ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຈະ​ນຳ​ເອົາ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XII ໄປ​ພັດທະນາ​ ແຂວງ​ອຸດົມ​ໄຊ ໃຫ້​ກາຍເປັນ​ໃຈກາງ​ບັນດາ​ແຂວງ​ພາກ​ເໜືອ
ເວລາອອກຂ່າວ: 2026-01-13 09:12:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 176 | ຄວາມນິຍົມ:



ສະຫາຍ ບຸນ​ຄົງ ຫຼ້າຈຽມພອນ ກຳມະການ​ສຳຮອງ​ສູນກາງ​ພັກ, ເລຂາ​ຄະນະ​ບໍລິຫານ​ງານພັກ ​ແຂວງ​ອຸດົມ​ໄຊ​ ໄດ້​ສະແດງ​ທັດສະນະ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XII ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ໃນວັນ​ທີ 7 ມັງກອນ 2026 ຜ່ານ​ມາ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ ກ່າວ​ວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ສຸດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ໃນ​ນາມ​ຕາງ ໜ້າ​ອົງຄະ​ນະ​ພັກ​ແຂວງ​ອຸດົມ​ໄຊ​ຮູ້ສຶກ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ແລະ ເປັນ​ກຽດ​ຢ່າງ​ສູງ​ທີ່​ເປັນ​ຕົວ​ ແທນ​ໃຫ້​ປະຊາຊົນ​ບັນດາເຜົ່າ, ສະມາຊິກ​ພັກ​ທົ່ວ​ແຂວງ​ເຂົ້າ​ຮ່ວມ ເຊິ່ງ​ໄດ້​ເປັນ​ເອກະ​ພາບ​ຕໍ່​ກັບ​ໂຄງການ​ການເມືອງ, ຮ່າງ​ລາຍ​ງານ​ການເມືອງ ແລະ ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ ແລະ ເຫັນ​ໄດ້​ເຖິງ​ຄວາມ​ມຸ່ງ​ຫວັງ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​ທີ່​ໃຫ້​ຄວາມ​ສຳຄັນ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້. ພ້ອມ​ນັ້ນ, ສະຫາຍ ບຸນ​ຄົງ ຫຼ້າ​ຈຽມ​ພອນ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ບາງ​ບົດຮຽນ​ການ​ສົ່ງເສີມ​ການ​ລົງທຶນ​ພາຍ​ໃນ ແລະ ຕ່າງປະເທດ​ຢູ່​ແຂວງ​ອຸດົມ​ໄຊ ໂດຍ​ອີງໃສ່​ທີ່ຕັ້ງ, ຈຸດ​ພິເສດ ແລະ ບັນດາ​ທ່າ ແຮງ​ຂອງ​ແຂວງ​ທີ່​ເປັນໃຈ​ກາງ​ທາງ​ຜ່ານ​ເຊື່ອມ​ຈອດ-ເຊື່ອມ​ຕໍ່​ຢູ່​ເຂດ​ພາກ​ເໜືອ​ຂອງ​ລາວ ແລະ ​ສປ ຈີນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງ​ໄດ້​ກຳນົດ​ວິໄສ​ທັດ​ຍຸດ​ທະ​ສາດ ແລະ ແຜນການ​ໃນ​ການ​ພັດທະນາ​ແຂວງ​ອຸດົມ​ໄຊ 5 ປີ (2021-2025) ຕາມ​ທິດ 4 ໃຈກາງ​ຄື: ໃຈກາງ​ທາງ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ໃຈກາງ​ທາງ​ດ້ານ​ເສດຖະກິດ, ໃຈກາງ​ທາງ​ດ້ານ​ວັດທະນະທຳ-ສັງຄົມ ແລະ ໃຈກາງ​ການ​ບໍລິ ການ, ການ​ທ່ອງທ່ຽວ ໂດຍ​ສະ ເພາະ​ດ້ານ​ເສດຖະກິດ​ໄດ້​ສຸມ​ໃສ່​ພັດທະນາ​ຕາມ 4 ທ່າແຮງ​ຫຼັກ​ຄື: ພັດທະນາ​ດ້ານ​ກະສິກຳ​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ ແລະ ສົ່ງ​ອອກ, ພັດທະນາ​ດ້ານ​ອຸດສາຫະກຳ​ປຸງ​ແຕ່ງ ແລະ ພະລັງງານ​ສະອາດ, ພັດທະ​ນາ​ດ້ານ​ການ​ບໍລິການ-ການທ່ອງທ່ຽວ ແລະ ພັດທະນາ​ດ້ານ​ການ​ຂົນສົ່ງ​ທາງບົກ ເຊື່ອມ​ຕໍ່​ເສັ້ນທາງ​ລົດໄຟ ລາວ-ຈີນ. ພາຍຫຼັງ​ສຳເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ​ຄັ້ງ​ທີ XII ຂອງ​ພັກ ສ​​ປປ ລາວ ຕາງໜ້າ​ຄະນະ​ພັກ​ແຂວງ​ຈະ​ນຳ​ເອົາ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XII ຂອງ​ພັກ ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ພັດທະນາ​ແຂວງ​ໃນ 5 ປີ ຕໍ່ໜ້າ 2026-2030 ໂດຍ​ສະເພາະ​ການ​ລົງທຶນ​ພາກ​ເອກະ​ຊົນ​ພາຍໃນ ແລະ ຕ່າງປະເທດ​ໃຫ້​ໄດ້​ປະມານ 9.000 ຕື້​ກີບ​ຂຶ້ນ​ໄປ ກວມ​ເອົາ 60% ຂອງ​ການ​ລົງ ທຶນ​ລວມ ແລະ ວຽກ​ງານ​ດ້ານ​ອື່ນໆ ທີ່​ເປັນ​ທ່າແຮງ​ຂອງ​ແຂວງ ເພື່ອ​ສ້າງ​ໃຫ້​ແຂວງ​ອຸດົມ​ໄຊ ກາຍເປັນ​ໃຈ​ກາງຂອງ​ບັນດາ​ແຂວງ​ພາກ​ເໜືອ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ