ປະກາດການໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025
ເວລາອອກຂ່າວ: 2025-12-17 10:42:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ: ![]()
ວັນທີ 16 ທັນວາ 2025 ນີ້, ທີ່ກອງຮ້ອຍປ້ອງກັນຄຸມຂັງ-ດັດສ້າງ 158 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດພິທີປະກາດການໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ. ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍການເຂົ້າຮວ່ມເປັນປະທານຂອງ ສະຫາຍ ພົນຈັດຕະວາ ອໍາເພັດ ພົມມະກອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີ ກົມປ້ອງກັນພາຍໃນກອງທັບ, ຄະນະກອງເລຂາອະໄພຍະໂທດ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງ, ສານທະຫານພາກໃຕ້,ອົງການໄອຍະການທະຫານພາກໃຕ້, ກອງພັນໃຫຍ່ 645, ຄະນະພັກ-ຄະນະບັນຊາກອງຮ້ອຍປ້ອງກັນຄຸ້ມຂັງ-ດັດສ້າງ 158 ແລະ ນັກໂທດເຂົ້າຮ່ວມ.
ສະຫາຍ ພັນເອກ ທອງບິນ ບຸນທະວິໄລ ຮອງຫົວໜ້າກົມປ້ອງກັນພາຍໃນກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2025 ແລະ ທິດທາງວຽກງານຈຸດສຸມປີ 2026 ພ້ອມທັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ໂດຍອີງຕາມມາດຕາ 68, ຂໍ້ 12 ຂອງລັດຖະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ອີງຕາມໜັງສືສະເໜີຂອງ ລັດຖະບານ ໃນນັ້ນ, ປະທານປະເທດ ຕົກລົງໃຫ້ອະໄພຍະໂທດແກ່ນັກໂທດທັງໝົດ ຈຳນວນ 2.858 ຄົນ, ( ຍິງ 362 ຄົນ ແລະ ຄົນຕ່າງປະເທດ 59 ຄົນ ), ເຊິ່ງປະກອບມີ: ນັກໂທດທີ່ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ ຈໍານວນ 2.622 ຄົນ( ຍິງ 329 ຄົນ, ຕ່າງປະເທດ 57 ຄົນ, ຍິງ 6 ຄົນ) ໃນນີ້ລວມມີການຫຼຸດຜອ່ນໂທດຕະຫຼອດຊີວິດ ມາເປັນໂທດມີກຳນົດ 20 ປີ ຈຳນວນ 42 ຄົນ ແລະ ນັກໂທດທີ່ໄດ້ຮັບອະໄພຍະໂທດປ່ອຍຕົວ ທັງໝົດ ຈຳນວນ 236 ຄົນ ( ຍິງ 33 ຄົນ, ຕ່າງປະເທດ 2 ຄົນ, ຍິງ 1 ຄົນ ). ສຳລັບຢູ່ກອງຮ້ອຍປ້ອງກັນ ຄຸມຂັງ-ດັດສ້າງ 158 ມີນັກໂທດໄດ້ຮັບອະໄພຍະໂທດ, ຫຼຸດຜ່ອນໂທດ ທັງໝົດຈຳນວນ 8 ຄົນ ແລະ ນັກໂທດໄດ້ຮັບອະໄພຍະໂທດປ່ອຍຕົວ ຈຳນວນ 2 ຄົນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອໍາເພັດ ພົມມະກອນ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຕໍ່ຜູ້ທີ່ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ຕ້ອງສືບຕໍ່ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງວາງອອກໃຫ້ດີກວ່າເກົ່າ, ມີການປ່ຽນແປງທາງດ້ານທັດສະນະແນວຄິດຮູ້ສຶກສໍານຶກຜິດຕໍ່ການກະທຳຜິດຂອງຕົນເອງ, ມີຄວາມຈິງໃຈໃຊ້ແທນຄ່າປັບໃໝໃຫ້ລັດ ແລະ ຄ່າເສຍຫາຍທາງແພ່ງ,ກໍ່ສ້າງປຸກລະດົມໝູ່ຄູ່ນັກໂທດດ້ວຍກັນ ທີ່ຍັງບໍ່ທັນຕື່ນຕົວໃນການດັດສ້າງຕົນເອງ ເພື່ອໃຫ້ເຂົາເຈົ້າກາຍເປັນນັກໂທດທີ່ດີ ແລະ ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດຄືຜູ້ອື່ນ. ພ້ອມນັ້ນ ຕ້ອງເອົາໃຈໃສ່ປະຕິບັດຖືກຕ້ອງຕາມກົດໝາຍຂອງບ້ານເມືອງ, ບໍ່ກໍ່ຄວາມຫຍຸ້ງຍາກສັບສົນແກ່ອຳນາດການປົກຄອງແຕ່ລະຂັ້ນ ຫຼື ບໍ່ໄປກະທຳຜິດອີກເທື່ອໃໝ່, ປະກອບສວ່ນຢ່າງຕັ້ງໜ້າເຂົ້າໃນການພັດທະນາຄອບຄົວຂອງຕົນເອງ, ດຳລົງຊີວິດສ້າງຢູ່ທຳກິນດ້ວຍຄວາມບໍລິສຸດຜຸດຜ່ອງ, ປອດໃສຂາວສະອາດ, ຕ້ອງຫຼີກເວັ້ນການກະທຳຜິດຕໍ່ກົດໝາຍຢ່າງເດັດຂາດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















