ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ໝາກຜົນການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ ຢູ່ແຂວງ​ຈຳປາ​ສັກ
ເວລາອອກຂ່າວ: 2026-01-14 09:10:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ:



ສະຫາຍ ອາ​ລຸນ​ໄຊ ສູນ​ນະລາດ ກໍາມະການສູນກາງພັກ, ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງຈຳປາ​ສັກ ໄດ້​ປະກອບ​ຄຳ​ເຫັນ​ຕໍ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ທົ່ວ​ປະເທດ ຄັ້ງ​ທີ XII ຂອງ​ພັກ ໃນ​ວັນ​ທີ 6 ມັງກອນ 2026 ທີ່ຫໍ​ປະຊຸມ​ແຫ່ງ​ຊາດໃນ​ຫົວຂໍ້: “ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ການພັດທະນາ​ຊົນນະບົດ​ຮອບດ້ານ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຢູ່ ແຂວງ​ຈຳປາ​ສັກ”. ສະຫາຍ ອາ​ລຸນ​ໄຊ ສູນ​ນະລາດ ກ່າວ​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ກຳມະການ​ປົກຄອງ​ແຂວງ​ຈຳປາ​ສັກ ໄດ້​ຖື​ເປັນ​ວຽກ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຕໍ່​ການ​ນຳພາ-ຊີ້​ນຳ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກຕາມ 4 ເນື້ອ​ໃນ 4 ຄາດໝາຍ ສະແດງ​ອອກ ຄື: ວຽກ​ງານ​ການເມືອງ​ແນວ​ຄິດ, ຄະນະ​ພັກ​ແຂວງ ໄດ້​ຖື​ເອົາ​ວຽກ​ງານ​ການເມືອງ-ແນວ​ຄິດເປັນ​ກົກ, ເປັນ​ວຽກ​ສຳຄັນ​ໃນ​ການ​ກໍ່ສ້າງ​ພັກ ກໍ​ຄື​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ການ​ພັດທະນາ​ຊົນນະບົດ​ຮອບດ້ານ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຢ່າງ​ແຂງແຮງ ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ແລະ ນຳພາ​ຈັດ​ຕັ້ງເຜີຍແຜ່, ເຊື່ອມ​ຊຶມ ບັນດາ​ມະຕິ, ຄຳ​ສັ່ງ​ຕ່າງໆ ຂອງ​ສູນ​ກາງ​ພັກ, ຂອງ​ອົງຄະ​ນະ​ພັກ​ແຂວງ ໃຫ້​ບັນດາ​ເປົ້າ​ໝາຍຕ່າງໆຢ່າງ​ເລິກເຊິ່ງ. ໄດ້​ສຸມ​ໃສ່​ປັບປຸງ​ການຈັດຕັ້ງ​ໃນ​ລະບົບ​ການ ເມືອງ​ຢູ່​ຂັ້ນ​ຮາກ​ຖານ, ສາມາດ​ປະຕິບັດ​ບົດບາດ ເປັນ​ແກນ​ນຳ ໃນ​ລະບົບ​ການເມືອງ ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ພາລະ​ບົດບາດ, ສັບ​ຊ້ອນ, ຈັດ​ວາງ ຄະນະ​ພັກ​ຂັ້ນ​ຕ່າງໆ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ສາມາດ​ນຳພາ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ການເມືອງ ທັງ​ມີ​ຜົນສຳເລັດ​ໃນ​ແຕ່​ລະ​ໄລຍະ ເຮັດ​ໃຫ້​ຮາກ​ຖານ​ໜັກ​ແໜ້ນ, ການຈັດຕັ້ງ​ພັກ​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ສ້າງ​ໄດ້​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ, ຮາກ​ຖານ ມີ​ຄວາມ​ສະຫງົບ​ໜັກ​ແໜ້ນ, ສະພາບ​ການ​ພັດທະນາ​ຢູ່​ຮາກ​ຖານ ມີ​ຖ່ວງ​ທ່າ​ກ້າວໜ້າ ແລະ ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ, ການ​ພັດທະນາ​ເສດ ຖະກິດ-ສັງຄົມ, ສຸມ​ໃສ່​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ດ້ວຍ​ຫຼາຍ​ຮູບ-ຫຼາຍ​ວິທີ​ການ ອັນ​ສຳຄັນ ແມ່ນ​ໄດ້​ສ້າງ ແລະ ປັບປຸງ​ກຳລັງ​ການ​ຜະລິດ ແລະ ການ​ພົວພັນ​ການ​ຜະລິດ​ໃຫ້​ເຂັ້ມແຂງ ຕາມ​ທິດ​ເສດຖະກິດ​ເອກະລາດ ແລະ ເປັນ​ເຈົ້າ​ຕົນ​ເອງ (​ສອຈ), ປັດຈຸບັນ​ທົ່ວ​ແຂວງ​ມີ​ກຸ່ມ​ການ​ຜະລິດ​ທັງ​ໝົດ 116 ກຸ່ມ, 89 ບ້ານ, ມີ​ສະມາຊິກ 2.926 ຄອບຄົວ, ສະຫະກອນ​ການ​ຜະລິດ 14 ສະຫະກອນ, ສະມາຊິກ 2.045 ຄົນ, ສາມາດ ຜະລິດ​ເປັນ​ສິນຄ້າ​ກຸ້ມ​ຕົນ​ເອງ 188 ຜະລິດ​ຕະ​ພັນ, ເປັນ​ສິນຄ້າ​ໂອ​ດັອບ 150 ຜະລິດ​ຕະ​ພັນ, ສ້າງ​ເປັນ​ຍີ່​ທໍ້ ສິນຄ້າ​ຂອງ​ຕົນ​ເອງ 40 ຜະລິດ​ຕະ​ພັນ ແລະ ສົ່ງ​ອອກ 18 ຜະລິດ​ຕະ​ພັນ, ທົ່ວ​ແຂວງ​ມີ​ກອງ​ທຶນ​ພັດທະນາ​ບ້ານ 681 ກອງ​ທຶນ, ມີ​ສະມາຊິກ 7 ແສນ​ກວ່າ​ຄົນ, ມີ​ທຶນ 90,2 ຕື້​ກີບ ເພີ່ມ​ຂຶ້ນ 8,88%, ກອງ​ທຶນ​ສະຫະກອນ​ສິນ​ເຊື່ອ​ເງິນ​ຝາກ​ປະຢັດ (​ສສງ) ມີ 8 ແຫ່ງ, ກໍ່ສ້າງ ແລະ ປັບປຸງ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະເພາະ​ການ​ກໍ່ສ້າງ ເສັ້ນທາງ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ແຂວງ ກັບ ເມືອງ, ເມືອງ​ຫາ​ບ້ານ ແລະ ຫາ​ເຂດ​ຈຸດ​ສຸມ​ພັດທະນາ, ພິເສດ​ໄດ້​ສຸມ​ໃສ່​ແກ້​ໄຂ​ບ້ານ​ທີ່​ບໍ່​ທັນ​ພົ້ນ​ທຸກ​ຕາມ​ມາດຖານ ດຳລັດ 348/​ນຍ ທີ່​ຍັງ​ຄ້າງ 6 ບ້ານ ໄດ້​ມີ​ທາງ​ທຽວ​ໄດ້ 2 ລະດູ ສຳເລັດ 100% ສິ່ງ​ທີ່​ພົ້ນ​ເດັ່ນ ແລະ ໜ້າ​ຊື່ນ​ຊົມ​ທີ່​ສຸດ ແມ່ນ​ປະຊາຊົນ​ບັນດາເຜົ່າ​ມີ​ຄວາມ​ຕື່ນ​ຕົວ ແລະ ສະຫຼະ​ທຶນຮອນ​ຢ່າງ​ຫຼວງຫຼາຍ ທັງ​ປະກອບສ່ວນ​ເຫື່ອແຮງ ເຂົ້າ ​ໃນ​ການ​ກໍ່ສ້າງ​ເສັ້ນທາງ ແລະ ຂົວ (ເສັ້ນທາງ 366,97 ກິໂລແມັດ, ຂົວ 295 ແມັດ) ເປັນ​ມູນ​ຄ່າ​ທັງ​ໝົດ 79,32 ຕື້​ກີບ, ເດັ່ນ​ກວ່າ​ໝູ່ ແມ່ນ​ການ​ກໍ່ສ້າງ​ທາງ​ເບ​ຕົງ​ລະຫວ່າງ​ບ້ານ ຕໍ່​ບ້ານ ມີ​ຄວາມ​ຍາວ 78,67 ກິໂລແມັດ, ມູນ​ຄ່າ 60,67 ຕື້ກ​ວ່າ​ກີບ ແລະ ຂົວ​ເບ​ຕົງ ຍາວ195 ແມັດ, ມູນ​ຄ່າ 9,01 ຕື້​ກີບ. ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ: ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ ໄດ້​ຮັບ​ການຈັດຕັ້ງ​ປະ ຕິບັດ​ຢ່າງ​ຕໍ່​ເນື່ອງ, ໃນ​ນັ້ນ ໄດ້​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕາມ​ສາຍ​ຕັ້ງ​ທັງ​ໝົດ 1.001 ສະຫາຍ, ນຳພາ​ປັບປຸງ​ກຳລັງ​ກອງ​ຫຼອນ, ​ປກສ ບ້ານ, ສ້າງ ແລະ ປັບປຸງ​ທ່າ​ສະໜາມ​ສົງຄາມ 3 ຂັ້ນ. ສາມາດສ້າງ​ໄດ້​ບ້ານ​ປ້ອມ​ໝັ້ນ 301 ບ້ານ, ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລ່ຽນ 125 ກຸ່ມ​ບ້ານ, ບ້ານ​ປ້ອງ​ກັນ​ຊາດເຂັ້ມແຂງ 587 ບ້ານ ກວມ​ເອົາ 91,43%, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ 623 ບ້ານ ກວມ 93,92%, ໃນ​ນັ້ນ ອັນ​ພົ້ນ​ເດັ່ນ ສາມາດ​ຮັກສາ​ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ 3 ປີ​ ຊ້ອນ 550 ບ້ານ, ກວມ 85,66%, ເຮັດ​ໃຫ້​ທົ່ວ​ສັງຄົມ ແລະ ປະຊາຊົນ​ບັນດາເຜົ່າ​ຕື່ນ​ຕົວ​ປະກອບສ່ວນ​ພັນທະ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ລວມ​ມູນ​ຄ່າ 23,94 ຕື້​ກວ່າ​ກີບ​ໄດ້​ຈັດ​ຕັ້ງ​ການ​ອົບຮົມ​ຫັດ​ແອບ​ຊ້ອມ​ຮົບ​ຂັ້ນ​ຍຸດທະວິທີ​ໃຫ້​ເປົ້າ​ໝາຍ​ຕ່າງໆ​ຢ່າງ​ເປັນ​ຂະ​ບວນ​ຕໍ່​ເນື່ອງ, ພ້ອມ​ກັນ​ນັ້ນ ຄະນະ​ພັກ​ແຕ່​ລະ​ຂັ້ນ ໄດ້​ສຸມ​ໃສ່​ນຳພາ​ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ດ້ວຍ​ມາດ​ຕະການ​ຕ່າງໆ ຢ່າງ​ເອົາໃຈໃສ່. ສະຫາຍ ອາ​ລຸນ​ໄຊ ສູນ​ນະລາດ ກ່າວ​ຕື່ມ​ວ່າ: ເພື່ອ​ຫັນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ການ​ພັດທະນາ​ຊົນນະບົດ​ຮອບດ້ານ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ນັ້ນ, ຄະນະ​ພັກ, ຄະນະ​ກຳມະການ​ການ​ປົກຄອງ ແລະ ປະຊາຊົນ ​ຊາວ​ແຂວງ​ຈຳປາ​ສັກ ຈະ​ໄດ້​ສຸມ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ການເມືອງ​ແນວ​ຄິດ ດ້ວຍ​ການ​ປັບປຸງ​ວຽກ​ງານ​ໂຄສະນາ​ເຜີຍແຜ່​ສຶກ​ສາ​ອົບຮົມ ເພື່ອ​ແນ່​ໃສ່​ສ້າງ ​ສະຕິຊາດ, ສະຕິ​ກົດໝາຍ, ສະຕິ​ການຈັດຕັ້ງ, ສະຕິ​ພັນທະ​ຄວາມ​ຮັບຜິດຊອບ​ໃນ​ສັງຄົມ ແລະ ສະຕິ​ເປັນ​ເຈົ້າ ດ້ວຍ​ຫຼາຍ​ຮູບ​ການ ວິທີ​ການ​ທີ່​ສອດຄ່ອງ​ກັບ​ບັນຫາ ແລະ ເປົ້າ​ໝາຍ, ບູລະນະ​ລະບອບ​ປະຊາທິປະໄຕ ປະຊາຊົນ ແຕ່​ຮາກ​ຖານ, ນຳພາ​ສ້າງ ແລະ ປັບປຸງ​ຕາແສງ, ອົງການ​ປົກຄອງ​ບ້ານ ໂດຍ​ສຸມ​ໃສ່​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ບຸກ​ຄະລາ​ກອນ ແລະ ກົງຈັກ​ຕ່າງໆ ຂອງ​ຕາແສງ ແລະ 5 ໜ່ວຍ​ງານ​ຂັ້ນ​ບ້ານ ໃຫ້​ມີ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ກົດໝາຍ ເພື່ອ​ເຮັດ​ໃຫ້​ສັງຄົມ ມີ​ປະຊາທິປະໄຕ ຍຸຕິ​ທຳ​ແຕ່​ຮາກ​ຖານ​ຂຶ້ນ​ມາ, ສືບຕໍ່​ກໍ່ສ້າງ ແລະ ປັບປຸງ​ພື້ນຖານ​ໂຄງ​ລ່າງ ຮັບ​ໃຊ້​ແກ່​ການ​ຜະລິດ ແລະ ການ​ດຳລົງ​ຊີວິດ​ຂອງ ປະຊາຊົນ​ບັນດາເຜົ່າ ຕິດ​ພັນ​ກັບ​ການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ, ການ​ປຸງ​ແຕ່ງ ແລະ ການ​ບໍລິການຕາມ​ທ່າແຮງ​ຂອງ​ທ້ອງຖິ່ນ, ຕາມ​ທິດ ສ້າງ​ເສດຖະກິດ ເອກະລາດ ເປັນ​ເຈົ້າ​ຕົນ​ເອງ, ອະນຸລັກ​ຮັກສາ​ວັດທະນະທຳ​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ທ້ອງຖິ່ນ ໄປ​ຄຽງ​ຄູ່​ກັບ​ການ​ຊຸກຍູ້​ການທ່ອງທ່ຽວ​ທຳ​ມະ ​ຊາດ, ປະຫວັດສາດ, ວັດທະນະທຳຢ່າງ​ເອົາໃຈໃສ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນຮອບດ້ານ ໃຫ້​ເຂັ້ມແຂງ ​ດ້ວຍ​ການ​ສ້າງ​ທ່າ​ສະໜາມ​ສາມ​ຂັ້ນ, ສ້າງ​ບ້ານ​ປ້ອມ​ໝັ້ນ, ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ, ບ້ານ​ປອດ​ຢາ​ເສບ​ຕິດ ແລະ ສະກັດ​ກັ້ນ​ໜໍ່​ແໜງ​ຄວາມ​ບໍ່​ສະຫງົບ​ຢ່າງ​ເອົາໃຈໃສ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ