ຈະນຳເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໄປພັດທະນາ ແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ
ເວລາອອກຂ່າວ: 2026-01-13 09:12:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ: ![]()
ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງອຸດົມໄຊ ໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 7 ມັງກອນ 2026 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນ ໃນນາມຕາງ ໜ້າອົງຄະນະພັກແຂວງອຸດົມໄຊຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ເປັນຕົວ ແທນໃຫ້ປະຊາຊົນບັນດາເຜົ່າ, ສະມາຊິກພັກທົ່ວແຂວງເຂົ້າຮ່ວມ ເຊິ່ງໄດ້ເປັນເອກະພາບຕໍ່ກັບໂຄງການການເມືອງ, ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຫັນໄດ້ເຖິງຄວາມມຸ່ງຫວັງຂອງປວງຊົນລາວທັງຊາດທີ່ໃຫ້ຄວາມສຳຄັນຕໍ່ກອງປະຊຸມຄັ້ງນີ້. ພ້ອມນັ້ນ, ສະຫາຍ ບຸນຄົງ ຫຼ້າຈຽມພອນ ຍັງໄດ້ຍົກໃຫ້ເຫັນບາງບົດຮຽນການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດຢູ່ແຂວງອຸດົມໄຊ ໂດຍອີງໃສ່ທີ່ຕັ້ງ, ຈຸດພິເສດ ແລະ ບັນດາທ່າ ແຮງຂອງແຂວງທີ່ເປັນໃຈກາງທາງຜ່ານເຊື່ອມຈອດ-ເຊື່ອມຕໍ່ຢູ່ເຂດພາກເໜືອຂອງລາວ ແລະ ສປ ຈີນ, ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງໄດ້ກຳນົດວິໄສທັດຍຸດທະສາດ ແລະ ແຜນການໃນການພັດທະນາແຂວງອຸດົມໄຊ 5 ປີ (2021-2025) ຕາມທິດ 4 ໃຈກາງຄື: ໃຈກາງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃຈກາງທາງດ້ານເສດຖະກິດ, ໃຈກາງທາງດ້ານວັດທະນະທຳ-ສັງຄົມ ແລະ ໃຈກາງການບໍລິ ການ, ການທ່ອງທ່ຽວ ໂດຍສະ ເພາະດ້ານເສດຖະກິດໄດ້ສຸມໃສ່ພັດທະນາຕາມ 4 ທ່າແຮງຫຼັກຄື: ພັດທະນາດ້ານກະສິກຳຕິດພັນກັບການປຸງແຕ່ງ ແລະ ສົ່ງອອກ, ພັດທະນາດ້ານອຸດສາຫະກຳປຸງແຕ່ງ ແລະ ພະລັງງານສະອາດ, ພັດທະນາດ້ານການບໍລິການ-ການທ່ອງທ່ຽວ ແລະ ພັດທະນາດ້ານການຂົນສົ່ງທາງບົກ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ.
ພາຍຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII
ຂອງພັກ ສປປ ລາວ ຕາງໜ້າຄະນະພັກແຂວງຈະນຳເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ນຳໄປຈັດຕັ້ງຜັນຂະຫຍາຍພັດທະນາແຂວງໃນ 5 ປີ ຕໍ່ໜ້າ 2026-2030 ໂດຍສະເພາະການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ໄດ້ປະມານ 9.000 ຕື້ກີບຂຶ້ນໄປ ກວມເອົາ 60% ຂອງການລົງ
ທຶນລວມ ແລະ ວຽກງານດ້ານອື່ນໆ ທີ່ເປັນທ່າແຮງຂອງແຂວງ ເພື່ອສ້າງໃຫ້ແຂວງອຸດົມໄຊ ກາຍເປັນໃຈກາງຂອງບັນດາແຂວງພາກເໜືອ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















