ທະຫານເມືອງມຸນລະປາໂມກ ສຳເລັດບັ້ນ ອົບຮົມ-ຫັດແອບ ຍິງລູກປືນແທ້ ປະຈຳປີ 2025
ເວລາອອກຂ່າວ: 2026-01-15 08:35:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ: ![]()
ໃນວັນທີ 9 ມັງກອນ ຜ່ານມານີ້, ກອງບັນຊາການທະຫານເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ສຳເລັດບັ້ນອົບຮົບ-ຫັດແອບຍີງລູກປືນແທ້ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ຄຳຫຼ້າ ວິສູດທິວົງ ຮອງປະທານຄະນະກຳມະການປົກຄອງເມືອງ ມຸນລະປາໂມກ, ມີ ສະຫາຍ ພັນໂທ ບຸນມີ ເສີມສຸກ ຫົວໜ້າການທະຫານກອງບັນຊາການທະຫານເມືອງມຸນລະປາໂມກ, ມີຄະນະພັກ-ຄະນະບັນຊາ ,ພະແນກການທີ່ກ່ຽວຂ້ອງ,ແຂກທີ່ຖືກເຊີນ ແລະ ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນຕີ ແອອານົງ ພົງວັນ ຮອງພະແນກເສນາ ກອງບັນຊາການທະຫານເມືອງມຸນລະປາໂມກ,ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບຍິງລູກປືນແທ້ປະຈຳປີ 2025. ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ,ຈຸດອອ່ນ,ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນການອົບຮົມ-ຫັດແອບ ໄລຍະຜ່ານມາເຫັນໄດ້ວ່າພະນັກງານ-ນັກຮົບ ໄດ້ມີຄວາມຫ້າວຫັນ, ສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນການອົບຮົມ-ຫັດແອບເປັນຢ່າງດີ, ເຊີ່ງສະແດງອອກໃນເວລາຫັດແອບຍິງລູກປືນແທ້ໃນສະໜາມຕົວຈິງ ສາມາດບັນລຸຜົນໄດ້ຕາມລະດັບຄາດໜາຍທີ່ກຳນົດໄວ້ ແລະ ຮັບປະກັນຄວາມປອດໄພໄດ້ 100%. ຈຸດປະສົງຂອງການອົບຮົມ-ຫັດແອບຄັ້ງນີ້, ກໍ່ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີ, ຄ່ອງແຄ້ວໃນການນຳໃຊ້ອາວຸດ-ຍຸດໂທປະກອນໃຫ້ມີຄວາມຊຳນິຊຳນານ ແລະ ເພື່ອໝູນໃຊ້ເຂົ້າໃນການປະຕິບັດໃນໜ້າທີ່ວຽກງານຕົວຈິງຢູ່ກົມກອງຂອງຕົນໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບການຕົວຈິງທີ່ຈະເກີດຂື້ນໃຫ້ທັນເວລາ.
ໂດຍ: ຄຳຕັນ ທຳມະມຸນນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















