ກອງພັນໃຫຍ່ 279 ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2026-01-16 08:43:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ: ![]()
ໃນວັນທີ 12 ມັງກອນ 2026, ກອງພັນໃຫຍ່ 279 ໄດ້ຈັດຕັ້ງປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວ
ໜ້າການເມືອງ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາພະແນກການ, ກອງພັນ, ກອງຮ້ອຍເອກະລາດ ພ້ອມດ້ວຍບັນດານາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ຂຽວ ບຸນນະພອນ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 279 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ຍົກຂັ້ນເງິນເດືອນ ໃຫ້ນາຍທະຫານຢູ່ ກອງພັນໃຫຍ່ 279, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ຍົກຂັ້ນເງິນເດືອນ, ອີງຕາມກົດໝາຍນາຍທະຫານຂອງກອງທັບປະຊາຊົນລາວ ວ່າດ້ວຍການຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ, ອີງຕາມການຄົ້ນຄວ້າຂອງກົມພະນັກງານ, ອີງຕາມການນຳສະເໜີຂອງກົມໃຫຍ່ການເມືອງກອງທັບ; ຕົກລົງເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 33 ສະຫາຍ, ຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 33 ສະຫາຍ, ຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 39 ສະຫາຍ, ຊັ້ນ ວາທີ ຂຶ້ນ ຮ້ອຍຕີ 9 ສະຫາຍ ແລະ ຍົກຂັ້ນເງິນເດືອນ ຊັ້ນ ພັນໂທ ຂຶ້ນຮັບເງິນເດືອນຊັ້ນ ພັນເອກ ຈຳນວນ 4 ສະຫາຍ, ຊັ້ນ ພັນຕີ ຂຶ້ນຮັບເງິນ ພັນໂທ ຈຳນວນ 5 ສະຫາຍ ແລະ ຮ້ອຍໂທ ຂຶ້ນຮັບເງິນ ຮ້ອຍເອກ 3 ສະຫາຍ.
ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ໄດ້ເນັ້ນໜັກໃຫ້ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ, ປະດັບທຽບຊັ້ນໃໝ່ ແລະ ຍົກຂັ້ນເງິນເດືອນ ຈົ່ງສຶບຕໍ່ເປັນແບບຢ່າງທີ່ດີພ້ອມກັນຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບຂອງກົມກອງວາງອອກພ້ອມກັນປະຕິບັດນຳພາຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິຕ່າງໆຂອງກົມກອງວາງໃຫ້ປະກົດຜົນເປັນຈິງ.
ໂດຍ: ນາງ ມະນີວັນ ນິທະກອນ
ພາບ: ນາງ ກິ່ງແກ້ວ ສີສະກຸນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















