ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຫົວໜ້າການເມືອງກອງພົນທີ 4 ເຂົ້າອວຍພອນຫົວໜ້າກົງສູນໃຫຍ່ ຫວຽດນາມ ຄົນໃໝ່ປະຈຳແຂວງສະຫວັນນະເຂດ
ເວລາອອກຂ່າວ: 2019-09-04 10:56:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ທ້າຍເດືອນກໍລະກົດຜ່ານ ມານີ້, ຫົວໜ້າການເມືອງກອງພົນ ທີ 4 ເຂົ້າອວຍພອນ ຫົວໜ້າກົງ ສູນໃຫຍ່ຫວຽດນາມຄົນໃໝ່ປະ ຈຳ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ. ນໍາໂດຍ ສະ ຫາຍ ພັນເອກ ສົມຈິດ ກິດຕິຍະ ລາດ ເລຂາຄະນະພັກກອງພົນ ຫົວໜ້າການເມືອງກອງພົນທີ 4 ພ້ອມຄະນະໄດ້ນຳເອົາກະຕ່າ ດອກໄມ້, ຂອງຂັວນເຂົ້າອວຍ ພອນຫົວໜ້າກົງສູນໃຫຍ່ຫວຽດ ນາມຄົນໃໝ່ ເປັນກຽດຕ້ອນຮັບ ໂດຍ ສະຫາຍ ບູແອັງຢຸ້ງ ຫົວ ໜ້າກົງສູນໃຫຍ່ຫວຽດນາມຄົນ ໃໝ່ພ້ອມຄະນະ. ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ໄດ້ສະແດງຄວາມ ຊົມເຊີຍ ແລະ ຂໍອວຍພອນໄຊ ອັນປະເສີດ ແດ່ການນຳພັກ-ລັດ ຕະຫຼອດຮອດພະນັກງານກົງ ສູນໃຫຍ່ຫວຽດນາມ ປະຈໍາ ແຂວງສະຫັວນນະເຂດຈົ່ງມີສຸ ຂະພາບເຂັ້ມແຂງ, ຂໍສະແດງ ຄວາມພາກພູມໃຈນໍາພະນັກ ງານ, ການນໍາພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມທີ່ ໄດ້ສ້າງຜົນງານອັນໃຫຍ່ຫຼວງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ. ພ້ອມທັງຊົມ ເຊີຍ ແລະ ຕ້ອນຮັບ ສະຫາຍ ບູ ແອັງຢຸ້ງ ໃນການມາຮັບໜ້າທີ່ ໃໝ່ໃນຄັ້ງນີ້ ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ສະແດງຄວາມ ຊົມເຊີຍຕໍ່ວັນຄ້າຍວັນສະຖາປາ ນາ ສາທາລະນະລັດ ສັງຄົມນິ ຍົມຫວຽດນາມຄົບຮອບ 74 ປີ, ທີ່ຈະມາເຖິງນີ້ອີກດ້ວຍ. ໃນຕອນທ້າຍ ສະຫາຍ ບູແອັງ ຢຸ້ງ ໄດ້ສະແດງຄວາມຂອບອົກ ຂອບໃຈນໍາ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ພ້ອມຄະ ນະ, ທີ່ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນມາອວຍ ພອນໃນຄັ້ງນີ້, ຕາງໜ້າໃຫ້ກົງ ສູນໃຫຍ່ປະຈຳແຂວງສະຫວັນ ນະເຂດ ແລະ ການນໍາພັກ-ລັດ, ປະຊາຊົນຫວຽດນາມ. ຂໍສະ ແດງຄວາມຮູ້ບຸນຄຸນອັນຍິ່ງໃຫຍ່ ລະຫວ່າງສອງຊາດ ສອງກອງ ທັບລາວ-ຫວຽດນາມ, ທີ່ເຄີຍ ຮ່ວມຂຸມຄອງດຽວກັນໃນໄລ ຍະການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ຈົນໄດ້ຮັບໄຊຊະນະ, ດັ່ງນັ້ນ, ໃນນາມຕາງໜ້າໃຫ້ການນຳ ພັກ-ລັດ ແລະ ພະນັກງານກົງ ສູນໃຫຍ່ປະຈຳແຂວງສະຫວັນ ນະເຂດກໍຄືພັກ-ລັດ ແລະ ປະ ຊາຊົນຫວຽດນາມຈະຮ່ວມມື ພົວພັນຊ່ວຍເຫຼືອກອງພົນທີ 4, ເພື່ອຮັດແໜ້ນຄວມສາມັກຄີ ໄມຕີຈິດມິດຕະພາບພິເສດເວົ້າ ລວມ, ເວົ້າສະເພາະ ສອງກອງທັບ ລາວ-ຫວຽດນາມໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ. ໂດຍ: ອານຸສັກ ຈູມມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ