ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ປີ 2025 ຜ່ານ​ມາ ກອງ​ບັນຊາ​ການ​ທະຫານ​ອາກາດ ​ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2026-01-16 08:53:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ສະຫາຍ ພັນ​ເອກ ຄຳ​ໃສ ສຸດ​ທາ​ພັນ ຮອງ​ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ອາກາດ ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ຂໍ້​ຂົງ​ຄາງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຕໍ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ປະຈຳ​ປີ 2025 ຂອງ​ກົມ​ກອງ ເຊິ່ງ​ມີ​ເນື້ອ​ໃນ​ດັ່ງນີ້: ໃນ​ໄລຍະ​ຜ່ານ​ມາ ຄະ​ນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ສຳຄັນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ເຊື່ອມ​ຊຶມ​ກຳ​ແໜ້ນ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ກໍ​ຄື​ ກົດ​ລະບຽບ​ວິໄນ​ຂອງ​ກອງທັບ ​ຢ່າງ​ເຂັ້ມ​ງວດ​ ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ເປັນ​ແບບຢ່າງ​ນຳ​ໜ້າ​ໃຫ້​ແກ່​ມະຫາຊົນ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ມີ​ນໍ້າໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ເປັນຕົ້ນ​ແມ່ນ​ວຽກ​ງານ​ການ​ນຳພາ-ຊີ້​ນຳ​ແມ່ນ​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ; ເປັນ​ເຈົ້າ​ການຈັດຕັ້ງ​ປະຕິບັດ​ລະບອບ​ສ່ອງ​ແສງ​ລາຍ​ງານ​ປະຈຳ​ເດືອນ, ປະຈຳ​ໄຕ​ ມາດ ແລະ 6 ເດືອນ​ຕົ້ນ​ປີ​ເປັນ​ປົກກະຕິ ຢູ່​ຂັ້ນ​ກອງ​ບັນຊາ​ການ, ກອງພັນ​ໃຫຍ່, ກອງພັນ ແລະ ກອງຮ້ອຍ ແນ່​ໃສ່​ເຮັດ​ໃຫ້​ສະພາບ​ພາຍ​ໃນ​ມີ​ຄວາມ​ສະຫງົບ​ ສາມາດ​ຕ້ານ​ໄດ້​ປະກົດ​ການ​ຫຍໍ້ທໍ້​ໃນ​ກົມ​ກອງ. ດ້ານ​ວຽກ​ງານ​ກຽມ​​ພ້ອມ​ສູ້​ຮົບ ໄດ້​ຈັດ​ຕັ້ງ​ລະບົບ​ປະຈຳການ​ຄົບ​ຖ້ວນ​ນັບ​ແຕ່​ຂັ້ນ​ອົງການ​ລົງ​ຮອດ​ຮາກ​ຖານ ຮັບປະກັນ​ດ້ານ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ; ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ອົບຮົມ-ຫັດ​ແອບ ​ໄດ້​ສຸມ​ໃສ່​ການເຝິກແອບ​ຮໍ່າຮຽນ​ວຽກ​ງານ​ການບິນ, ກວດກາ​ເຕັກນິກ​ເປັນ​ປະຈຳ​ຮັບປະກັນ​ໃຫ້ການ​ລຳ ລຽງ-ຂົນສົ່ງ, ກອບ​ກູ້​ໄພພິບັດ ແລະ ວຽກ​ງານ​ອື່ນໆ​ ທີ່​ປິ່ນ​ອ້ອມ; ວຽກ​ງານການ​ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລາງ, ເຄຫະ​ສະຖານ, ລະບົບ​ຄ້າຍ​ຄູ​ທີ່ຢູ່​ອາ​ໄສ, ສຳນັກ ງານ​ອົງການ, ເຮືອນນອນ​ໂສດ, ຫ້ອງ​ອາຫານ, ເຮືອນ​ລວມ, ເສັ້ນທາງ​ເຂົ້າ-ອອກ​ຄ້າຍ​ຢູ່​ກອງ​ບັນຊາ​ການ​ທະຫານ​ອາກາດ ແມ່ນ​ແໜ້ນໜາ​ຖາວອນ​ ຕາມ​ແບບແຜນ​ສ້າງ​ກອງທັບ​ປະຕິວັດ​ທີ່​ທັນ​ສະໄໝ, ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຈາກ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ບວກ​ໃສ່​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ອາ ກາດ ຍາມ​ໃດ​ກໍ​ມີ​ຄວາມ​ສະ​ດຸ້ງ​ໄວ​ໃນ​ການຈັດຕັ້ງ​ປະຕິບັດ​ນໍ້າໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ເອົາໃຈໃສ່​ຊຸກຍູ້​ວຽກ​ງານ​ຜະລິດ​ປູກຝັງ-ລ້ຽງສັດ ໃນ​ນີ້, ໄດ້​ປູກ​ພືດ​ຜັກຊະນິດ​ຕ່າງໆ ເກັບ​ກູ້​ໄດ້ 14.617 ກິ​ໂລກ​ຣາມ, ກ້າ​ເບ້ຍ​ໄມ້, ປູກ​ມັນຕົ້ນ ​ໃນ​ເນື້ອ​ທ່ີ 10 ເຮັກຕາ, ເກັບ​ກູ້​ໄດ້ 47.750 ກິ​ໂລກ​ຣາມ, ລ້ຽງ​ງົວ 89 ໂຕ, ແບ້ 35 ໂຕ, ໝູ​ພັນ​ຊີ້ນ 31 ໂຕ, ໜູ​ປ່າ 49 ໂຕ, ໄກ່ລາດ 1.473 ໂຕ, ເປັດ 663 ໂຕ, ໄກ່​ພັນ​ໄຂ 900 ໂຕ, ປາ 69.203 ກວ່າ​ໂຕ, ກະຕ່າຍ 58 ໂຕ, ກົບ 1.200 ໂຕ. ສັງ​ລວມ​ແລ້ວ​ໃນ​ 1 ປີຜ່ານມາ​ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ ແລະ ບໍລິການ​ອື່ນໆ ລວມ ​ທັງ​ໝົດ 1.149.785.000 ກີບ, ວຽກ​ງານ​ການ​ພົວພັນ​ຮ່ວມ​ມື​ແມ່ນ ​ໄດ້​ປະຕິບັດ​ຕາມ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ, ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ຍຸດ​ສາດ​ ເປັນຕົ້ນ​ແມ່ນ ​ສສ ຫວຽດນາມ, ​ສປ ຈີນ, ສ ຣັດ​ເຊຍ ແລະ ເພື່ອນ​ມິດສາ​ກົນ ໃນ​ນັ້ນ, ​ໄດ້​ສົ່ງ​ນາຍ​ທະຫານ​ໄປ​ສຶກ​ສາ​ຮໍ່າຮຽນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຈຳນວນ 117 ສະຫາຍ ພ້ອມ​ນັ້ນ​, ຍັງ​ໄດ້ຍ້ອງຍໍ​ພິເສດ​ປະດັບ​ຫຼຽນ​ໄຊ​ ຊັ້ນ II, III ແລະ ຫຼຽນ​ກາ​ມິດຕະພາບ​ໃຫ້​ຈຸ​ບິນ, ຊ່ຽວຊານ​ທີ່​ມາ​ປະຈຳການ​ຊ່ວຍ​ກົມ​ກອງ ​ຈຳນວນ 22 ໜ່ວຍຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ ​ໃນ​ໄລຍະ 1 ປີຜ່ານມາ​ຂອງ​ກົມ​ກອງ​ເຫັນ​ວ່າ​ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ