ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທີ 3
ເວລາອອກຂ່າວ: 2025-12-17 10:54:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວາ 2025 ນີ້, ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນງົວ, ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທີ 3. ເຄື່ອງດັ່ງກ່າວ ກ່າວມອບໂດຍ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂດຍມີ ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ບັນດາການນຳແຂວງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ລວມມູນຄ່າທັງໝົດກວ່າ 100 ລ້ານກ່ວາກີບ, ເຊິ່ງປະກອບມີ: ແນວພັນງົວ ແລະ ແນວພັນສາລີ: ເພື່ອສົ່ງເສີມການຜະລິດກະສິກຳ, ການລ້ຽງສັດ ແລະ ການປູກຝັງ ໃຫ້ແກ່ບັນດາກົມກອງ ເພື່ອນຳໄປຂະຫຍາຍຜົນ ສ້າງເປັນແຫຼ່ງສະບຽງອາຫານທີ່ໝັ້ນຄົງ; ອຸປະກອນກິລາ: ເພື່ອສົ່ງເສີມວຽກງານສຸຂະພາບ, ສ້າງຄວາມເຂັ້ມແຂງທາງດ້ານຮ່າງກາຍ ແລະ ຈິດໃຈ ໃຫ້ແກ່ພະນັກງານ-ນັກຮົບ; ເຄື່ອງອຸປະໂພກ-ບໍລິໂພກ: ເພື່ອປະກອບສ່ວນແກ້ໄຂຊີວິດການເປັນຢູ່ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານປະຈຳວັນ. ການມອບ-ຮັບ ໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເຊິ່ງບໍ່ພຽງແຕ່ເປັນການສະໜັບສະໜູນທາງດ້ານວັດຖຸປັດໄຈເທົ່ານັ້ນ, ແຕ່ຍັງເປັນການຜັນຂະຫຍາຍທິດນຳຂອງພັກ-ລັດ ວ່າດ້ວຍການ "ສ້າງພະລາທິການກັບທີ່, ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ". ການສະໜອງແນວພັນສັດ ແລະ ພືດ ຄືການມອບ "ກ້າແກ່ນແຫ່ງການພັດທະນາ" ໃຫ້ກອງທັບສາມາດຜະລິດສະບຽງອາຫານຮັບໃຊ້ກົມກອງໄດ້ຢ່າງພຽງພໍ ແລະ ຍືນຍົງ. ໃນຕອນທ້າຍ, ຜູ້ຕາງໜ້າກອງບັນຊາການທະຫານແຂວງ ແລະ ກອງພົນທີ 3 ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫາຍ ລັດຖະມົນຕີ ແລະ ຄະນະ ທີ່ໄດ້ເຫັນຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອອັນລ້ຳຄ່ານີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ວັດຖ ແລະ ແນວພັນທີ່ໄດ້ຮັບ ໃຫ້ເກີດປະໂຫຍດສູງສຸດ ໃນການຍົກລະດັບຊີວິດການເປັນຢູ່ຂອງອ້າຍນ້ອງທະຫານໃຫ້ດີຂຶ້ນ. ໂດຍ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ