ສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ
ເວລາອອກຂ່າວ: 2026-01-14 09:12:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ: ![]()
ໃນໄລຍະ 5 ປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ, ກະຊວງການເງິນ ກໍຄືຂະແໜງ
ການຕ່າງໆທີ່ກ່ຽວຂ້ອງໄດ້ຕັດສິນໃຈສູງໃນການເລັ່ງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຟື້ນຟູເສດຖະກິດແຫ່ງຊາດ ຫຼັງຜົນກະທົບຈາກ
ການລະບາດພະຍາດໂຄວິດ-19 ພ້ອມທັງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ໄດ້ສ້າງເງື່ອນໄຂໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ (ສະເລ່ຍ 4,2% ຕໍ່ປີ), ຄວາມບອບບາງດ້ານເສດຖະກິດມະຫາພາກໄດ້ຮັບການແກ້ໄຂເປັນກ້າວໆ ເປັນຕົ້ນອັດຕາເງິນເຟີ້ຫຼຸດລົງຢູ່ໃນລະດັບ 1 ໂຕເລກ (ເດືອນພະຈິກ 2025 ຢູ່ໃນລະດັບ 4,8%), ອັດຕາແລກປ່ຽນມີສະຖຽນລະພາບ, ສຳລັບຂະແໜງການເງິນ, ສາມາດຂະຫຍາຍຖານລາຍຮັບງົບປະມານເພີ່ມຂຶ້ນຢ່າງພົ້ນເດັ່ນ (ຈາກລະດັບ 15,1% ໃນປີ 2021 ມາເປັນປະມານ 20% ຂອງ GDP ໃນປີ 2025) ແລະ ປະຕິບັດລາຍຮັບເກີນແຜນທຸກປີ.
ພ້ອມກັນນັ້ນ, ໄດ້ເຂັ້ມງວດປະຕິບັດລາຍຈ່າຍຕາມທິດປະຢັດ ແລະ ມີປະສິດທິຜົນ ເຮັດໃຫ້ສະພາບການຂາດດຸນງົບປະມານກ້າວໄປສູ່ການສົມດຸນ ແລະ ເກີນດຸນທີ່ຕັ້ງໜ້າກວ່າເກົ່າ. ພ້ອມນີ້, ສາມາດຊຳລະໜີ້ສິນໃຫ້ຫຼຸດລົງເທື່ອລະກ້າວ, ຍົກລະດັບຄວາມໜ້າເຊື່ອຖືດີຂຶ້ນ ເຮັດໃຫ້ໜີ້ສິນຢູ່ໃນລະດັບຄຸ້ມຄອງໄດ້ (ຫຼຸດຈາກ 112% ໃນປີ 2022 ມາເປັນ 88% ຂອງ GDP ໃນປີ 2025).
ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນໄດ້ປະກອບຄຳເຫັນໃນຫົວຂໍ້: “ສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ” ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເມື່ອບໍ່ດົນມານີ້ວ່າ: ເຖິງວ່າມີຜົນສຳເລັດຫຼາຍດ້ານ, ແຕ່ກໍຍັງມີຂໍ້ຄົງຄ້າງ-ສິ່ງທ້າທາຍຈຳນວນໜຶ່ງ ທີ່ສາມາດຖອດຖອນເປັນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງເສດຖະກິດມະຫາພາກໃນຕໍ່ໜ້າຄື: ການຂະຫຍາຍຕົວເສດຖະກິດທີ່ຕໍ່ເນື່ອງ ແລະ ຍືນຍົງ ໂດຍນຳໃຊ້ຂະແໜງເສດຖະກິດທີ່ມີທ່າແຮງບົ່ມຊ້ອນ ໄປຄຽງຄູ່ກັບການຄຸ້ມຄອງທີ່ມີປະສິດທິຜົນ ແລະ ເຂັ້ມງວດ ປະຕິບັດນິຕິກຳທີ່ກ່ຽວຂ້ອງຕາມທິດ ສອຈ, ມີການດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຊຸກຍູ້ການຜະລິດ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ການປັບປຸງນິຕິກຳ, ກົນໄກ ແລະ ເຄື່ອງມືການຄຸ້ມຄອງວຽກງານການເງິນ-ເງິນຕາ ທີ່ເຂັ້ມງວດ ແລະ ທັນສະໄໝ ແມ່ນປັດໄຈຍົກສູງການຄຸ້ມຄອງເສດ
ຖະກິດມະຫາພາກທີ່ມີປະສິດທິຜົນ, ຕ້ອງເປັນເຈົ້າໃນການຜັນຂະຫຍາຍມະຕິ, ຄຳສັ່ງຂອງສູນກາງພັກ-ລັດຖະບານໃຫ້ເປັນແຜນງານ ແລະ ໂຄງການໃນແຕ່
ລະດ້ານຢ່າງເປັນຮູບປະທຳ, ປັບປຸງກົນໄກການປະສານງານ, ເຮັດວຽກຮ່ວມກັນຢ່າງແທ້ຈິງ, ມີການນຳໃຊ້ລະບົບສະຖິຕິ ແລະ ລະບົບທັນສະໄໝໃນການຕິດຕາມ ແລະ ຄຸ້ມຄອງໃນແຕ່ລະວຽກງານ.
ສະນັ້ນ, ເພື່ອສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ. ຮຽກຮ້ອງໃຫ້ສືບຕໍ່ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າຕາມທິດ ສອຈ, ຈະໄດ້ສຸມໃສ່ສ້າງການຂະຫຍາຍຕົວເສດຖະກິດຮູບແບບໃໝ່ທີ່ຕັ້ງໜ້າກວ່າເກົ່າ ໂດຍເລັ່ງປັບປຸງກຳລັງແຮງງານໃຫ້ມີຄຸນນະພາບສູງ, ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ເພື່ອຍົກປະສິດທິພາບຖານການຜະລິດ ແລະ ບໍລິການພາຍໃນໃຫ້ສູງຂຶ້ນ, ເພີ່ມທະວີການລະດົມທຸກແຫຼ່ງກຳລັງຈາກພາກສ່ວນເສດຖະກິດ ໂດຍສຸມໃສ່ການພັດທະນາເສດຖະກິດພາກເອກະຊົນທີ່ເຂັ້ມແຂງຕາມທິດ ສອຈ, ຫັນເຂົ້າສູ່ລະບົບທາງການ, ສ້າງສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກການລົງທຶນທີ່ດີຕາມທິດເລືອກເຟັ້ນ, ຄຸນນະພາບ ແລະ ຍືນຍົງ, ເລັ່ງປັບປຸງລັດວິສາຫະກິດທີ່ສຳຄັນໃຫ້ສາມາດເຄື່ອນໄຫວມີຜົນກຳໄລ ແລະ ປະກອບສ່ວນຕໍ່ງົບປະມານລັດ, ເລັ່ງຂະຫຍາຍຖານລາຍຮັບງົບປະມານ ໂດຍການຄົ້ນຄວ້າເພີ່ມອັດຕາພາສີ-ອາກອນຈຳນວນໜຶ່ງທີ່ເປັນທ່າ
ແຮງ ແລະ ຊຸກຍູ້ໃຫ້ມີການປຸງແຕ່ງວັດຖຸດິບພາຍໃນ, ຂະຫຍາຍຖານລາຍຮັບໃຫ້ເຂົ້າສູ່ລວງເລິກ, ເລັ່ງຫັນຫົວໜ່ວຍວິສາຫະກິດທັງໝົດໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ຢຸດຕິການຍົກເວັ້ນ ແລະ ເຂັ້ມງວດຕໍ່ການຫຼຸດຜ່ອນພາສີ-ອາກອນທີ່ນອກເໜືອກົດໝາຍກຳນົດ, ສືບຕໍ່ປັບປຸງປະສິດທິຜົນດ້ານລາຍຈ່າຍງົບປະມານ ໂດຍການປັບປຸງນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ, ປັບປຸງການຕິດຕາມ ແລະ ປະເມີນປະສິດທິຜົນດ້ານລາຍຈ່າຍ ໂດຍອີງໃສ່ຜົນໄດ້ຮັບຕົວຈິງຕໍ່ເສດຖະກິດ, ເພີ່ມງົບປະມານໃຫ້ໂຄງການດ້ານຊັບພະຍາກອນມະນຸດ ແລະ ການແກ້ໄຂຄວາມທຸກຍາກໃຫ້ຫຼາຍຂຶ້ນ, ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂໜີ້ສິນຢ່າງມີແຜນການ ຈຸດສຸມ ແລະ ມີປະສິດທິຜົນ, ເຂັ້ມງວດປະຕິບັດວິໄນແຜນການ ແລະ ການ
ເງິນແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ສືບຕໍ່ເລັ່ງການຫັນເປັນທັນສະໄໝໃນຂະແໜງການເງິນ, ສ້າງຖານຂໍ້ມູນ ແລະ ເຊື່ອມຕໍ່ລະບົບເຂົ້າກັບທຸກຂະແໜງການທີ່
ມີລາຍຮັບ-ລາຍຈ່າຍໃຫ້ທົ່ວເຖິງແລະ ວ່ອງໄວ, ຍົກລະດັບລະບົບຂໍ້ມູນສະຖິຕິເປັນທັນສະໄໝ, ສືບຕໍ່ປັບປຸງນະໂຍບາຍ ແລະ ກົນໄກດ້ານເງິນຕາໃຫ້ສອດຄ່ອງ, ຄຸ້ມຄອງຕະຫຼາດເງິນຕາໃຫ້ເຂົ້າສູ່ລະບົບ, ຮັດກຸມ ແລະ ເຂັ້ມງວດ, ຄຸ້ມຄອງກະແສໄຫຼເຂົ້າ-ອອກຂອງເງິນຕາຕ່າງປະເທດ, ເພີ່ມທະວີການສ້າງເຄື່ອງມື ແລະ ມາດຖານໃນການຄຸ້ມຄອງລະບົບທະນາຄານທຸລະກິດ, ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂຄງການສິນເຊື່ອ ເພື່ອຊຸກຍູ້ຂະແໜງການຜະລິດ ແລະ ບໍລິການພາຍໃນທີ່ເປັນບຸລິມະສິດ.
ໂດຍ: ສົມພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















