ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ປິດ​ເຝິກອົບຮົມ​ໄລຍະ​ສັ້ນ ວຽກ​ງານ​ຫໍ​ພິ​ພິ​ທະ​ພັນ-ຫໍສະໝຸດ​ກອງທັບ ຄັ້ງ​ທີ I
ເວລາອອກຂ່າວ: 2025-12-17 09:06:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ພິທີປິດ​ເຝິກອົບຮົມ​ໄລຍະ​ສັ້ນຄັ້ງ​ທີ I ວຽກ​ງານ​ຫໍ​ພິ​ພິ​ທະ​ພັນ-ຫໍສະໝຸດ​ກອງທັບ ໃຫ້​ພະນັກງານ-ນັກຮົບ​ບັນດາ​ກົມ​ກອງເຂດ​ໃຈກາງ​ນະຄອນຫຼວງ​ວຽງ​ຈັນ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ທັນວາ 2025 ນີ້, ໂດຍ​ການ​ເປັນ​ປະ ທານ​ຂອງ​ ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ, ຫ້ອງ ການ, ກອງ, ຄູ-ອາຈານ ແລະ ນັກ​ເຝິກອົບຮົມ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສະ​ຫວຽງ ຈັນທະ​ວົງ ຮອງ​ອຳນວຍ​ການ​ຫໍສະໝຸດ​ກອງທັບ ໄດ້​ຂຶ້ນ​ຜ່ານ​ບົດ ສະຫຼຸບ​ບັ້ນ​ເຝິກອົບຮົມ​ໄລຍະ​ສັ້ນ ວຽກ​ງານ​ຫໍ​ພິ​ພິ​ທະ​ພັນ-ຫໍສະໝຸດ​ກອງທັບ, ເຊິ່ງ​ໄດ້​ເຮັດ​ສຳເລັດ​ຕາມ ແຜນການ. ການຈັດຕັ້ງ​ເຝິກອົບຮົມ​ຄັ້ງ​ນີ້ ກໍ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ ໃຫ້​ແກ່​ພະນັກງານ-ນັກຮົບ ທີ່​ເຮັດ​ວຽກ​ງານ​ດັ່ງກ່າວ, ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ວຽກ​ງານ​ຫໍ​ພິ​ພິ​ທະ​ພັນ-ຫໍສະໝຸດ​ກອງທັບ ແນໃສ່​ເຮັດ​ໃຫ້​ນັກ​ເຝິກອົບຮົມ​ເຂົ້າໃຈ​ຫຼັກການ​ພື້ນຖານ, ທິດ​ສະ​ດີ ແລະ ວິຊາ​ການ ຮັບປະກັນ​ໃຫ້​ໜ້າທີ່​ການເມືອງ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ການ​ເຝິກອົບຮົມ​ແມ່ນ​ໄດ້​ດຳເນີນ​ເປັນ​ເວລາ 20 ວັນ, ມີ​ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ ທັງ​ໝົດ 26 ສະຫາຍ, ຜ່ານ​ການ​ອົບຮົມ​ຕົວ​ຈິງ ສາມາດ​ຈັດ​ແບ່ງ​ປະເພດ ເກັ່ງ ມີ 20 ສະຫາຍ ແລະ ປະເພດ ກາງ ມີ 6 ສະຫາຍ. ໃນ​ພິທີ, ຫໍສະໝຸດ​ກອງທັບ​ຍັງ​ໄດ້​ມອບ​ປື້ມ ເປັນ​ຂອງຂວັນ​ທີ່​ລະນຶກ ໃຫ້​ແຕ່​ລະ​ກົມ​ກອງ ຕື່ມ​ອີກ. ໂດຍ: ນ. ໜູ​ແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ