ພະແນກການເມືອງ ກອງພັນໃຫຍ່ 643 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2026-01-16 08:44:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ: ![]()
ໃນວັນທີ13 ມັງກອນ 2026, ພະແນກການເມືອງ ກອງພັນໃຫຍ່ 643 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2025 ແລະ ວາງທິດ
ທາງແຜນການ ປະຈຳປີ 2026, ໂດຍເປັນປະທານຂອງ ສະຫາຍ ພັນເອກ ບົວລອຍ ດວງລາວົງ ຫົວໜ້າການທະຫານ ກອງພັນໃຫຍ່ 643, ມີຄະນະພັກ-ຄະນະບັນຊາ ພະແນກການເມືອງ, ກົມກອງອ້ອມຂ້າງຕະຫຼອດຮອດພະນັກ ງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຖາວອນ ແສງສະທອງ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026; ຕະຫຼອດໄລຍະ 1ປີຜ່ານມາ ຄະນະພັກ-ຄະນະບັນຊາ ພະແນກການເມືອງ ໄດ້ເປັນເຈົ້າການເອົາໃຈໃສ່ນຳພາ-ຊີ້ນຳຢ່າງຮອບດ້ານກ່ຽວກັບຂົງເຂດວຽກງານຕ່າງໆ ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນ ທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂອງກອງທັບ ວາງອອກຢ່າງເຂັ້ມງວດ, ມີສະຕິຕື່ນຕົວສູງ ສາມາດຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອົາໃຈໃສ່ຍົກສູງພາລະບົດບາດ, ຄວາມຮູ້, ຄວາມສາມາດ ວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ ມີຄວາມຊຳນິຊຳນານຄ່ອງແຄ້ວ ເພື່ອຮັບປະກັນເຮັດໃຫ້ສະພາບຂອບເຂດບໍລິເວນກົມກອງຕັ້ງທັບມີຄວາມສະຫງົບປອດໄພໂດຍພື້ນຖານ. ນອກຈາກນັ້ນ, ຍັງຖືສຳຄັນດ້ານວຽກງານການຜະລິດ ສ້າງເສດຖະກິດແກ້ໄຂຊິວິດການເປັນຢູ່ ຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນນັ້ນ, ມີໜອງປາ 4 ໜອງ ແລະ ສວນຄົວລວມ 1 ຕອນ, ສາມາດລາຍຮັບຈາກການຂາຍປາ, ປູກຝັງ-ລ້ຽງສັດ ແລະ ການບໍລິການອື່ນໆ ເຂົ້າຄັງລວມຂອງພະແນກໄດ້ທັງໝົດ 41.213.000 ກີບ.
ສະຫາຍ ພັນເອກ ບົວລອຍ ດວງລາວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ ເຂັ້ມແຂງ, ມີຄຸນສົມບັດສິນທຳປະຕິວັດຢ່າງຮອບດ້ານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ພ້ອມກັນເຮັດສຳເລັດທຸກໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.
ໂດຍ: ຄຳໝັ້ນ ຄົງວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















