ກອງພັນນັກຮຽນທີ 2 ວພກ ສະຫຼຸບວຽກງານຮອບດ້ານປະຈຳປີ 2025
ເວລາອອກຂ່າວ: 2025-12-17 09:03:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 134 | ຄວາມນິຍົມ: ![]()
ໃນວັນທີ 9 ທັນວາ 2025 ຜ່ານມານີ້, ກອງພັນນັກຮຽນທີ 2 ວິທະຍາ ຄານພະລາທິການກອງທັບ (ວພກ) ໄດ້ສະຫຼຸບການເຄື່ອນໄຫວວຽກງານຮອບ
ດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບົວທອງ ສໍປັນຍາ ຫົວ ໜ້າການທະຫານກອງພັນນັກ
ຮຽນທີ 2, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ
ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ສະຫາຍ ພັນໂທ ລິດທິເດດ ຂຸນບູລົມ ຮອງຫົວໜ້າການທະຫານ ກອງພັນນັກຮຽນທີ 2 ວພກ ໄດ້ຂຶ້ນຜ່ານບົດສະຫຼຸບທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ ແລະ ບາງບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂ, ໃນໄລຍະ 1 ປີທີ່ຜ່ານມາ ກອງພັນນັກຮຽນທີ 2 ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກດ້ວຍການຈັດຕັ້ງປະຕິບັດ, ຜັນຂະຫຍາຍມະຕິ, ຄຳສັ່ງຕ່າງໆ
ຂອງພັກ-ລັດ, ລະບຽບການຂອງກອງທັບດ້ວຍຫຼາຍຮູບການ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງຖືກຕ້ອງ, ເຮັດໃຫ້ກົມກອງ
ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ລົງເລິກໃກ້ຊິດຕິດແທດການເຄື່ອນໄຫວໃນທຸກຂົງເຂດໜ້າທີ່ວຽກງານປິ່ນອ້ອມດ້ານຕ່າງໆ, ຕະຫຼອດຮອດວຽກງານຄຸ້ມຄອງນັກຮຽນ-ນັກສຶກສາ, ປະຕິບັດນະໂຍບາຍຍ້ອງຍໍ, ເລື່ອນຊັ້ນ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ, ເບິ່ງແຍງຊ່ວຍເຫຼືອທາງດ້ານວັດຖຸປັດໃຈແກ່ບຸກຄົນ, ຄອບຄົວຜູ້ທີ່ເຈັບປ່ວຍ ແລະ ອື່ນໆ,ຕິດຫ້ອຍກັບບັນດາວຽກງານດ້ານຕ່າງໆທີ່ກ່າວມານີ້, ວຽກງານປູກຝັງລ້ຽງສັດເພີ່ມພູມຜະລິດຜົນແກ້ໄຂຊີວິດການເປັນຢູ່ເພື່ອເປັນເງື່ອນໄຂສ້າງແຫຼ່ງລາຍຮັບຕາມຄວາມອາດສາມາດຂອງກົມກອງ, ສາມາດສ້າງລາຍຮັບເຂົ້າກົມກອງໄດ້: 248.700.000 ກີບ ໃນນີ້ ຈາກການປູກພືດຜັກຊະນິດຕ່າງໆໄດ້ 16,500 ກິໂລ ຄິດເປັນເງິນ 84.500.000 ກີບ, ລ້ຽງສັດປີກໄດ້ 350 ໂຕ ເທົ່າກັບ 700 ກິໂລ ຄິດເປັນເງິນ ເທົ່າກັບ 49.000.000 ກີບ, ລ້ຽງໝູ 36 ໂຕ ເທົ່າກັບ 2.160 ກິໂລ, ຄິດເປັນເງິນ ເທົ່າກັບ151.200.000 ກີບ ແລະ ລາຍຮັບຈາກການບໍລິການອື່ນໆອີກຈຳນວນໜຶ່ງ.
ໂດຍ: ແກ້ວອູດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















