະຫາຊົນ. ອຸດົມ​ຄະຕິ ແລະ ການ​ອຸທິດ​ຂອງ​ປະທານ ໄກສອນ ພົມວິຫານ ຍາມ​ໃດ​ກໍ​ຕິດ​ພັນ​ສະໜິດ​ແໜ້ນ ກັບ​ການເຄື່ອນໄຫວ​ນຳພາ​ຂອງ​ພັກ​ເຮົາ. ພວກ​ເຮົາ​ຈຶ່ງ​ສືບຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ມໍລະດົກ​ອັນ​ລ້ຳ​ຄ່າ​ທີ່​ປະທານ ໄກສອນ ພົມວິຫານ ໄດ້​ສ້າງ​ໄວ້ ເຮັດ​ໃຫ້​ອຸດົມ​ຄະຕິ​ຂອງ​ເພິ່ນຍືນ​ຍົງ​ໃນ​ພາລະກິດ​ປະຕິວັດ​ຕະຫຼອດ​ໄປ. ເພື່ອ​ຈາລຶກ​ຄຸນງາມຄວາມດີ ແລະ ສະແດງ​ເຖິງ​ຄວາມ​ຮັກ, ຄວາມ​ເຄົາລົບ​ຕໍ່​ອຸດົມ​ຄະຕິ​ປະຕິ ວັດ​ຂອງ​ປະທານ ໄກສອນ ພົມວິ ຫານ, ເວລາ​ນີ້​ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ທົ່ວ​ພັກ, ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ​ເຮົາ ຕ້ອງໄດ້ເພີ່ມ ທະວີ​ກ້ອນ​ກຳລັງ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາ ເພື່ອ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດໃຫ້​ຮັ່ງມີ​ເຂັ້ມແຂງ, ສືບຕໍ່​ເຮັດ​ໃຫ້​ປະເທດ​ຊາດມີ​ສະຖຽນ​ລະ​ພາບ​ທາງ​ການເມືອງ, ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ເປັນ​ລະ ບຽບ​ຮຽບ​ຮ້ອຍ​ທາງສັງຄົມ, ສ້າງ​ສະພາບ​ແວດ​ລ້ອມອຳນວຍ​ໃຫ້​ແກ່​ການ​ພັດທະນາ​ປະເທດ​ຊາດ, ເຮັດ​ໃຫ້​ເສດຖະກິດ-ສັງຄົມ ມີ​ຈັງຫວະ​ການ​ຂະຫຍາຍຕົວ​ຕໍ່​ເນື່ອງ ແລະ ໄວ​ຂຶ້ນ​ກວ່າເກົ່າ, ປັບປຸງ ແລະ ຍົກ​ສູງ​ຊີວິດ​ການ ​ເປັນ​ຢູ່​ຂອງ​ປະຊາຊົນ, ພະນັກ ງານ, ທະຫານ ແລະ ຕຳຫຼວດໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ເຮັດ​ໃຫ້​ປະເທດ​ຊາດຮັ່ງມີ​ເຂັ້ມແຂງ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ມີ​ປະຊາທິປະໄຕ, ຍຸຕິ​ທຳ ແລະ ສີ ວິໄລຢ່າງ​ບໍ່​ຢຸດ​ຢັ້ງ. ແນວຄິດ, ອຸດົມ​ການ, ຊື່​ສຽງ ແລະ ຄຸນ ງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຈະ​ບໍ່​ມີ​ວັນ​ຫ່າງ​ຫາຍ​ໄປ​ຈາກ​ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ຕາບ​ຊົ່ວ​ກາລະ​ນານ. ໂດຍ: ບຸນ​ນ້ອຍ ສີ​ລາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ