ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2025-12-16 15:49:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1153 | ຄວາມນິຍົມ:



ໃນວັນທີ 16 ທັນວາ 2025 ນີ້, ກອງບັນຊາການທະຫານຊາຍແດນ, ນໍາໂດຍ ສະຫາຍ ພັນໂທ ອິນປອນ ບໍລິບູນ ຫົວໜ້າພະແນກໂຄສະນາ ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ແລະ ອານຸສອນສະຖານປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫລີມສະຫຼອງ 3 ວັນ ປະຫວັດສາດ. ສະຫາຍ ພັນໂທ ອິນປອນ ບໍລິບູນ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ການເຂົ້າຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ຄັ້ງນີ້ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ກໍຄື ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ພ້ອມນັ້ນ, ກໍເປັນການປູກຝັງໃຫ້ພະນັກງານ-ນັກຮົບ ຮຸ່ນສືບທອດໄດ້ຫວນຄືນເຖິງເຫດການປະຫວັດສາດລາວ ໃນແຕ່ລະໄລຍະ ທີ່ລະອິດລະອ້ຽວ ໂດຍສະເພາະແມ່ນການກຳເນີດ, ການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຜ່ານການຊົມຟີມຮູບເງົາ, ຮູບພາບ, ວັດຖຸພັນ, ເອກະສານຕ່າງໆ ທີ່ໄດ້ຈັດວາງປະກອບກັບການບັນຍາຍ ຂອງຜູ້ນຳທ່ຽວ ເຮັດໃຫ້ສະມາຊິກຊາວຫໜຸ່ມ, ແມ່ຍິງ ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນ, ສຶກສາເອົາແນວຄິດຄຸນສົມບັດສິນທຳປະຕິວັດ, ໃຫ້ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ເຊື່ອມຊືມບົດຮຽນທາງປະຫວັດສາດມາ ໝູນໃຊ້ເຂົ້າໃນໜ້າທີ່ການເມືອງຕົວຈິງຂອງຕົນ ໃຫ້ມີຜົນສຳເລັດໃນຂະບວນການກໍ່ສ້າງກົມກອງ ໃຫ້ມີລະບຽບແບບແຜນທັນສະໄໝ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລຕະຫຼອດໄປ. ໂດຍ : ສຸກສົງການ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ