ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ສົກຮຽນ 2025-2026
ເວລາອອກຂ່າວ: 2026-01-16 08:48:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ: ![]()
ໃນວັນທີ 8 ມັງກອນ 2026 ນີ້, ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ ໄດ້ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ປະຈຳສົກຮຽນ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 3 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູ-ອາຈານ ເຂົ້າ ຮ່ວມ.
ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງ ສຶກສາໄດ້ຜ່ານແຜນການສອບ ເສັງ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການສອບເສັງ ພາກຮຽນທີ I ປະຈຳສົກຮຽນ 2025-2026, ພ້ອມນີ້ ກອງປະຊຸມຍັງໄດ້ຜ່ານສິດ ແລະ ໜ້າທີ່ຂອງກຳ ມະການຍາມຫ້ອງສອບເສັງ ແລະ ຜ່ານຕາຕະລາງສອບເສັງ. ທັງນີ້, ກໍເພື່ອເປັນການກວດກາຄືນ ໃນການຈັດຕັ້ງການຮຽນ-ການສອນ ໃນໄລຍະໜຶ່ງສົກຮຽນທີ່ຜ່ານມາຂອງ ຄູ-ອາຈານ ແລະ ນັກຮຽນ, ເປັນການປະຕິບັດຂັ້ນຕອນບາດກ້າວຂອງການຮຽນ-ການສອນ ຂອງລະບົບສາມັນສຶກສາ ຕາມທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ເປັນການວັດແທກ ປະເມີນຜົນການຮຽນ-ການສອນ, ທັງເປັນການຮັບປະກັນໃຫ້ບັ້ນດຳເນີນການສອບເສັງ ໃຫ້ນັກຮຽນເຂົ້າ ຮ່ວມສອບເສັງຢ່າງເປັນຂະບວນ ການຟົດຟື້ນ, ມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ບັນລຸຕາມແຜນການວາງອອກໃຫ້ໄດ້ຮັບຜົນສູງ.
ໂດຍ: ໂອລິນ ມິ່ງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















