ປິດບັ້ນອົບຮົມ-ຫັດແອບ ໃຫ້ກອງຫຼອນກຸ່ມບ້ານແສ້ ເມືອງວຽງຄຳ
ເວລາອອກຂ່າວ: 2025-12-17 09:12:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ: ![]()
ພິທີປິດບັ້ນອົບຮົມ-ຫັດແອບ ການທະຫານ, ການເມືອງ ໃຫ້ກອງຫຼອນ ກຸ່ມບ້ານແສ້ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນບໍ່ດົນຜ່ານມານີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ເລຂາຄະນະບໍລິຫານງານພັກ ເມືອງວຽງຄຳ, ມີ ສະຫາຍ ພັນໂທ ທອງພັນ ພົມສະຫວັດ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງວຽງຄຳ, ມີພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ 9 ບ້ານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສົມລິດ ອ່ອນສະຫວາດ ຫົວໜ້າຂະແໜງການທະຫານທ້ອງຖິ່ນ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ພາຍຫຼັງທີ່ໄດ້ຈັດຕັ້ງດຳເນີນການອົບຮົມ-ຫັດແອບ ເປັນເວລາ 7 ວັນ. ເຊິ່ງໃນນີ້, ໄດ້ອົບຮົມພາກການເມືອງ 1 ວັນ, ພາກສິສະປະ ຍຸດ 3 ວັນ, ພາກຍຸດທະວິທີ 3 ວັນ, ມີອ້າຍນ້ອງກອງຫຼອນ ເຂົ້າຮັບ ການອົບຮົມ-ຫັດແອບທັງໝົດ 28 ສະຫາຍ, ສະເລ່ຍຜົນໄດ້ຮັບພາກການເມືອງ ກວມເອົາ 96%, ພາກສິລະປະຍຸດ 98%, ພາກຍຸດທະວິທີ 94%, ພາກປະ ຕິບັດຍິງລູກປືນແທ້ ມີນັກຍິງຂັ້ນ ເກັ່ງ 10 ສະຫາຍ, ກາງ 14 ສະ ຫາຍ ແລະ ລະດັບຄາດໝາຍ 4 ສະຫາຍ.
ສະຫາຍ ສອນສັກ ສຸລິເສີມ ໄດ້ມີຄຳເຫັນສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ຜົນສຳເລັດໃນບັ້ນອົບ ຮົມ-ຫັກແອບຄັ້ງນີ້, ພ້ອມທັງຮຽກ ຮ້ອງໃຫ້ນັກເຝິກອົບຮົມແຕ່ລະສະ ຫາຍ ຈົ່ງນຳເອົາເນື້ອໃນຈິດໃຈຂອງບັ້ນອົບຮົມ-ຫັດແອບ ໄປຈັດ ຕັ້ງປະຕິບັດໃຫ້ສອດຄ່ອງກັບສະ ພາບຕົວຈິງຂອງທ້ອງຖິ່ນເພື່ອ ຮັບປະກັນເຮັດໃຫ້ຂອບເຂດຮັບ ຜິດຊອບມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ສະຫງົບປອດໄພ.
ໂດຍ:ຊາຍພອນ ແກ້ວອຸບົນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















