
ສະຫຼອງວັນຊາດຫວຽດນາມ ຄົບຮອບ 74 ປີ
ເວລາອອກຂ່າວ: 2019-09-03 09:29:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 376 | ຄວາມນິຍົມ:
ໃນວັນທີ 30 ສິງຫານີ້,
ສະຫາຍ ຫງວຽນ ບາ ຮຸ່ງ ເອກ
ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງສະ
ຫຼອງເນື່ອງໃນໂອກາດວັນຊາດ ຫວຽດນາມ ຄົບຮອບ 74 ປີ
(2/9/1945-2/9/2019) ໂດຍໃຫ້ກຽດເຂົ້າຮ່ວມຂອງສະ
ຫາຍ ຄຳພັນ ພົມມະທັດ ກຳມະ
ການກົມການເມືອງສູນກາງ ພັກ, ຫົວໜ້າຫ້ອງວ່າການສູນ ກາງພັກ, ສະຫາຍ ສອນໄຊ ສີ
ພັນດອນ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍບັນດາ ສະຫາຍການນຳພັກ-ລັດ ຕະ ຫຼອດຮອດທູຕານຸທູດ ແລະ ແຂກ ຖືກເຊີນເຂົ້າຮ່ວມ.
ໃນພິທີ ສະຫາຍເອກອັກຄະ
ລັດຖະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສສ ຫວຽດນາມ ກໍໄດ້ ຂຶ້ນກ່າວໃນງານລ້ຽງຄັ້ງນີ້ວ່າ: ພາຍຫຼັງດຳເນີນການປ່ຽນແປງໃໝ່ມາເປັນເວລາ 30 ກວ່າປີ, ປະ
ເທດຊາດຫວຽດນາມບັນລຸໄດ້
ຫຼາຍຜົນງານໃຫຍ່ຫຼວງ, ໄດ້ຮັບ ການຮັບຮູ້ ແລະ ຕີລາຄາສູງຈາກ
ວົງຄະນາຍາດສາກົນວ່າເປັນ ແບບຢ່າງໜຶ່ງຂອງພື້ນຖານເສດ
ຖະກິດທີ່ມີການຫັນປ່ຽນທີ່ປະ ສົບຜົນສຳເລັດໃນການພັດທະ ນາ, ການເຕີບໂຕສະເລ່ຍຂອງ ເສດຖະກິດຫວຽດນາມໃນໄລຍະ 10 ປີຄືແຕ່ປີ 2007 - 2017 ບັນລຸລະດັບ 6% ຕໍ່ປີ, ໃນປີ 2018 ການເຕີບໂຕຂອງ GDP ບັນລຸ 7,08%, ໃນ 6 ເດືອນຕົ້ນປີ 2019 ການເຕີບໂຕ ຂອງ GDP ບັນລຸ 6,76% ຫວຽດ ນາມຕິດອັນດັບໃນລາຍຊື່ຂອງ WB, ADB, UN, ກ່ຽວກັບດັດ ຊະນີນະວັດຕະກຳໂລກ (GII) ກໍຄືລາຍຊື່ຈັດອັນດັບກ່ຽວກັບສະ ພາບແວດລ້ອມແຫ່ງການດຳເນີນ ທຸລະກິດສືບຕໍ່ເລື່ອນຂຶ້ນ ແລະ ADB ໄດ້ຄາດຄະເນວ່າພື້ນຖານ ເສດຖະກິດຂອງຫວຽດນາມຈະ ມີການເຕີບໂຕສູງທີ່ສຸດຢູ່ໃນ ພາກພື້ນອາຊີຕາເວັນອອກສ່ຽງ ໃຕ້ໃນປີ 2019 ຄືແມ່ນປະມານ 6,8%, ການປ້ອງຊາດ-ປ້ອງ ກັນຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ ໄດ້ຮັບການຮັກສາໄວ້ໄດ້ຢ່າງ ໝັ້ນຄົງ, ສະເພາະໃນ 6 ເດືອນ ຕົ້ນປີນີ້ມີນັກທ່ອງທ່ຽວຕ່າງປະ ເທດເຂົ້າມາຫວຽດນາມ 10 ລ້ານ ກວ່າຄົນ, ຄາດວ່າໝົດປີຈະບັນລຸ 15-17 ລ້ານຄົນ, ປັດຈຸບັນຫວຽດ ນາມໄດ້ສ້າງສາຍພົວພັນເປັນຄູ່ ຮ່ວມມືຍຸດທະສາດກັບ 13 ປະ ເທດ, ເປັນຄູ່ຮ່ວມມືຮອບດ້ານກັບ 11 ປະເທດ. ຫວຽດນາມແມ່ນປະ ເທດດຽວຢູ່ໃນອາຊຽນໄດ້ສ້າງ ຕັ້ງການພົວພັນຄູ່ຮ່ວມມືຍຸດທະ ສາດແລະຮອບດ້ານກັບ 5 ປະ ເທດທີ່ເປັນກຳມະການປະຈຳ ຂອງສະພາຄວາມໝັ້ນຄົງສະຫະ ປະຊາຊາດ, ສະຫາຍທູດໄດ້ກ່າວ ອີກວ່າ:ປະຊາຊົນຫວຽດນາມ ຍາມໃດກໍຈາລຶກໄວ້ໃນສ່ວນເລິກ ຂອງຫົວໃຈຕໍ່ການສະໜັບສະໜູນ ອັນປະເສີດຂອງບັນດາປະເທດ ເພື່ອນມິດສາກົນ,ພິເສດແມ່ນ ການຊ່ວຍເຫຼືອອັນໃຫຍ່ຫຼວງໝົດ ຈິດໝົດໃຈຂອງປະຊາຊົນລາວ ອ້າຍນ້ອງທີ່ໄດ້ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືໃນການສ້າງ ສາພັດທະນາປະເທດຊາດໃນ ປັດຈຸບັນ, ໃນໂອກາດສະຫງ່າ ລາສີຂ້າພະເຈົ້າສະແດງຄວາມຂອບໃຈບັນດາປະເທດເພື່ອນ ມິດສາກົນທີ່ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫຼືອຫວຽດ ນາມ. ຂໍອວຍພອນບັນດາສະຫາຍ ການນຳຂອງລາວຈົ່ງມີສຸຂະພາບ ເຂັ້ມແຂງພາລະນາໄມສົມບູນ, ມີ ຄວາມຜາສຸກ ແລະ ສືບຕໍ່ນຳພາ ປະເທດລາວກ້າວສູ່ຄວາມສີວິ ໄລ, ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີປອງດອງຮັ່ງມີ ຜາສຸກ, ອວຍພອນໃຫ້ປະເທດ ລາວອ້າຍນ້ອງຈົ່ງມີສັນຕິພາບ ແລະຄວາມຮຸ່ງເຮືອງສີວິໄລຕະ ຫຼອດການ, ອວຍພອນໃຫ້ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ
ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວຈົ່ງນັບມື້ແຕກ ດອກອອກຜົນ ແລະ ຍືນຍົງຕະ ຫຼອດການ.
ໂດຍ: ພູວຽງຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ