ວພກ ມອບເງິນອຸດໜູນບຳນານ
ເວລາອອກຂ່າວ: 2026-01-15 08:34:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ: ![]()
ວັນທີ 30 ທັນວາ 2025 ຜ່ານມານີ້, ວິທະຍາຄານພະລາທິການກອງທັບ(ວພກ) ໄດ້ຈັດພິທີມອບເງີນອຸດໜູນບຳນານໃຫ້ພະນັກງານທີ່ໄດ້ຮັບອະນຸມັດພັກການຮັບບຳນານ,ໂດຍການເປັນປະທານຂອງສະຫາຍ ພັນເອກ ປອ ແສງທອງ ອຸ່ນນາງ ຮອງອຳນວຍການ ຫົວໜ້າຫ້ອງການເມືອງ ວພກ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນ, ພະ ແນກການທີ່ກ່ຽວຂ້ອງ ພ້ອມທັງບັນດາພະນັກງານທີ່ໄດ້ຮັບເງິນອຸດໜູນບຳນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳສະຫວັດ ສີຊານົນ ຫົວໜ້າພະແນກນະໂຍບາຍ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ, ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ, ອີງຕາມຂໍ້ຕົກລົງ ວ່າດ້ວຍການປະຕິບັດເງີນອຸດໜູນ ແລະ ເງີນນະໂຍບາຍຕ່າງໆ ໃນການມອບເງີນອຸດໜູນຄັ້ງນີ້ມີທັງໝົດ 7 ສະຫາຍ, ລວມມູນຄ່າທັງໝົດ 139.940.000 ກີບ.
ໂອກາດດຽວກັນນີ້, ສະຫາຍປະທານກໍໄດ້ໃຫ້ການໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບເງີນອຸດ ໜູນຄັ້ງນີ້, ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດໃນໜ້າທີ່ປະຕິວັດຂອງບັນດາສະຫາຍ, ທັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານບຳນານດັ່ງກ່າວທີ່ໄດ້ປະກອບສ່ວນອຸທິດເຫື່ອແຮງສະຕິປັນຍາເຂົ້າໃນພະລາກິດປະຕິວັດຢ້າງສຸດກົກສຸດປາຍ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ພັກການຮັບບຳນານ ຈົ່ງນຳເອົາເງິນຈຳນວນດັ່ງກ່າວໄປນຳໃຊ້ໃຫ້ເກີດປະ
ໂຫຍດສູງສຸດແກ່ຄອບຄົວ, ສືບຕໍ່ຮັກສາແໜ້ນຄວາມສາມັກຄີລະຫວ່າງກົມກອງການຈັດຕັ້ງ, ເປັນແບບຢ່າງອັນດີໃຫ້ແກ່ພໍ່ແມ່ປະຊາຊົນໃນບ້ານທີ່ຕົນອາໃສ, ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງບ້ານ, ເປັນອີກໜຶ່ງທ່າແຮງເພື່ອພັດທະນາບ້ານກໍຄືສັງຄົມໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















