ມອບໝາຍໜ້າທີ່ກະກຽມສ້າງຂະບວນການ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 77 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານນະຄອນຫຼວງວຽງຈັນ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-12-17 10:45:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ: ![]()
ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດກອງປະຊຸມມອບໝາຍໜ້າທີ່ ກະກຽມສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານນະຄອນຫຼວງວຽງຈັນ ຄົບຮອບ 50 ປີ ຂຶ້ນໃນວັນທີ 15 ທັນວາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນລິດ ສີສຸພອນ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ພະແນກການ ອົງການ 05 ຫ້ອງ, ຕະຫຼອດຮອດຄະນະບັນຊາກົມກອງຂຶ້ນກັບເຂົ້າຮ່ວມ.
ສະຫາຍ ພັນຕີ ຄອນທອງ ລໍວິໄຊ ຫົວໜ້າພະແນກແຜນການສັງລວມ ຫ້ອງການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານແຜນການກະກຽມສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານນະຄອນຫຼວງວຽງຈັນ ຄົບຮອບ 50 ປີ, ອີງຕາມມະຕິກອງປະຊຸມ ຂອງຄະນະພັກ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກ່ຽວກັບການຫ້າງຫາກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານນະຄອນຫຼວງວຽງຈັນ ຄົບຮອບ 50 ປີ ໃຫ້ມີຄວາມພ້ອມໃນທຸກດ້ານ ແລະ ເປັນຂະບວນຟົດຟື້້ນ ເພື່ອເປັນການຫວນຄືນ ໃຫ້ພະນັກງານ-ນັກຮົບ ຮັບຮູ້ໄດ້ເຖິງມູນເຊື້ອການສ້າງຕັ້ງ,ກ ານເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ນໍ້າໃຈການຕໍ່ສູ້ອັນພິລະອາດຫານ ກໍຄືຜົນງານໄຊຊະນະ ຂອງກອງທັບປະຊາຊົນລາວໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຖືເອົາໂອກາດການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ເປັນການທົບທວນຫວນຄືນ ແລະ ສ້າງຂະບວນການຮອບດ້ານ ໃນທົ່ວກອງທັບ ເວົ້າລວມ ເວົ້າສະເພາະ ກໍຄືທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃຫ້ເປັນຂະບວນຟົດຟື້ນຢ່າງແຂງແຮງ ພ້ອມທັງສືບຕໍ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ມີຜົນສໍາເລັດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ,ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ, ຈາກນັ້ນໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບການຈັດຕັ້ງສະເຫຼີມສະຫຼອງໃນວັນດັ່ງກ່າວຕື່ມອີກ.
ໃນໂອກາດນີ້ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ແຜນການຢ່າງກົງໄປກົງມາ, ພ້ອມນັ້ນສະຫາຍປະທານກອງປະຊຸມກໍໄດ້ມີຄໍາເຫັນໂອ້ລົມເນັ້ນໝັກໃຫ້ແຕ່ລະພາກສ່ວນທີ່ເຂົ້າຮ່ວມຈົ່ງພ້ອມກັນນໍາເອົາເນື້້ອໃນຂອງແຜນການໃນຄັ້ງນີ້ ໄປຈັດຕັ້ງປະຕິບັດຢູ່ພາຍໃນກົມກອງຂອງຕົນໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອແນໃສ່ເຮັດໃຫ້ກົມກອງຂອງຕົນມີຜົນງານອັນໃໝ່ ແລະ ເຮັດໃຫ້ວັນສໍາຄັນດັ່ງກ່າວມີຄວາມໝາຍຄວາມສໍາຄັນ ພ້ອມທັງເປັນຂະບວນຟົດຟື້ນຢ່າງແຂງແຮງ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















