ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ມອບ-ຮັບ​ໜ້າທີ່​ຫົວໜ້າ​ການເມືອງ ຫົວໜ້າ​ການ​ທະຫານ​ກອງພັນ 407
ເວລາອອກຂ່າວ: 2026-01-16 08:50:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:



ວັນ​ທີ 12 ທັນວາ 2026 ນີ້, ກອງພັນ 407 ກອງ​ພົນ​ທີ 3 ໄດ້​ຈັດ​ພິທີ​ມອບ-ຮັບ​ໜ້າທີ່​ລະຫວ່າງ​ຜູ້​ເກົ່າ ແລະ ຜູ້​ໃໝ່, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນເອກ ຄຳ​ຕັນ ແສງ​ມາ​ລາພອນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3, ມີ​ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ກອງພັນ 407 ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ພອນ​ພະຈັນ ບົວ​ທະ​ວິນ ຫົວໜ້າ​ ການເມືອງກອງພັນ 407 (ຜູ້​ເກົ່າ) ໄດ້​ລາຍ​ງານ​ການເຄື່ອນ ໄຫວ​ຈັດ​ຕັ້ງ​ປະຕິບັດໜ້າທີ່ວຽກ​ ງານ​ໃນ​ຂົງເຂດ​ຄວາມ​ຮັບຜິດ ຊອບໃນ​ໄລຍະ​ຜ່ານ​ມາ ໂດຍ​ຫຍໍ້​ຜ່ານ​ການ​ຊີ້​ນຳ-ນຳພາ ແລະ ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ​່ວຽກ​ງານ​ຕະຫຼອດ​ໄລຍະ​ຜ່ານ​ມາ, ເປັນຕົ້ນ​ແມ່ນ​ການ​ປະຕິບັດ​ຂໍ້​ກຳນົດກົດ ​ລະບຽບ​ຂອງ​ກອງທັບ, ການ ເຝິກແອບ​ຮ່ຳຮຽນ, ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ, ການ​ປັບປຸງ​ກໍ່ ສ້າງ​ກຳລັງ, ການ​ປັບປຸງ​ກໍ່ສ້າງ​ພັກ-ພະນັກງານ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ​ຕໍ່​ປະເທດ​ຊາດ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການ ເມືອງ​, ການ​ເພີ່ມ​ພູນ​ຜະລິດ ຜົນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ​ຕະຫຼອດ​ໄລຍະ​ຜ່ານ​ມາ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກກະຊວງ​ປ້ອງ​ກັນ​ປະເທດ​ວ່າງ​ອອກ. ຈາກ​ນັ້ນ​ກໍໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ​ການ​ມອບ-ຮັບ​ໜ້າທີ່ ລະຫວ່າງ ສະຫາຍ ພັນ​ໂທ ພອນ​ພະຈັນ ບົວ​ທະ​ວິນ ຫົວໜ້າ​ການເມືອງ ກອງພັນ 407 (ຜູ້​ເກົ່າ) ມອບໃຫ້ ສະຫາຍ​ ພັນ​ໂທ ຈັນທະ​ວົງ ໄພວັນທອນ ຫົວໜ້າ​ການເມືອງ ກອງພັນ 407 (ຜູ້​ໃໝ່) ແລະ ສະຫາຍ ພັນ​ໂທ ອ້ວນ ທຳ​ມະອິນທາ ຫົວໜ້າ​ການ​ທະຫານກອງພັນ 407 (ຜູ້ເກົ່າ) ມອບ​ໃຫ້ ສະຫາຍ ພັນ​ໂທ ສົມລິດ ສຸກ​ວິໄລ ຫົວໜ້າ​ຫານ​ການ​ທະ ຫານ ກອງພັນ 407( ຜູ້​ໃໝ່). ໂດຍ: ຄຳ​ຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ