ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໂອ້ລົມ ແລະ ຊີ້ນຳຫຼາຍບັນຫາສຳຄັນຕໍ່ນັກເຝິກອົບຮົມວິຊາຄູຊັ້ນປະຖົມ ຊຸດທີ IV
ເວລາອອກຂ່າວ: 2025-12-17 10:34:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ: ![]()
ເນື່ອງໃນໂອກາດເຂົ້າຮ່ວມເປັນປະທານ ພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ແກ່ພະນັກງານ-ນັກຮົບເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV ຢູ່ທີວິທະຍາໄລ ຄູປາກເຊ ແຂວງ ຈຳປາສັກ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນຕໍ່ພິທີ ແລະ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ ການເມືອງ ໂດຍສະເພາະການເຝິກອົບຮົມໃນຄັ້ງນີ້ ໃຫ້ໄດ້ຮັບຜົນສໍາເລັດ ແລະ ເພື່ອຮັບປະກັນໃຫ້ແກ່ການເຝິກອົບຮົມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຜົນໄດ້ຮັບສູງ ດໍາເນີນໄປຖືກຕາມລະບົບປະຖົມສຶກສາ, ຕາມໂຄງການ-ຫຼັກສູດ ການສຶກສາ ຕາມ 5 ຫຼັກມູນ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ ສະຫາຍໄດ້ຮຽກຮ້ອງມາຍັງແຕ່ລະພາກສ່ວນຄືດັ່ງນີ້: ສໍາລັບຄະນະຊີ້ນໍາລວມ, ຄະນະພັກ-ຄະນະບັນຊາ ແລະ ບັນດາອົງການ ຮັບປະກັນທຸກຂັ້ນຕ້ອງເອົາໃຈໃສ່ກຳແໜ້ນທິດນໍາ ແລະ ຄາດໝາຍຂອງການເຝິກອົບຮົມ ວິຊາຄູ ຕາມທິດຊີ້ນໍາຂອງສູນກາງພັກ, ເພື່ອເປັນບ່ອນອີງໃຫ້ແກ່ການກໍານົດໂຄງການ-ຫຼັກສູດ ການຮຽນ-ສອນໃນການເຝິກອົບຮົມ ໃຫ້ຖືກທິດນໍາ ແລະ ຄາດໝາຍ. ພ້ອມນັ້ນກໍ່ໃຫ້ບັນດາສະຫາຍເອົາ ໃຈໃສ່ ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຄົ້ນຄວ້າ ກຳນົດແບບແຜນວິທີເຮັດວຽກ ໃຫ້ລະອຽດຕາມພາລະບົດບາດ, ສິດ, ຂອບເຂດໜ້າທີ່ຮັບຜິດຊອບຂອງແຕ່ລະພາກສ່ວນ,ເອົາໃຈໃສ່ຊີ້ນໍາ-ນໍາພາ ຄຸ້ມຄອງ ແລະ ເຮັດວຽກງານສຶກສາອົບຮົມ ການເມືອງແນວຄິດ ເຮັດໃຫ້ພາຍໃນມີຄວາມສະຫງົບໜັກແໜ້ນ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກເຝິກອົບຮົມ ມີແນວຄິດອຸ່ນອຽງຫ້າວຫັນປະຕິບັດໜ້າທີ່ວຽກງານ ຕາມຄວາມຮັບຜິດຊອບຂອງໃຜລາວ ມີຜົນສໍາເລັດເປັນຢ່າງດີ. ສ່ວນອົງການວິຊາການ ຄູ-ອາຈານ ແລະ ຄະນະຮັບຜິດຊອບ ກໍ່ຕ້ອງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຕັ້ງໜ້າເຂົ້າໃນການຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງໃຫ້ສອດຄ່ອງກັບໂຄງການ-ຫຼັກສູດ ເຝິກອົບຮົມ ພ້ອມທັງໃຫ້ມີລັກສະນະວິທະຍາສາດ, ໃຫ້ປະຕິບັດຕາຕະລາງຂຶ້ນຫ້ອງສິດສອນ ໃຫ້ເຂັ້ມງວດ ແລະ ຖືກຕ້ອງ, ຄົບຕາມຫຼັກສູດ ເພາະວ່າເນື້ອໃນ ຂອງການເຝິກອົບຮົມ ແມ່ນຫຼາຍແຕ່ເວລາໃນການເຝິກອົບຮົມພັດສັ້ນ ສະນັ້ນຈຶ່ງຮຽກຮ້ອງມາຍັງບັນດາຄູ-ອາຈານ ການຖ່າຍຖອດບົດຮຽນຕ້ອງໃຫ້ຄົບຖ້ວນ, ສຸມໃສ່ທຸກສະຕິປັນຍາ ແລະ ຈິ່ງໃຈໃນການສົ່ງຄວາມຮູ້ໃຫ້ນັກເຝິກອົບຮົມ. ສໍາລັບນັກເຝິກອົບຮົມຕ້ອງຕັ້ງໜ້າເຂົ້າຮ່ວມໃນການຄົ້ນຄວ້າຮໍ່າຮຽນ, ກຳແໜ້ນບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ ເພື່ອນໍາໄປໝູນໃຊ້ເຂົ້າໃນເວລາ ສິດສອນຫຼານນ້ອຍນັກຮຽນ ໃຫ້ໄດ້ຮັບຜົນດີ, ສະນັ້ນ ຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງເພີ່ມທະວີຄວາມເປັນເຈົ້າການຕໍ່ການເຝິກອົບຮົມ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນໃຫ້ກາຍເປັນນັກເຝິກອົບຮົມຜູ້ດີເດັ່ນ, ກຳແໜ້ນທິດສະດີ, ຫຼັກການ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ, ຫຼີກລ້ຽງແນວຄິດຂີ້ຄ້ານມັກງ່າຍ, ຈຳກັດ ແລະ ແກ້ໄຂຢ່າງເດັດຂາດທັດສະນະທີ່ຮຽນກໍ່ໄດ້, ບໍ່ຮຽນກໍ່ໄດ້ ແລະ ຮຽນພໍແຕ່ຈົບເພື່ອເອົາໃບປະກາດ.
ນອກຈາກການຄົ້ນຄວ້າຮໍ່າຮຽນແລ້ວ ບັນດາສະຫາຍຕ້ອງໄດ້ເຂົ້າຮ່ວມບັນດາກິດຈະກຳ, ໃນໄລຍະການເຝິກອົບຮົມ ແລະ ອື່ນໆ ອອກແຮງເຝິກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານຕາມມາດຖານເງື່ອນໄຂທີ່ທາງກະຊວງສຶກສາທິການ ແລະ ກິລາ, ກໍຄືກະຊວງປ້ອງກັນປະເທດວາງອອກ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















