ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ເຊ​ກອງ ຈະ​ສຸມ​ໃສ່​ປັບ​ໂຄງ​ສ້າງ​ການ​ລົງທຶນ​ຄືນໃໝ່​ ແກ້​ໄຂ​ບັນຫາ​ການ​ພັດທະນາ​ພາຍ​ໃນ​ແຂວງ
ເວລາອອກຂ່າວ: 2026-01-14 09:06:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2026 ນີ້, ແຂວງ​ເຊ​ກອງ ຈະ​ສຸມ​ໃສ່​ປັບ​ໂຄງ​ສ້າງ​ການ​ລົງທຶນ​ຄືນໃໝ່, ຍົກ​ສູງ​ປະ​ສິດທິ​ຜົນ​ການ​ລົງທຶນ​ຂອງ​ລັດ, ສຸມ​ງົບປະມານ​ເຂົ້າ ​ໃນ​ບັນດາ​ໂຄງການ​ຈຸດ​ສຸມ ເພື່ອ​ແກ້​ໄຂ​ບັນຫາ​ການ​ພັດທະນາ​ຂອງ​ແຂວງ, ບັນດາ​ເມືອງ, ໃຫ້​ບຸລິມະສິດ ການ​ລົງທຶນ​ການ​ພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ, ການ​ສຶກ​ສາ, ສາທາລະນະ​ສຸກສຳລັບ​ເຂດ​ຊົນນະບົດ, ເຂດ​ພູ​ດອຍ​ຫ່າງ​ໄກ​ສອກຫຼີກ ເພື່ອ​ຮັບປະກັນ​ການ​ເຊື່ອມ​ຕໍ່​ຢ່າງ​ເປັນ​ລະບົບ ລະຫວ່າງ ຊົນນະບົດ​ກັບ​ຕົວ​ເມືອງ, ເຂດ​ພູ​ດອຍ​ກັບ​ເຂດ​ທົ່ງພຽງ. ທ່ານ ບຸນ​ທະວີ ນະຄອນ​ສິດ ຮອງ​ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ​ເຊ​ກອງ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ຄັ້ງ​ທີ II ປະຈຳ​ປີ 2025 ໃນ​ວັນ​ທີ 12 ມັງກອນ 2026 ນີ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ 2026 ແຂວງ​ເຊ​ກອງ ຈະ​ສ້າງ​ເງື່ອນໄຂ​ສິ່ງ​ອຳນວຍ​ຄວາມ​ສະດວກ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ພາຍ​ໃນ ແລະ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະເທດ ເພື່ອ​ສ້າງ​ເປັນ​ປັດ​ໄຈ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ເສດຖະກິດ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງທີ່​ຍືນ​ຍົງ ແລະ ທົ່ວ​ເຖິງ, ຫຼີກ​ເວັ້ນ​ການ​ສ້າງ​ໂຄງການ​ລົງທຶນ ທີ່​ບໍ່​ໄປ​ຕາມ​ກົດໝາຍ ແລະ ລະບຽບ​ການ, ເລັ່ງ​ຊຳລະ​ໜີ້​ສິນ​ໂຄງການ​ລົງທຶນ, ກວດກາ ແລະ ພິ​ຈາລະນາ​ຄືນ ການ​ໂຈະ​ໂຄງການ​ລົງທຶນ​ລັດ ທີ່​ບໍ່​ສອດຄ່ອງ​ກັບ ແຜນການ 5 ປີ ​ຄັ້ງ​ທີ X ຫຼື ໂຄງການ​ທີ່​ມີຄ່າ​ໃຊ້​ຈ່າຍ​ສູງ ແຕ່​ຜົນ​ຕອບ​ແທນ​ຕ່ຳ ຖ່ວງ​ດຶງ​ງົບປະມານ, ຮັບປະກັນ​ຄວາມ​ກົມກຽວ ລະຫວ່າງ ການ​ວາງ​ແຜນ​ພັດທະນາ ແລະ ແຜນ​ງົບປະມານ. ພ້ອມ​ນີ້, ຍັງ​ຈະ​ສືບຕໍ່​ຊຸກຍູ້​ການ​ສ້າງ​ຖານ​ການ​ຜະລິດ​ໃໝ່ ໃນ​ຂົງເຂດ​ອຸດ​ສະຫະ​ກຳ, ກະສິກຳ, ຫັດຖະກຳ ແລະ ການ​ບໍລິການ​ໃຫ້​ແຂງແຮງ​ກວ່າ​ເກົ່າ ເພື່ອ​ເປັນ​ຖານ​ເສດຖະກິດ​ທີ່​ເຂັ້ມແຂງ ກໍ​ຄື ຖານ​ລາຍ​ຮັບ​ທີ່​ໝັ້ນຄົງ, ສາມາດ​ປ່ຽນ​ແທນ​ການ​ນຳ​ເຂົ້າ ແລະ ສະໜອງ​ໃຫ້​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່, ຂະໜາດ​ກາງພາຍ​ໃນ​ແຂວງ​ໃຫ້​ພຽງພໍ ໂດຍ​ການ​ຊຸກຍູ້​ສົ່ງເສີມ​ການ​ລົງທຶນ ຂອງ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ. ທ່ານ ບຸນ​ທະວີ ນະຄອນ​ສິດ ຍັງ​ໃຫ້​ຮູ້​ອີ​ກວ່າ: ການ​ສ້າງ​ເສດຖະກິດ ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ ຕາມ​ມະຕິ 04/​ກມສພ, ສະບັບ​ລົງ​ວັນ​ທີ 11 ເມສາ 2024 ວ່າ​ດ້ວຍ​ການ​ສ້າງ​ເສດຖະກິດ ເອກະລາດ ເປັນ​ເຈົ້າ​ຕົນ​ເອງ ໃນ​ໄລຍະ​ໃໝ່, ໄລຍະ​ຜ່ານ​ມາ ອົງການ​ປົກຄອງ​ແຂວງ​ເຊ​​ກອງ ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ລົງ​ສູ່​ບັນດາ​ເມືອງ, ພະແນກການ, ອົງການ​ທຽບ​ເທົ່າ​ຂັ້ນ​ແຂວງ ຕະຫຼອດ​ຮອດ​ການ​ມີ​ສ່ວນ​ຮ່ວມຂອງ​ປະຊາຊົນ​ບັນດາເຜົ່າ​ແຕ່​ຫົວທີ, ລົງ​ເລິກ ແລະ ເຖິງ​ຖອງ ເພື່ອ​ສ້າງ​ເງື່ອນໄຂ​ທີ່​ຈຳເປັນ​ພື້ນຖານ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ແລະ ການ​ພັດທະນາ​ເສດຖະກິດ-ສັງຄົມ ທັງ​ໃນ​ໄລຍະ​ສັ້ນ ແລະ ໄລຍະ​ຍາວ ໃຫ້​ນັບ​ມື້​ເປັນ​ຮູບ​ປະ​ທຳ​ຍິ່ງໆ​ຂຶ້ນ ໂດຍ​ເລັ່ງ​ໃສ່​ພັດທະນາ​ຂະແໜງ​ເສດຖະກິດ ທີ່​ເປັນ​ປາຍ​ແຫຼມ ເຊັ່ນ: ກະສິກຳ (ກາເຟ, ພືດ​ຜັກ, ໄມ້​ໃຫ້​ໝາກ, ການ​ລ້ຽງສັດ​ເປັນ​ຟາມ, ໂສມ, ການ​ປຸງ​ແຕ່ງ​ຜົນ​ຜະລິດ​ກະສິກຳ), ອຸດສາຫະກຳ-ຫັດຖະກຳ (ພະລັງງານ​ໄຟຟ້າ, ບໍ່​ແຮ່, ອຸດສາຫະກຳ​ເບົາ ແລະ ຫັດຖະກຳ​ຕ່ຳແຜ່ນ) ແລະ ການ​ບໍລິການ (ການທ່ອງທ່ຽວ, ການ​ຂົນສົ່ງ). ໃນຕໍ່ໜ້າຈະ​ຕ້ອງ​ສຸມ​ໃສ່​ການ​ເພີ່ມ​ທະວີ​ການ​ສົ່ງເສີມ​ການ​ຜະລິດ ເພື່ອ​ທົດ​ແທນ​ການ​ນຳ​ເຂົ້າ ແລະ ເປັນ​ສິນຄ້າ​ສົ່ງ​ອອກ ໃຫ້​ເປັນ​ຮູບ​ປະ​ທຳ​ຕົວ​ຈິງຫຼາຍ​ຂຶ້ນ, ຫັນ​ການ​ນຳ​ໃຊ້​ເຄື່ອງມື​ທີ່​ທັນ​ສະໄໝ​ເຂົ້າ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ, ສະກັດ​ກັ້ນ​ການ​ຮົ່ວ​ໄຫຼ, ໄປ​ພ້ອມ​ກັບ​ການ​ຂະຫຍາຍ​ຖານ​ລາຍ​ຮັບ​ໃໝ່, ສ້າງ​ການ​ຫັນປ່ຽນ ເພື່ອ​ກ້າວ​ເຂົ້າ​ສູ່​ການ​ສ້າງ​ເສດຖະກິດ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ, ເອົາໃຈໃສ່​ພັດ​ທະນາ​ຂະແໜງ​ເສດຖະກິດທີ່​ເປັນປາຍ​ແຫຼມ ຕິດ​ພັນ​ກັບ​ການ​ເກັບ​ພັນທະ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ຂອງ​ບັນດາ​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່ ເປັນຕົ້ນໂຄງການ ​ພະລັງງານ​ໄຟຟ້າ​ນ້ຳຕົກ, ໂຄງການ​ພະລັງງານ​ໄຟຟ້າ​ຖ່ານ​ຫີນ, ໂຄງການ​ໄຟຟ້າ​ພະລັງງານ​ລົມ ແລະ ໂຄງການ​ຂຸດ​ຄົ້ນ​ແຮ່​ທາດ​ຕ່າງໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ