ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງພັນ​ໃຫຍ່ 301 ປາຖະກະຖາ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-15 08:37:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ໃນ​ວັນ​ທີ 13 ມັງກອນ 2026 ນີ້, ກອງພັນ​ໃຫຍ່ 301 ທີ​ຂຶ້ນ​ກັບ​ກອງ​ພົນ​ທີ 3 ໄດ້​ຈັດ​​ພິທີ​ປາຖະກະຖາ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ, ໂດຍ​ການ​ເປັນ​ປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພັນ​ໂທ ບຸນ​ໄຊ ເພັງ​ສຸວັນ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 301, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ພະແນກການ, ກົມ​ກອງ ຕະຫຼອດ​ຮອດ​ພະນັກງານ ຫຼັກ​ແຫຼ່ງ ທົ່ວ​ກອງພັນ​ໃຫຍ່​ເຂົ້າ​ຮ່ວມ. ໃນ​ໂອກາດ​ນີ້ ສະຫາຍ ພັນ​ໂທ ບຸນ​ໄຊ ເພັງ​ສຸວັນ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 301, ໄດ້​ຂຶ້ນ​ປາຖະກະຖາ ຫວນ​ຄືນ​ມູນເຊື້ອ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກອງທັບ​ປະຊາຊົນ​ລາວ ຕະຫຼອດ​ໄລຍະ 77 ປີ ທີ່ຜ່ານ​ມາ ,ກອງທັບ​ລາວ​ອິດສະຫຼະ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຢູ່​ເຂດ​ທີ່​ໝັ້ນ​ຕາແສງ​ລາວ​ຮຸງ​ພຽງ​ສາ​ໂດຍ​ແມ່ນ ປະ​ທ່ານ ໄກສອນ ພົມວິຫານ ເປັນ​ຜູ້​ບັນຊາ​ໂດຍ​ກົງ. ການ​ກຳເນີດ​ເກີດ​ຂຶ້ນ​ຂອງ​ກອງທັບ​ປະຊາຊົນ​ລາວ​ນີ້, ໄດ້​ເປັນ​ຂີດ​ໝາຍ​ທາງ​ປະຫວັດສາດ​ໃນ​ການ​ເຕົ້າໂຮມ​ປັບປຸງ​ບັນດາ​ກຳລັງ​ພາກ​ຕ່າງໆ,ຢູ່​ພາຍ​ໃນ​ປະເທດ​ໃຫ້​ເປັນ​ເອກະ​ພາບສືບຕໍ່​ຂະຫຍາຍ​ກຳລັງ, ຈັດ​ຕັ້ງ​ສູ້​ຮົບ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກອງທັບ​ລາວ​ອິດສະຫຼະ ຕໍ່​ມາ​ໄດ້​ປຽນ​ຊື່​ເປັນ ກອງທັບ​ປະຊາຊົນ​ລາວທີ່ໄດ້​ເກີດ​ຂຶ້ນ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ຈາກ​ການ​ຕໍ່ສູ້ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ, ຍ້ອນ​ການ​ຮຸກ​ຮານ​ຂອງ​ອິດ​ທິ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ແບບ​ໃໝ່, ໄດ້​ເສີມ​ສ້າງ​ມະ​ນາ​ຈິດ​ໃຫ້​ປະຊາຊົນ​ບັນດາເຜົ່າ​ໃຫ້​ມີ​ນ້ຳໃຈ​ຮັກ​ຊາດ ແລະ ຮັກ​ລະບອບ​ໃໝ່​ໃຫ້​ສູງ​ສົ່ງ, ສືບ​ທອດ​ມູນເຊື້ອ​ອັນ​ອົງອາດ​ກ້າແກ່ນ,ຈາກ​ບັນ​ພະ​ບູ​ລຸດ​ຂອງ​ເຊື້ອ​ຊາດ​ລາວ​ບັນດາເຜົ່າ​ຕ່າງໆ, ບວກ​ກັບ​ການ​ນຳພາ​ອັນ​ປີ​ຊາ ສາມາດ​ຂອງ​ພັກ​ເຮົາ ຫຼັງ​ຈາກ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ພ້ອມ​ປະ​ເຊີນ​ໜ້າ​ກັບ​ສັດຕູ​ທີ່ມີ​ກຳລັງ​ທາງ​ດ້ານ​ເສດຖະກິດ, ກຳລັງ​ພົນ, ອາວຸດ​ຍຸດ​ໂທ​ປະກອນ ເໜືອກ​ວ່າ ແລະ ແຂງແຮງ​ກວ່າ​ຫຼາຍ​ເທົ່າ ດ້ວຍ​ນ້ຳໃຈ​ຮັກ​ຊາດ​ອັນ​ສູງ​ສົງ ແລະ ການ​ສືບ​ທອດ​ມູນເຊື້ອ​ອັນ​ອົງອາດ​ກ້າຫານ ຂອງ​ບັນ​ພະ​ບູ​ລຸດ​ແຫ່ງ​ເຊື້ອ​ຊາດ​ລາວ​ຊົນເຜົ່າ​ຕ່າງໆ, ບວກ​ກັບ​ການ​ນຳພາ​ອັນ​ປິ​ຊາ​ສາມາດ​ຂອງ​ພັກ​ເຮົາ​ທີ່​ໄດ້​ເຄື່ອນ​ໄຫວ​ສູ້​ຮົບ​ຢ່າງ​ອົງອາດ​ກ້າຫານ​ເດັດດ່ຽວ ​ຍິ່ງ​ຕີ​ກໍ່​ຍິ່ງ​ໄດ້​ຮັບ​ໄຊຊະນະ​ຕະຫຼອດ​ມາ ແລະ ໄດ້​ຜ່ານ​ພາ​ອຸປະສັກ​ນາໆ​ປະການ, ເຮັດ​ສຳເລັດ​ພາລະ​ກຳ​ປະຫວັດສາດ​ທີ່​ພັກ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້,ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ສົມບູນ. ພ້ອມ​ນັ້ນ ສະຫາຍ ຍັງ​ໄດ້​ເໜັ້ນ​ໜັ້ກ​ໃຫ້​ພະນັກງານ - ນັກຮົບ ພາຍ​ໃນ​ກົມ​ກອງ ຈົ່ງ​ພ້ອມ​ກັນ​ເສີມ​ຂະຫຍາຍ​ມູນເຊື້ອ​ຮັກ​ຊາດ,ຮັກ​ປະຊາຊົນ ຮູ້​ຈຳແນກ​ມິດ​ສັດຕູ, ຍົກ​ສູງ​ນ້ຳໃຈ​ຮັກ​ຊາດ, ຈົ່ງ​ຮັກ​ພັກດີ​ຕໍ່​ປະເທດ​ຊາດ, ຕໍ່​ພັກ​ໃຫ້​ສູງ​ຂຶ້ນ ແລະ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຜົນ​ປະໂຫຍດ ຂອງ​ປະເທດ​ຊາດ​ດ້ວຍ​ຄວາມ​ບໍລິສຸດ​ໃຈ. ພາບ: ຄຳ​ນ້ອຍ ຂ່າວ: ຈອມ​ແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ