ຫ້ອງເສນາທິການ ກອງພົນທີ 1 ປະກາດການແຕ່ງຕັ້ງ ຫົວໜ້າຫ້ອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ
ເວລາອອກຂ່າວ: 2025-12-17 09:07:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ: ![]()
ໃນວັນທີ 11 ທັນວາ 2025 ຜ່ານມານີ້, ຫ້ອງເສນາທິການ ກອງພົນທີ 1 ໄດ້ປະກາດການແຕ່ງຕັ້ງຫົວໜ້າຫ້ອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ໂດຍເປັນປະທານຂອງ ສະຫາຍ ພັນເອກ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານກອງພົນທີ 1, ມີພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງພາຍໃນຫ້ອງເສນາທິການເຂົ້າຮ່ວມ.
ສະຫາຍ ພັນຕີ ພອນສະຫວັນ ຈັນທະມາດ ຮອງຫົວໜ້າພະແນກ
ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າການທະຫານກອງພົນທີ 1 ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອິງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະ
ນາປະເທດຊາດ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງກອງປະຊຸມຄະນະລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງວັນທີ 30 ຕຸລາ 2025 ແລະ ອີງຕາມ ການຄົ້ນຄວ້າຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນ
ປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນເອກ ທະນູສິນ ເທບພະວົງ ເປັນຮອງຫົວໜ້າການທະຫານກອງພົນ, ທັງເປັນຫົວໜ້າຫ້ອງເສນາທິການ ກອງພົນທີ 1. ຈາກນັ້ນ ສະຫາຍ ພັນໂທ ຂັນວິເລດ ມະນີລາດ ຮອງຫົວໜ້າພະແນກຈັດຕັ້ງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານຫ້ອງເສນາທິການ ກອງພົນທີ 1 ຄະນະພັກກອງພົນທີ 1 ຕົກລົງ ອະນຸມັດບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ທະນູສິນ ເທບພະວົງ ເປັນເລຂາຄະນະພັກຮາກຖານຫ້ອງເສນາທິການ ປ່ຽນແທນ ສະຫາຍ ພັນເອກ ບຸນແຖວ ແກ້ວດວງດີ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















