ບໍລິສັດ ລາວໂທລະຄົມ ເຂົ້າອວຍພອນ ກອງບັນນາທິການ ໜັງສືພິມກອງທັບ
ເວລາອອກຂ່າວ: 2025-12-17 09:09:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ: ![]()
ວັນທີ 15 ທັນວາ 2025 ນີ້, ທ່ານ ຈັນທະຈອນ ສີສະໝຸດ ຮອງພະແນກການຕະຫຼາດ ບໍລິສັດ ລາວໂທລະຄົມ ໄດ້ນຳເອົາກະຕ່າຂອງຂວັນ ພ້ອມຂອງທີ່ລະນຶກ ມາມອບໃຫ້ຄະນະພັກ-ຄະນະບັນຊາ ກອງບັນນາທິການໜັງສືພິມ ກອງ
ທັບ ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ 2025-2026 ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການໜັງສືພິມ ກອງທັບ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ລາວໂທລະຄົມ ທີ່ມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ ຄະນະນຳ ແລະ ພະນັກງານ ບໍລິສັດ ລາວໂທລະຄົມ, ຈົ່ງມີສຸກຂະພາບແຂງແຮງ, ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ຂອງທ່ານທີ່ໄດ້ຮັບມອບໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















