ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ລັດຖະມົນຕີປະຈຳສຳນັກງານນາຍົກ ລົງຊຸກຍູ້ການຜະລິດຂອງປະຊາຊົນຢູ່ແຂວງຊຽງຂວາງ
ເວລາອອກຂ່າວ: 2019-09-04 11:53:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 499 | ຄວາມນິຍົມ:



ໃນລະຫວ່າງວັນທີ 31 ສິງ ຫາ- 1 ກັນຍາ 2019 ນີ້, ທ່ານ ຈະເລີນ ເຢຍປາວເຮີ ກຳ ມະການ ສູນກາງພັກ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງກວດກາ ຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ບ້ານນາຫໍ້ ເມືອງຄູນ, ບ້ານຫໍ ສິມຖ້ຳພຸກ ເມືອງຜາໄຊ. ໂດຍໄດ້ ຮັບການຕ້ອນຮັບຈາກ ທ່ານບຸນ ຕົ້ນ ຈັນທະພອນ ເຈົ້າແຂວງໆ ຊຽງຂວາງ ພ້ອມດ້ວຍຄະນະ ໃນການລົງຊຸກຍູ້ການຜະລິດ ຂອງປະຊາຊົນໃນຄັ້ງນີ້ທ່ານ ໄດ້ໄປຢ້ຽມຢາມຄອບຄົວ ທ່ານ ວັນທອງ ພອນມີໄຊ ຮອງອຳ ນວຍການໂຮງຮຽນປະຖົມສົມ ບູນບ້ານໜອງ, ເມືອງຜາໄຊ ເຊິ່ງທ່ານ ວັນທອງ ພອນມີໄຊ ກໍໄດ້ລາຍງານການລິເລີ່ມການ ລ້ຽງສັດໃຫຍ່ເປັນສິນຄ້າພາຍ ໃນຄອບຄົວ ເຊິ່ງທ່ານໄດ້ກ່າວ ວ່າ ໃນກາງປີ 2018 ແມ່ນໄດ້ ຮັບໂຄງການລ້ຽງສັດໃຫຍ່ເປັນ ສິນຄ້າພາກເໜືອຂອງລາວ ເຊິ່ງ ໂຄງການໄດ້ຊ່ວຍເຫຼືອໜາມໝາກ ຈັບ, ສັງກະສີ, ເຕັກນິກການປູກ- ການລ້ຽງ, ການປິ່ນປົວພະຍາດ, ຫຍ້າແຫ້ງ ແລະ ຕົກມາຮອດ ທ້າຍປີ 2018 ໄດ້ຂາຍງົວອອກ 9 ໂຕ ມູນຄ່າ 52 ລ້ານກ່ວາ ກີບ, ປີ 2019 ນີ້ໄດ້ຂາຍງົວ ທອມ, ງົວລ້ຽງເພື່ອແພ່ພັນໄດ້ 8 ໂຕ ມູນຄ່າ 56 ລ້ານກວ່າກີບ, ນອກນີ້ຍັງໄດ້ຂາຍແກ່ນຫຍ້າ ເປັນເງິນ 10 ລ້ານກວ່າກີບ ໄດ້ ປູກຫຍ້າລ້ຽງງົວມີ 3 ສາຍພັນ ຄື: ຫຍ້າລູຊີ, ລີເປຍ ແລະ ຫຍ້າ ໂກເຕມາລາ ມີເນື້ອທີ່ປູກຫຍ້າ ທັງໝົດ 4 ເຮັກຕາ ນອກນີ້ພາຍ ໃນຄອບຄົວຍັງໄດ້ລ້ຽງປາ, ສັດ ປີກ, ປູກເຂົ້າໄກ່ນ້ອຍ ແລະ ຍັງ ເຄີຍໄດ້ໃຫ້ຄວາມຮູ້ແກ່ປະຊາຊົນ ພາຍໃນບ້ານກ່ຽວກັບການປູກ ການລ້ຽງນຳອີກ. ໂອກາດນີ້ ທ່ານລັດຖະມົນຕີປະຈຳສຳນັກ ງານນາຍົກກໍໄດ້ໂອ້ລົມມີຄຳ ເຫັນຊີ້ນຳຕໍ່ຄອບຄົວດັ່ງກ່າວໃຫ້ ສືບຕໍ່ຂະຫຍາຍການປູກຫຍ້າ, ການລ້ຽງສັດໃຫຍ່ກາຍເປັນສິນ ຄ້າຫຼາຍຂຶ້ນ, ເພື່ອຂະຫຍາຍອອກ ສູ່ຄອບຄົວອື່ນ, ບ້ານອື່ນໆຕື່ມ ອີກ, ພ້ອມນີ້ຍັງຕ້ອງເອົາໃຈໃສ່ ເຝົ້າລະວັງການລະບາດຂອງພະ ຍາດ ແລະ ຈົ່ງຮັກສາມູນເຊື້ອ ຄວາມດຸໝັ່ນຂະຫຍັນພຽນ, ເອື້ອ ເຟື້ອເພື່ອແຜ່, ສູ້ຊົນສ້າງສາພັດ ທະນາເສກຖະກິດຂອງຄອບຄົວ ໃຫ້ເຂັ້ມແຂງຮັ່ງມີຂຶ້ນເລື້ອຍໆ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນ ທີ 2 ກັນຍາ ທ່ານ ຈະເລີນ ເຢຍ ປາວເຮີ ກຳມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານ ນາຍົກ, ຄະນະກະກຽມເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ ພ້ອມດ້ວຍຄະນະກໍໄດ້ສືບ ຕໍ່ໄປຊີ້ນຳການກະກຽມດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຢູ່ທີ່ ຫ້ອງວ່າການແຂວງຊຽງຂວາງ ຕື່ມອີກ ເພື່ອເຮັດໃຫ້ການກະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ເປັນຕົ້ນແມ່ນຂັ້ນແຂວງ ແລະ ຂັ້ນທ້ອງຖິ່ນໄດ້ຈັດຕັ້ງ ເຊື່ອມຊຶມຜັນຂະຫຍາຍຄຳສັ່ງ 04 ຂອງຄະນະເລຂາທິການສູນ ກາງພັກ ແລະ ຄຳແນະນຳຂອງ ຄະນະຈັດຕັ້ງສູນກາງພັກ, ຄະ ນະກວດກາສູນກາງພັກ, ຄະນະ ອົບຮົມສູນກາງພັກ ແລະ ຄຳ ແນະນຳ ແຈ້ງການຂອງບັນດາ ອານຸກຳມະການຕ່າງໆໄດ້ດຳ ເນີນກອງປະຊຸມໃຫຍ່ຂັ້ນບ້ານ, ບັນດາໜ່ວຍພັກທີ່ຂຶ້ນກັບອົງ ຄະນະພັກເມືອງ, ກອງບັນຊາ ການ ປກຊ-ປກສ ໄດ້ສຳເລັດ ເພື່ອສືບຕໍ່ດຳເນີນກອງປະຊຸມ ໃຫຍ່ຂັ້ນເມືອງ ແລະ ສອງກອງ ບັນຊາການກຳລັງປະກອບອາ ວຸດ ຮາກຖານພັກອ້ອມຂ້າງ ແຂວງໃຫ້ສຳເລັດຊ້າສຸດໃນ ເດືອນກຸມພາ 2020 ເພາະ ເດືອນມີນາຈະຈັດງານມະຫະ ກຳກີລາແຫ່ງຊາດ, ງານປະກາດ ທົ່ງໄຫຫີນເປັນມໍລະດົດໂລກ ແລະ ງານສະເຫຼີມສະຫຼອງວັນ ສ້າງຕັ້ງພັກ ປະຊາຊົນປະຕິວັດ ລາວ. ພ້ອມນີ້ການກະກຽມດຳ ເນີນກອງປະຊຸມໃຫຍ່ຂັ້ນແຂວງ ຕ້ອງຮັບປະກັນຫຼັກການປ່ຽນ ແປງໃໝ່ຂອງພັກ, ພັກນຳພາໄປ ສູ່ສັງຄົມນິຍົມ, ບົດລາຍງານ ການເມືອງ ແລະ ແຜນພັດທະ ນາໃຫ້ມີຄວາມຖືກຕ້ອງຊັດເຈນ ມີຄວາມເປັນຈິງ, ເປັນການລວມ ຫົວຄິດປັນຍາ ເພື່ອເຕົ້າລວມ ຄວາມຮູ້ຄວາມສາມາດຂອງ ພະນັກງານແຕ່ລະຂະແໜງການ ແລະ ຕ້ອງຮັບປະກັນຄຸນນະ ພາບ, ຂະບວນການ, ບຸກຄະລາ ກອນ ແລະ ການກຳນົດແຜນ ພັດທະນາເສດຖະກິດ-ສັງຄົມ, ການຊີ້ນຳ-ນຳພາ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດໄປຕາມ ແຜນການ ແລະ ໄດ້ຮັບຜົນສູງ. ໂດຍ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ