ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ບໍລິສັດ PS ເອັນ​ຈີ​ເນຍ​ລິງ​ມອບ​ເຄື່ອງ​ກິລາ 40 ຊຸດ​ ໃຫ້​ກົມ​ເສນາ​ພະ​ລາ​ກົມ​ໃຫຍ່​ພະລາທິການ​ກອງທັບ
ເວລາອອກຂ່າວ: 2025-12-17 08:58:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ວັນ​ທີ 10 ທັນວາ 2025 ນີ້, ທ່ານ ໄຜ່ ສີ​ທອງ ແສນ​ຈົງ​ຮັກ ປະທານ​ບໍລິສັດ PS ເອັນ​ຈີ​ເນຍ​ລິງ ພ້ອມ​ດ້ວຍ​ຄະນະ, ໄດ້​ມອບ​ເຄື່ອງ​ກິລາ​ຈຳນວນ 40 ຊຸດ, ລວມ​ມູນ​ຄ່າ 6.300.000 ກີບ ໃຫ້​ແກ່​ກົມ​ເສນາ​ພະ​ລາ​ກົມ​ໃຫຍ່​ພະລາທິການ​ກອງທັບ, ເຊິ່ງ​ໄດ້​ໃຫ້​ກຽດ​ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ​ປອ ສົມ​ຜິດ ແກ້ວ​ວັນ​ທອງຮອງ​ຫົວໜ້າ​ກົມ​ເສນາ​ພະ​ລາ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ, ພະແນກການ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ຈຸດປະສົງ​ໃນ​ການ​ມາ​ມອບ​ເຄື່ອງ​ກິລາ​ໃນ​ຄັ້ງ​ນີ້, ເພື່ອ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ແລະ ຊຸກຍູ້​ເຂົ້າ​ໃນ​ວຽກ​ການເມືອງ​ຂອງ​ກົມ​ກອງ, ກໍ​ຄື​ການເຄື່ອນ ໄຫວ​ວຽກ​ງານ​ຂະ​ບວນ​ການ​ດ້ານ​ຕ່າງໆ ໃຫ້​ມີ​ບັນ​ຍາດ​ທີ່​ດີ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ສຳຄັນ​ອັນ​ເລິກເຊິ່ງ. ໂອກາດ​ນີ້, ສະຫາຍ ພັນ​ເອກ ​ປອ ສົມ​ຜິດ ແກ້ວ​ວັນ​ທອງ ຮອງ​ຫົວໜ້າ​ກົມ​ເສນາ​ພະ​ລາ​ກົມ​ໃຫຍ່​ພະລາທິການ​ກອງທັບ​ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງ​ຊົມເຊີຍ ແລະ ຂອບໃຈ​ມາ​ຍັງ ທ່ານ ໄຜ່ ສີ​ທອງ ແສນ​ຈົງ​ຮັກ ປະທານ​ບໍລິສັດ PS ເອັນ​ຈີ​ເນຍ​ລິງ ພ້ອມ​ດ້ວຍ​ຄະນະ, ທີ່​ໄດ້​ມາ​ມອບ​ເຄື່ອງ​ກິລາ​ຈຳນວນ 40 ຊຸດ​ໃຫ້​ໃນ​ຄັ້ງ​ນີ້, ຈາກ​ນັ້ນ ກໍ​ໄດ້​ມອບ​ໃບ​ຈາລຶກ​ບຸນຄຸນ ໃຫ້​ແກ່​ບໍລິສັດ PS ເອັນ​ຈີ​ເນຍ​ລິງ ເພື່ອ​ສະ​​ເເດງ​ເຖິງ​ຄຸນງາມຄວາມດີ​ອີກ​ດ້ວຍ ແລະ ໃນ​ວັນ​ທີ 9 ທັນວາ 2025 ຜ່ານ​ມາ​ນີ້, ທ່ານ ອາ​ນຸ​ສອນ​ໄຊ​ຍະ​ວົງ ກໍ​ໄດ້​ອຸປະຖຳ​ມອບ​ວັດຖຸ​ປັດ​ໄຈ​ຈຳນວນ 5.000.000 ກີບ ໃຫ້​ກົມ​ເສນາ​ພະ​ລາ ເພື່ອ​ຊຸກຍູ້​ເຂົ້າ​ໃນ​ວຽກ​ງານ​ວິຊາ​ສະເພາະ​ອີກ​ດ້ວຍ ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ