ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຫ້ອງການ ກົມ​ໃຫຍ່​ການເມືອງ ປ້ອງ​ກັນ​ຄວາມສະຫງົບອວຍພອນ ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ
ເວລາອອກຂ່າວ: 2026-01-15 08:38:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ໃນ​ວັນ​ທີ 14 ມັງກອນ 2026 ນີ້, ສະຫາຍ ພັນ​ເອກ ນາງ ລີ​ວອນ ລາວ​ລີ ຮອງ​ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ການເມືອງ ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ ຄະນະ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026) ທີ່​ຈະ​ມາ​ເຖິງ​ໃນ​ມໍ່ໆ​ນີ້, ໂດຍ​ການ​ຕ້ອນ ຮັບ​ຂອງ ສະຫາຍ ພັນ​ເອກ ກົງ​ວັນ ສຸ​ລິ​ວັນ ຮອງ​ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້ ສະຫາຍ ພັນ​ເອກ ນາງ ລີ​ວອນ ລາວ​ລີ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ການ​ເຕີບ​ໃຫຍ່​ເຂັ້ມແຂງ ຕະຫຼອດ​ໄລຍະ​ເວລາ 77 ປີ ຂອງກອງທັບ​ປະ ຊາຊົນ​ລາວ. ພ້ອມ​ທັງ​ອວຍພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ຫ້ອງການ​ກົມ​ໃຫ່​​ຍ​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ພາລະ​ນາ​ໄມ​ສົມບູນ, ມີ​ຄວາມສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ​ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ກົງ​ວັນ ສຸ​ລິ​ວັນ ຕາງໜ້າຄະນະ​ຫ້ອງການ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈມາ​ຍັງ​ສະຫາຍ ນາງ ລີ​ວອນ ລາວ​ລີ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ມາ​ອວຍພອນ ແລະ ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​ຂອງ​ວັນ​ດັ່ງກ່າວ. ຂ່າວ: ນາງ ອາ​ນຸ​ພອນ ສຸກ​ສົງການ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ