ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເຜີຍແຜ່​ກົດໝາຍ​ວ່າ​ດ້ວຍ​ສານ​ທະຫານ​ຂັ້ນ​ສູງ
ເວລາອອກຂ່າວ: 2025-12-17 09:08:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ວັນ​ທີ 11 ທັນວາ 2025 ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປີດ​ກອງ​ປະຊຸມ​ເຜີຍແຜ່​ກົດໝາຍ​ວ່າ​ດ້ວຍ​ ສານ​ທະຫານ​ຂັ້ນ​ສູງ (ສະບັບ​ປັບປຸງ​ໃໝ່ 2023), ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ສິງ​ທອງ ຄຳ​ປະເສີດ ປະທານ​ສານ​ທະຫານ​ຂັ້ນ​ສູງ ກະຊວງ​ປ້ອງ​ກັນ​ປະ ເທດ, ມີ​ສະຫາຍ ພັນ​ເອກ ບຸນ​ພົບ ວິໄລ​ສັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ, ສານ​ທະຫານ​ພາກ​ເໜືອ, ພະນັກງານ​ຫຼັກ​ແຫຼ່ງ, ນາຍ ແລະ ພົນທະຫານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ໄຊ​ຍະ​ພອນ ພິຈິດ ປະທານ​ສານ​ທະຫານ​ພາກ​ ເໜືອ ໄດ້​ສະເໜີ​ເນື້ອ​ໃນ​ຂອງ​ກົດໝາຍ​ ວ່າ​ດ້ວຍ​ສານ​ທະຫານ​ຂັ້ນ​ສູງ (ສະບັບ​ປັບປຸງ​ໃໝ່ 2023) ເຊິ່ງ​ປະກອບ​ມີ 10 ພາກ, 5 ໝວດ, 71 ມາດຕາ. ຈຸດປະສົງ​ຂອງ​ກົດໝາຍ​ສະບັບ​ນີ້​ໄດ້​ກຳນົດ​ຫຼັກການ, ລະບຽບ​ການ ແລະ ມາດ​ຕະການກ່ຽວ​ກັບ​ການຈັດຕັ້ງ, ການເຄື່ອນໄຫວ ແລະ ການ​ຕິດຕາມ​ກວດກາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສານ​ທະຫານ​ຂັ້ນ​ສູງ ເພື່ອ​ຮັບປະກັນ​ການ​ປະຕິບັດ​ວຽກ​ງານ​ຂອງ​ສານ​ທະຫານ​ໃຫ້​ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ​ແນໃສ່​ປົກ​ປ້ອງ​ຜົນ​ປະໂຫຍດ​ຂອງ​ກອງທັບ, ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ນາຍ ແລະ ພົນທະຫານ, ກຳມະກອນ, ພາລະ​ກອນ, ກຳລັງ​ສໍາ​ຮອງ​ໃນ​ເວລາ​ປະຕິບັດ​ໜ້າທີ່​ປ້ອງ​ກັນ​ຊາດ, ໃຫ້​ກອງທັບ​ມີ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ທາງ​ດ້ານ​ກົດໝາຍ ແລະ ມີ​ແບບແຜນ​ທັນ​ສະໄໝ ປະກອບ ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ