ມອບເຄື່ອງຮັບໃຊ້ຫ້ອງການໃຫ້ ກົມ ວສ-ປສ ການທະຫານ
ເວລາອອກຂ່າວ: 2025-12-17 09:11:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ: ![]()
ວັນທີ 10 ທັນວາ 2025 ນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ອະດີດຫົວໜ້າກົມວິ ທະຍາສາດ-ປະຫວັດສາດ (ວສ- ປສ) ການທະຫານພ້ອມດ້ວຍ ຄອບຄົວ ໄດ້ມອບເຄື່ອງຮັບໃຊ້ຫ້ອງການ ໃຫ້ກົມວິທະຍາສາດ-ປະຫວັດສາດການທະຫານ, ເຊິ່ງເຄື່ອງທີ່ນຳມາມອບຄັ້ງນີ້ແມ່ນເຈ້ຍ A4 ຈຳນວນ 6 ແກັດ ລວມມູນຄ່າ 3.000.000 ກີບ ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະ ຍາສາດ-ປະຫວັດສາດການທະ ຫານ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະກົມ ສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ພ້ອມດ້ວຍຄອບຄົວ ທີ່ໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫຼືອກົມກອງໃນຄັ້ງນີ້ ແລະ ຈະເອົາເຄື່ອງດັ່ງກ່າວນຳໃຊ້ເຂົ້າໃນວຽກງານບໍລິຫານຫ້ອງການເປັນຕົ້ນແມ່ນ ພິມເອກະສານໃຫ້ເກີດຜົນປະໂຫຍດສູງສຸດ.
ໂດຍ: ນາງພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















