ຮອງຫົວໜ້າກົມກໍ່ສ້າງຮາກຖານ ລົງຊຸກຍູ້, ຊີ້ນຳວຽກງານກໍ່ສ້າງຮາກຖານ ຢູ່ແຂວງບໍລິຄຳໄຊ
ເວລາອອກຂ່າວ: 2025-12-16 15:43:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 628 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 11-12 ທັນວາ 2025 ນີ້, ສະຫາຍ ພັນເອກ ຄອນວິໄລ ທຳມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ໄດ້ລົງຊຸກຍູ້, ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ, ກອງພັນໃຫຍ່ 584, ຫ້ອງການຈຸດສຸມຄັງວຽງ-ພາກສະໜາມ ແລະ ກອງປະຕິບັດງານ 211, ໂດຍການຕ້ອນຮັບຂອງ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ ທີ່ກ່ຽວຂ້ອງ ຂອງແຕ່ລະພາກສ່ວນເຂົ້າຮ່ວມ.
ການລົງກວດກາ, ຊີ້ນຳ, ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ແຕ່ລະບ່ອນໃນຄັ້ງນີ້ ແມ່ນເປັນການລົງໃກ້ຊິດຕິດແທດກັບພະນັກງານກໍ່ສ້າງຮາກຖານ ທີ່ເຮັດໜ້າທີ່ຢູ່ເຂດຫຼໍ່ແຫຼມ, ຫ່າງໄກສອກຫຼີກ. ເຊິ່ງຢູ່ແຕ່ລະບ່ອນ ໄດ້ຮັບຟັງສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການສືບຕໍ່ໃນຊຸມປີຕໍ່ໜ້າ, ພ້ອມທັງ ຕີລາຄາການຈັດຕັ້ງປະຕິບັດວຽກຕົວຈິງ ໃນການນຳພາ-ຊີ້ນຳວຽກງານ ໃຫ້ແທດເໝາະກັບສະພາບຂອງທ້ອງຖິ່ນ, ປັບປຸງລະບຽບແບບແຜນວິທີເຮັດວຽກ ໃຫ້ມີແບບແຜນທັນສະໄໝຂຶ້ນ.
ໂອກາດນີ້, ສະຫາຍ ພັນເອກ ຄອນວິໄລ ທຳມະວົງສາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງເຮັດໄດ້ ແລະ ເນັ້ນໜັກໃຫ້ບັນດາກົມກອງ ຈົ່ງຮັກສາມູນເຊື້ອການພົວພັນຊ່ວຍເຫຼືອປະຊາຊົນ, ເອົາໃຈໃສ່ລົງກໍ່ສ້າງຮາກຖານຕາມມູນເຊື້ອ, ເອົາໃຈໃສ່ປຸກລະດົມຕາໜ່າງວຽກງານ ປກຊ-ປກສ, ສ້າງຫຼັກແຫຼ່ງແກ່ນສານ, ສືບຕໍ່ປະສານສົມທົບທຸກພາກສ່ວນລົງກໍ່ສ້າງຮາກຖານຢ່າງແຂງແຮງ, ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ເປັນເຈົ້າການຕໍ່ວຽກງານ ປກຊ-ປກສ, ຊຸກຍູ້ສົ່ງເສີມວຽກງານເສດຖະກິດ, ວັດທະນະທຳ-ສັງຄົມ, ປັບປຸງລະບົບປະຊາທິປະໄຕຂັ້ນຮາກຖານ, ສ້າງພະນັກງານຫຼັກແຫຼ່ງເພື່ອເປັນພະນັກງານສືບທອດປ່ຽນແທນຢູ່ຮາກຖານ, ເອົາໃຈໃສ່ຍົກສູງວຽກງານວິຊາສະເພາະ ເພື່ອຮັບປະກັນໃນວັນບຸນປະເພນີ ຂອງປະຊາຊົນບັນດາເຜົ່າ ໃຫ້ມີຄວາມສະຫງົບໂດຍພື້ນຖານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















