ປີ 2025 ຜ່ານມາ ກອງບັນຊາການທະຫານອາກາດ ສ້າງໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2026-01-16 08:53:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ຄຳໃສ ສຸດທາພັນ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານອາກາດ ໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຂົງຄາງ ແລະ ບົດຮຽນທີ່ຖອດຖອນໄດ້ຕໍ່ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ຂອງກົມກອງ ເຊິ່ງມີເນື້ອໃນດັ່ງນີ້: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ກໍຄື ກົດລະບຽບວິໄນຂອງກອງທັບ ຢ່າງເຂັ້ມງວດ ເຮັດໃຫ້ຖັນແຖວພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນໃນທຸກຂົງເຂດວຽກງານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ແລະ ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນວຽກງານການນຳພາ-ຊີ້ນຳແມ່ນມີຄວາມໜັກແໜ້ນ ເຂັ້ມແຂງ; ເປັນເຈົ້າການຈັດຕັ້ງປະຕິບັດລະບອບສ່ອງແສງລາຍງານປະຈຳເດືອນ, ປະຈຳໄຕ
ມາດ ແລະ 6 ເດືອນຕົ້ນປີເປັນປົກກະຕິ ຢູ່ຂັ້ນກອງບັນຊາການ, ກອງພັນໃຫຍ່, ກອງພັນ ແລະ ກອງຮ້ອຍ ແນ່ໃສ່ເຮັດໃຫ້ສະພາບພາຍໃນມີຄວາມສະຫງົບ ສາມາດຕ້ານໄດ້ປະກົດການຫຍໍ້ທໍ້ໃນກົມກອງ.
ດ້ານວຽກງານກຽມພ້ອມສູ້ຮົບ ໄດ້ຈັດຕັ້ງລະບົບປະຈຳການຄົບຖ້ວນນັບແຕ່ຂັ້ນອົງການລົງຮອດຮາກຖານ ຮັບປະກັນດ້ານວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ; ໄປຄຽງຄູ່ກັບວຽກງານອົບຮົມ-ຫັດແອບ ໄດ້ສຸມໃສ່ການເຝິກແອບຮໍ່າຮຽນວຽກງານການບິນ, ກວດກາເຕັກນິກເປັນປະຈຳຮັບປະກັນໃຫ້ການລຳ
ລຽງ-ຂົນສົ່ງ, ກອບກູ້ໄພພິບັດ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ; ວຽກງານການປັບປຸງກໍ່ສ້າງພື້ນຖານໂຄງລາງ, ເຄຫະສະຖານ, ລະບົບຄ້າຍຄູທີ່ຢູ່ອາໄສ, ສຳນັກ
ງານອົງການ, ເຮືອນນອນໂສດ, ຫ້ອງອາຫານ, ເຮືອນລວມ, ເສັ້ນທາງເຂົ້າ-ອອກຄ້າຍຢູ່ກອງບັນຊາການທະຫານອາກາດ ແມ່ນແໜ້ນໜາຖາວອນ ຕາມແບບແຜນສ້າງກອງທັບປະຕິວັດທີ່ທັນສະໄໝ, ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະພັກກະຊວງປ້ອງກັນປະເທດບວກໃສ່ຄະນະພັກກອງບັນຊາການທະຫານອາ
ກາດ ຍາມໃດກໍມີຄວາມສະດຸ້ງໄວໃນການຈັດຕັ້ງປະຕິບັດນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສ່ຊຸກຍູ້ວຽກງານຜະລິດປູກຝັງ-ລ້ຽງສັດ ໃນນີ້, ໄດ້ປູກພືດຜັກຊະນິດຕ່າງໆ ເກັບກູ້ໄດ້ 14.617 ກິໂລກຣາມ, ກ້າເບ້ຍໄມ້, ປູກມັນຕົ້ນ ໃນເນື້ອທ່ີ 10 ເຮັກຕາ, ເກັບກູ້ໄດ້ 47.750 ກິໂລກຣາມ, ລ້ຽງງົວ 89 ໂຕ, ແບ້ 35 ໂຕ, ໝູພັນຊີ້ນ 31 ໂຕ, ໜູປ່າ
49 ໂຕ, ໄກ່ລາດ 1.473 ໂຕ, ເປັດ 663 ໂຕ, ໄກ່ພັນໄຂ 900 ໂຕ, ປາ 69.203 ກວ່າໂຕ, ກະຕ່າຍ 58 ໂຕ, ກົບ 1.200 ໂຕ. ສັງລວມແລ້ວໃນ 1 ປີຜ່ານມາ ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆ ລວມ ທັງໝົດ 1.149.785.000 ກີບ, ວຽກງານການພົວພັນຮ່ວມມືແມ່ນ
ໄດ້ປະຕິບັດຕາມແນວທາງການຕ່າງປະເທດຂອງພັກ, ເສີມຂະຫຍາຍສາຍພົວພັນການຮ່ວມມືກັບເພື່ອນມິດຍຸດສາດ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ ແລະ ເພື່ອນມິດສາກົນ ໃນນັ້ນ, ໄດ້ສົ່ງນາຍທະຫານໄປສຶກສາຮໍ່າຮຽນທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 117 ສະຫາຍ ພ້ອມນັ້ນ, ຍັງໄດ້ຍ້ອງຍໍພິເສດປະດັບຫຼຽນໄຊ ຊັ້ນ II, III ແລະ ຫຼຽນກາມິດຕະພາບໃຫ້ຈຸບິນ, ຊ່ຽວຊານທີ່ມາປະຈຳການຊ່ວຍກົມກອງ ຈຳນວນ 22 ໜ່ວຍຜ່ານການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາຂອງກົມກອງເຫັນວ່າ ສ້າງໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















