ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

1 ປີຜ່ານມາ​ ຫ້ອງ​ການເມືອງ ກອງ​ພົນ​ທີ 3 ຍາດ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2026-01-15 08:54:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:



ສະຫາຍ ພັນ​ເອກ ຄຳ​ຕັນ ແສງ​ມາ​ລາພອນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3 ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ​ ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາຂົງເຂດ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ໃນ​ການ​ເປັນ​ເສນາ​ທິ​ການ​ໃຫ້​ຄະນະ​ພັກ​ກອງ​ພົນ ດ້ານ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ປັບປຸງ​ກໍ່ສ້າງ​ພັກ-ພະ ນັກງານ, ວຽກ​ງານ​ຍຸດຕິທຳ, ປະກັນ​ສັງຄົມ-ນະໂຍບາຍ, ອົງ​ການຈັດຕັ້ງ​ມະຫາຊົນ ແລະ ອື່ນໆ ​ໂດຍ​ປີ່ນ​ອ້ອມ​ຕາມ 4 ໜ້າທີ່ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ​ວາງອອກ ເປັນຕົ້ນ​ແມ່ນ ​ການຈັດຕັ້ງ​ພະນັກ ງານ​ລົງ​ເຜີຍ​ແຜ່​ບັນດາ​ເອ​ກະ​ສານ​ມະຕິ​ຕ່າງໆ​ ຂອງ​ຂັ້ນ​ເທິງ​ຢູ່​ແຕ່​ລະ​ກົມ​ກອງ, ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ໃນ​ທົ່ວ​ກອງ​ພົນ​ທີ 3 ຮັບ​ຮູ້​ເຂົ້າໃຈ​ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍຂອງພັກ, ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ​ໃນ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ໃນ​ນີ້​, ຄະນະ​ພັກ​ຫ້ອງ​ການເມືອງ ຍັງ​ໄດ້​ຊີ້​ນຳ​ກອງຮ້ອຍ​ປະຕິບັດ​ງານ 205 ເຊິ່ງ​ເຮັດ​ໜ້າທີ່​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢູ່​ກຸ່ມ​ບ້ານ​ທົ່ງ​ກາບ ເມືອງ​ຊຽງ​ຮອນ ແຂວງ​ໄຊ​ຍະ​ບູ​ລີ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ. ວຽກ​ງານ​ກໍ່ສ້າງ​ພັກ ໄດ້​ຂະຫຍາຍ​ມະຫາຊົນ​ຜູ້​ກ່າວ​ໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ 3 ສະຫາຍ ແລະ ເລື່ອນ​ສຳຮອງ​ຂຶ້ນ​ສົມບູນ 3 ສະຫາຍ, ວຽກ​ງານ​ພະນັກງານ ໄດ້​ຮັບ​ການ​ເລື່ອນ​ ຊັ້ນ​ທັງ​ໝົດ 29 ສະຫາຍ, ສັບ ຊ້ອນ​ປັບປຸງ​ການຈັດຕັ້ງ​ບາງ​ຂະ ແໜງການ, ສະເໜີ​ປະດັບ​ທຽບ​ຊັ້ນ​ໃຫ້​ນັກຮົບ​ທີ່​ຮຽນ​ຈົບ​ສາຍ​ລັດ 7 ສະຫາຍ, ເຂົ້າ​ພັກ​ການ​ຮັບ​ບຳນານ 3 ສະຫາຍ, ປິ່ວ​ປົວ ​ຍາວ​ນານ 2 ສະຫາຍ, ວຽກງານ ​ການ​ປັບປຸງ​ກໍ່ສ້າງກົມກອງ ແລະ ປູກຝັງ-ລ້ຽງສັດ ເພື່ອ​ແກ້ໄຂ​ ຊີວິດ​ການ​ເປັນ​ຢູ່ປັດຈຸບັນ​ທົ່ວ​ຫ້ອງ​ການເມືອງ ມີ​ເປັດ-ໄກ່ 210 ໂຕ, ມີ​ໜອງ​ປາ 8 ໜອງ ປ່ອຍ​ປາ​ຈຳ​​​ນວນ 13.000 ໂຕ ໃນ​ນີ້​ອັນ​ຜົນ​ເດັ່ນ ​ແມ່ນ​ການ​ປະຕິບັດ​ຂໍ້​ກຳນົດ, ​ກົດ​ລະບຽບ​ວ່າ​ດ້ວຍ 7 ລະບອບ 18 ວຽກ​ຢ່າງ​ເຂັ້ມ​ງວດ; ນອກ​ນີ້ ​ກໍຍັງໄດ້ຖື​ເອົາ​ວຽກ​ງານ​ໂຄສະນາ​ເປັນບັນຫາ​ສຳຄັນ​ເປັນ​ກະບອກ​ສຽງ​ໃຫ້​ແກ່​ຄະນະ​ພັກ ​ກອງ​ພົນ​ທີ 3 ເປັນຕົ້ນ​ແມ່ນ​ການ​ໂຄສະນາ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ລັດ, ລົງ​ເກັບ​ກຳ​ບັນດາ​ຂໍ້​ມູນ​ຂ່າວສານ, ຂຽນ​ຂ່າວ-ບົດ​ວຽກ​ດີ​ຄົນ​ເດັ່ນ​ ຢູ່​ບັນດາ​ກົມ​ກອງ, ສົ່ງ​ໃຫ້​ກອງ​ວິທະຍຸ​ກະ​ຈາຍ​ສຽງ​ກອງທັບ-ໂທລະພາບ​ກອງທັບ ແລະ ໜັງສືພິມ​ກອງທັບ, ຈັດ​ຕັ້ງ​ລະບົບ​ໂທລະ​ໂຄ່ງ​ອ່ານ​ຂ່າວ, ຖ່າຍ​ທອດ​ວິທະຍຸ​ພາກ​ຂ່າວ​ກອງທັບ​ຢ່າງ​ເປັນ​ປົກກະຕິ​ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ​ໃນ​ເຂດ​ອົງການ, ກົມ​ກອງ​ໄດ້​ຮັບ​ຮູ້​ຂ່າວສານ​ການເຄື່ອນໄຫວ​ຂອງ​ກົມ​ກອງ​ຕະຫຼອດ​ເວລາ. ສະຫາຍ ພັນ​ເອກ ຄຳ​ຕັນ ແສງ​ມາ​ລາພອນ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ຊີ້​ນຳ​ພະນັກງານ-ນັກຮົບ​ທົ່ວ​ຫ້ອງ​ການເມືອງ ​ຍົກ​ສູງ​ຄວາມ​ຮັບຜິດຊອບ ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ເພີ່ມ​ທະວີ​ຄວາມ​ສາ ມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ປະ ຕິບັດ​ຫຼັກການ​ລວມ​ສູນ​ປະຊາ ທິປະໄຕ, ມີ​ຄວາມ​ເປັນເອກະ​ພາບ​ໃນ​ໝູ່​ຄະນະ, ແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບຜິດຊອບ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ, ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງ ທັບ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ຕັ້ງໜ້າ​ອອກແຮງ​ ປັບ​ປຸບ​ກໍ່ສ້າງ​ກົມ​ກອງ ​ໃຫ້​ກາຍເປັນ​ກົມ​ກອງ​ທີ່​ມີ​ແບບແຜນ​ທັນ​ສະໄໝ​ຂຶ້ນ​ເທື່ອ​ລະ​ກ້າວ. ໂດຍ: ທອງ​ເລື່ອນ, ຄຳ​ຜຸຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ