
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດ ກາຕາ
ເວລາອອກຂ່າວ: 2019-09-05 10:05:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ:
ວັນທີ 4 ກັນຍາ ນີ້, ທີ່ກະຊວງ
ການຕ່າງປະເທດ, ທ່ານ ສະເຫຼີມ
ໄຊ ກົມມະສິດ, ລັດຖະມົນຕີກະ ຊວງການ ຕ່າງປະເທດ, ໄດ້ຕ້ອນ
ຮັບການເຂົ້າຢ້ຽມອຳລາຂອງ ທ່ານ ເຊັກຄ໌ ຈາຊິມ ບິນ ອັບດຸລຣາ
ມັນ ອາລ-ທານີ (Sheikh Jas sim Bin Abdulraman Al-Thani), ເອກອັກຄະລັດຖະທູດ ແຫ່ງ ລັດກາຕາ ປະຈຳ ສປປ ລາວ, ທີ່ມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ, ໃນໂອກາດທີ່ສຳ ເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການ ປະຕິບັດໜ້າທີ່ຂອງ ທ່ານທູດຕະ
ຫຼອດໄລຍະດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ, ເຊິ່ງເປັນ ການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນລະຫວ່າງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະແມ່ນໝາກຜົນຂອງ ການຮ່ວມມືສອງຝ່າຍທີ່ຍາດມາ ໄດ້ ໃນໄລຍະຜ່ານມາ, ເຮັດໃຫ້ ວຽກງານການທູດ ແລະ ການ
ເມືອງຂອງສອງປະເທດ ໄດ້ຮັບ ການເສີມຂະຫຍາຍຢ່າງ ຕັ້ງໜ້າ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້
ສະແດງຄວາມຂອບໃຈມາຍັງ
ລັດຖະບານກາຕາທີ່ໄດ້ໃຫ້ການ
ຊ່ວຍເຫຼືອ ແລະ ສະໜັບສະໜູນ
ສປປ ລາວ ໃນໄລຍະຜ່ານມາທີ່
ສປປ ລາວ ປະສົບກັບໄພທໍາມະ ຊາດ ໂດຍສະເພາະແມ່ນບັນຫາ ສັນກັ້ນນໍ້າເຂື່ອນເຊປຽນ-ເຊນໍ້າ ນ້ອຍແຕກ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື, ໃນປີ 2018 ທີ່
ຜ່ານມາ, ເຊິ່ງລັດຖະບານກາຕາ ໄດ້ໃຫ້ເງິນຊ່ວຍເຫຼືອເປັນເງິນ ຈໍານວນ 100.000 ໂດລາສະ ຫະລັດ. ນອກຈາກນີ້, ທ່ານລັດຖະ
ມົນຕີຍັງໄດ້ສະເໜີໃຫ້ມີການແລກ
ປ່ຽນການຢ້ຽມຢາມລະຫວ່າງ ຄະນະຜູ້ແທນລະດັບສູງຂອງທັງ ສອງປະເທດ ໂດຍສະເພາະແມ່ນ ການຢ້ຽມຢາມລະຫວ່າງສອງກະ
ຊວງການຕ່າງປະເທດເພື່ອແລກ ປ່ຽນທັດສະນະ ແລະ ສ້າງຄວາມ
ເຂົ້າອົກເຂົ້າໃຈກັນໃຫ້ຫຼາຍຂຶ້ນ ຕື່ມ, ພ້ອມທັງສະເໜີໃຫ້ມີການ ຊຸກຍູ້ການຮ່ວມມືສອງຝ່າຍໃນ ຂົງເຂດເສດຖະກິດ, ການຄ້າ, ການ ລົງທຶນ ແລະ ຂົງເຂດອື່ນໆໃຫ້
ເປັນຮູບປະທຳ. ໃນຕອນທ້າຍ, ທ່ານລັດຖະມົນຕີ ຍັງໄດ້ສະແດງ
ຄວາມຫວັງວ່າສາຍພົວພັນ ແລະ
ການຮ່ວມມືລະຫວ່າງສອງປະ ເທດລາວ ແລະ ກາຕາ ຈະມີບາດ
ກ້າວອັນໃໝ່ໃນຊຸມປີຕໍ່ໜ້າ ແລະ
ອວຍພອນໃຫ້ທ່ານທູດຈົ່ງເດີນ
ທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ ແລະ ປະສົບຜົນ ສໍາເລັດໃນໜ້າທີ່ໃໝ່.
ໂອກາດນີ້, ທ່ານ ເຊັກຄ໌ ຈາຊິມ ບິນ ອັບດຸລຣາມັນ ອາລ-ທານີ ກໍ ໄດ້ສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ລັດຖະບານ ແລະ ປະ
ຊາຊົນລາວ ກໍຄືກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ທີ່
ໄດ້ໃຫ້ການຮ່ວມມື, ສະໜັບສະ ໜູນຊ່ວຍເຫຼືອ ແລະ ອໍານວຍ ຄວາມສະດວກເປັນຢ່າງດີຕະ ຫຼອດໄລຍະການປະຕິບັດໜ້າທີ່
ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນ ໄດ້ຮັບຜົນສໍາເລັດອັນຈົບງາມ,
ເຊິ່ງເປັນການປະກອບສ່ວນອັນ
ສຳຄັນເຂົ້າໃນການເສີມຂະຫຍາຍ
ການພົວພັນຮ່ວມມືສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ສປປ ລາວ ແລະ ກາຕາ ໄດ້
ສ້າງຕັ້ງສາຍພົວພັນການທູດ ນຳກັນ ໃນວັນທີ 03 ກຸມພາ 2005, ເຊິ່ງໄລຍະຜ່ານມາເຫັນວ່າ ສອງ
ປະເທດມີການພົວພັນກັນດີທາງ ດ້ານ ການທູດ, ການເມືອງ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ