ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ລາວ-ຈີນ ວາງ​ແຜນ​ພັດທະນາ​ຊ່ວຍ​ຍູ້​ໜູນ​ກັນ​ສ້າງ ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ
ເວລາອອກຂ່າວ: 2026-01-16 09:07:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:



ວິທະຍຸ​ໂທລະພາບ​ສູນ​ກາງ​ຈີນ CMG ໄດ້​ລາຍ​ງານ​ວ່າ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ 12 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ທີ່​ຈັດ​ຂຶ້ນ ລະຫວ່າງ ວັນ​ທີ 6-8 ມັງກອນ 2026 ຜ່ານ​ມາ ໄດ້​ພິຈາລະນາ ແລະ ຮັບຮອງ​ເອົາ​ເອກະສານ​ສຳຄັນ​ຕ່າງໆ ເຊັ່ນ: “ບົດ​ລາຍ​ງານ​ສະຫຼຸບ​ຕີ​ລາຄາ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 9 (ປີ 2021-2025) ແລະ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 10 (ປີ 2026-2030)” ເປັນຕົ້ນ. ເມື່ອ​ສົມ​ທຽບ​ກັບ​ຂໍ້​ສະເໜີ​ກ່ຽວ​ກັບ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 15 ຂອງ​ຈີນ ທີ່​ໄດ້​ຮັບຮອງ​ເອົາ​ໃນ​ປີຜ່ານມາ, ເອກະສານ​ຂອງ​ສອງ​ປະເທດ ຖື​ເປັນ​ເອກະສານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະເທດ ແລະ ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ພຶດຕິ​ກຳ​ຕົວ​ຈິງ ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ ລາວ-ຈີນ ຢ່າງ​ມີ​ຊີວິດ​ຊີວາ. ການ​ໃຊ້​ແຜນການ 5 ປີ ເພື່ອ​ກຳນົດ​ທິດ​ທາງ​ການ​ພັດທະນາ​ປະເທດ ແມ່ນ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ສອງ​ປະເທດ​ຈີນ ແລະ ລາວ ໃນ​ພຶດຕິ​ກຳ​ແຫ່ງ​ການ​ປົກຄອງ​ປະເທດ. ຈີນ ໄດ້​ສ້າງ​ລະບົບ​ການ​ວາງ​ແຜນ​ພັດທະນາ ແລະ ການ​ປະຕິບັດ​ຕົວ​ຈິງ​ທີ່​ເກີດ​ຜົນ​ມາ​ເປັນ​ເວລາ​ຫຼາຍ​ສິບ​ປີ, ໂດຍ​ສະເພາະ​ແມ່ນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ 14 ຂອງ​ຈີນ ໄດ້​ຮັບ​ຜົນສຳເລັດ​ຢ່າງ​ໂດດ​ເດັ່ນ ເຊັ່ນ: ໄດ້​ສ້າງ​ລະບົບ​ປະກັນ​ສັງຄົມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ອັດຕາ​ປົກ​ຄຸມ​ຂອງ​ລະບົບ 5G ໄດ້​ກວມ 90% ຂອງ​ກຸ່ມ​ບ້ານ​ບໍລິຫານ​ໃນ​ທົ່ວ​ປະເທດ, ຄຸນ​ນະ​ພາບ​ດ້ານ​ສິ່ງແວດລ້ອມ​ນິເວດ ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ຈີນ ໄດ້​ຮັບ​ການ​ບຸກ​ທະລຸ​ໃນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ທີ່​ສຳຄັນ ເຊັ່ນ: ການ​ຜະລິດ​ເຮືອບິນ​ໃຫຍ່ C919, ກຳປັ່ນ​ບັນທຸກ​ເຮືອບິນ​ຝູ​ຈ້ຽນ ແລະ ອື່ນໆ ເຊິ່ງ​ໄດ້​ກາຍເປັນ​ບົດຮຽນ​ທີ່​ດີ​ໃຫ້​ແກ່​ບັນດາ​ປະເທດ​ກຳລັງ​ພັດທະນາ. ລາວ ກໍ​ປະສົບ​ຜົນສຳເລັດ​ທີ່​ໂດດ​ເດັ່ນ ໃນ​ໄລຍະ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 9 ເຊັ່ນ​ດຽວ​ກັນ: ຫຼາຍ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້​ໃນ​ແຜນ​ດັ່ງກ່າວ​ຂອງ​ລາວ ເຊັ່ນ: ອັດຕາ​ເຕີບ​ໂຕ​ດ້ານ​ເສດຖະກິດ, ລາຍ​ຮັບ​ງົບປະມານ, ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະເທດ ແລະ ອື່ນໆ ລ້ວນ​ແຕ່​ບັນລຸ​ເກີນ​ຄາດໝາຍ, ອັດຕາ​ຄວາມທຸກ​ຍາກ​ໄດ້​ຫຼຸດ​ລົງ​ຈາກ 18,3% ໃນ​ປີ 2019 ມາ​ເປັນ 15% ໃນ​ປີ 2025. ຜົນງານ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ສະຕິ​ປັນຍາ​ໃນ​ການ​ພັດທະນາ​ຂອງ​ລາວ ທີ່​ອີງໃສ່​ສະພາບ​ເງື່ອນໄຂ​ຕົວ​ຈິງ​ຂອງ​ປະເທດ​ເທົ່າ​ນັ້ນ, ຍັງ​ມີ​ຄວາມ​ຄ້າຍຄື​ກັນ​ກັບ​ແນວ​ຄິດ​ແກນ​ກາງຂອງ​ຈີນ ທີ່​ຖື​ເອົາ​ປະ ຊາຊົນ​ເປັນໃຈ​ກາງຂອງ​ແຜນ​ພັດທະນາ​ແຫ່ງ​ຊາດ. 6 ເປົ້າ​ໝາຍ​ແກນ​ກາງ​ທີ່​ລະບຸ​ໄວ້​ໃນ​ແຜນ​ພັດທະນາ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 10 ຂອງ​ລາວ ມີ​ຄວາມ​ຄ້າຍຄື​ກັບ​ແນວ​ຄິດ​ການ​ພັດທະນາ​ຂອງ​ຈີນ ເຊັ່ນ: ໃນ​ຂົງເຂດ​ການ​ພັດທະນາ​ສີຂຽວ, ລາວ ໄດ້​ສະເໜີ​ອອກ​ມາ​ວ່າ ໃຫ້​ອັດຕາ​ປົກ​ຫຸ້ມ​ຂອງ​ປ່າໄມ້​ບັນລຸ​ເຖິງ 70%, ລະດັບ​ພື້ນຖານ​ໃນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຫຼຸດ​ລົງ 60% ເຊິ່ງ ຈີນ ກໍ​ໄດ້​ສະ ເໜີ​ຍຸດ​ທະ​ສາດ​ການ​ປ່ອຍ​ກາກ​ບອນ​ໃຫ້​ເຖິງ​ຈຸດ​ສູງ​ສຸດ ແລະ ປອດ​ການ​ປ່ອຍ​ກາກ​ບອນ ລວມ​ເຖິງ​ແນວ​ຄິດ​ການ​ພັດທະນາ​ສີຂຽວ ໃນ​ຂໍ້​ສະເໜີ​ກ່ຽວ​ກັບ​ແຜນ​ພັດທະ ນາ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 15. ໃນ​ດ້ານ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບ​ພາກ​ພື້ນ, ລາວ ໄດ້​ຈັດ​ເອົາ​ເສັ້ນທາງ​ລົດໄຟ ລາວ-ຈີນ ໄລຍະ 2 ແລະ ເສັ້ນທາງ​ລົດໄຟ ລາວ-ໄທ ເຂົ້າ​ໃນ​ແຜນ​ພັດທະນາ​ແຫ່ງ​ຊາດ ເຊິ່ງ​ຈະ​ກາຍເປັນ​ກຳລັງ​ແຮງ​ ທີ່​ຊ່ວຍ​ຊູ​ຍູ້​ໜູນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂ້າມ​ຊາດ ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຂອງ​ຈີນ. ໃນ​ດ້ານ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ລາວ ໄດ້​ສະເໜີ​ເປົ້າ​ໝາຍ​ຫຼຸດຜ່ອນ​ອັດຕາ​ຄວາມທຸກ​ຍາກ​ໃຫ້​ຕ່ຳ​ລົງ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ຂຶ້ນ, ສ່ວນ ຈີນ ກໍ​ມີ​ການ​ສ້າງ​ລະບົບ​ປະກັນ​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ ພາຍ​ໃຕ້​ທິດ​ຊີ້​ນຳ “ການ​ສ້າງ​ຄວາມ​ຮັ່ງມີ​ຮ່ວມ​ກັນ”. ນອກຈາກ​ນີ້, ຈີນ ມີ​ບົດຮຽນ​ອັນ​ໃຫຍ່​ຫຼວງ​ໃນ​ຂົງເຂດ​ຫຼຸດຜ່ອນ​ຄວາມທຸກ​ຍາກ ແລະ ການ​ສ້າງ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຢູ່​ເຂດ​ຊົນນະບົດ ເຊິ່ງ​ຖື​ເປັນ​ບົດຮຽນ​ສຳຄັນ​ທີ່​ສຸດ ໃນ​ການ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ ຜ່ານ​ໂຄງການ​ທົດ​ລອງ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ພາກ​ພື້ນ​ອາຊີ​ຕາເວັນ​ອອກ ແລະ ຢູ່​ບ້ານ​ຊຽງ​ລ້ອມ ນະຄອນຫຼວງ​ພະ​ບາງ ຂອງ​ລາວ. ສິ່ງ​ທີ່​ໜ້າ​ສັງເກດ​ນັ້ນ​ກໍ​ຄື: ລາວ ໄດ້​ສະເໜີ​ໃຫ້​ຖື​ເອົາ​ການ​ຫັນ​ເປັນ​ແບບ​ດີ​ຈິ​ຕ໋ອນ ເປັນ​ຂອດ​ບຸກ​ທະລຸ​ໃນ​ການ​ພັດທະນາ, ຈີນ ກໍ​ມີ​ຍຸດ​ທະ​ສາດ​ຂັບ​ເຄື່ອນ​ການ​ພັດທະນາ​ດ້ວຍ​ການ​ປະດິດ​ສ້າງ​ໃໝ່​ເຊັ່ນ​ດຽວ​ກັນ. ຈີນ ແລະ ລາວ ສາມາດ​ດຳເນີນ​ການ​ຮ່ວມ​ມື​ໃນ​ຂົງເຂດ​ການ​ພັດທະນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຕ່າງໆ ເຊັ່ນ: ເສດຖະກິດ​ດີ​ຈິ​ຕ໋ອນ, ການ​ບໍລິຫານ​ດ້ວຍ​ປັນຍາ​ປະດິດ ແລະ ອື່ນໆ ເຊິ່ງ​ຈະ​ສາມາດ​ເພີ່ມ​ພະລັງ​ຂັບ​ເຄື່ອນ​ອັນ​ແຂງແຮງ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ລາວ. ຈາກ​ແຜນ​ພັດທະນາ​ກາຍເປັນ​ການ​ພັດທະນາ​ຕົວ​ຈິງ ຈະ​ຕັດ​ແຍກ​ອອກ​ຈາກ​ຄູ່​ຮ່ວມ​ຊາຕາກຳ ລາວ-ຈີນ ທີ່​ໝັ້ນ​ແກ່ນ​ບໍ່​ໄດ້. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ 12 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ສະເໜີ​ໃຫ້​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຈີນ ຢ່າງ​ຈະແຈ້ງ, ສ່ວນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ ທີ່​ລະບຸ​ໄວ້​ໃນ​ຂໍ້​ສະເໜີ​ກ່ຽວ​ກັບ​ແຜນ​ພັດທະນາ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 15 ຂອງ​ຈີນ ຈະ​ເປັນ​ທິດ​ຊີ້​ນຳ​ທາງ​ຍຸດ​ທະ​ສາດ​ໃຫ້​ແກ່​ສອງ​ປະເທດ​ຈີນ ແລະ ລາວ ລົງ​ເລິກ​ການ​ປະສານ​ສົມທົບ​ກັນ, ການ​ຮ່ວມ​ມື​ຕົວ​ຈິງ​ຕ່າງໆ ເຊັ່ນ: ການ​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ກວດກາ​ປະຕູ​ດຽວ, ຄັ້ງ​ດຽວ​ຢູ່​ດ່ານ​ສາກົນ​ທາງ​ລົດໄຟ ລາວ-ຈີນ, ການ​ສ້າງຕັ້ງ​ສູນ​ການ​ຮ່ວມ​ມື​ການ​ປະດິດ​ສ້າງ​ໃໝ່​ດ້ານ​ປັນຍາ​ປະດິດ ແລະ ອື່ນໆ ຈະ​ຊ່ວຍ​ຊຸກຍູ້​ການ​ປະຕິບັດ​ແຜນ​ພັດທະນາ​ແຫ່ງ​ຊາດ​ຂອງ​ສອງ​ປະເທດ ໃຫ້​ປະສົບ​ຜົນສຳເລັດ​ຢ່າງ​ຕໍ່​ເນື່ອງ. ສອງ​ປະເທດ​ຈີນ ແລະ ລາວ ພັດທະນາ​ປະເທດ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ທາດ​ແທ້ແລ້ວ​ແມ່ນ​ການ​ສະໜັບສະໜູນ​ເຊິ່ງ​ກັນ ແລະ ກັນລະຫວ່າງ ປະເທດ​ກຳລັງ​ພັດທະນາ ໃນ​ການ​ເລືອກ​ເສັ້ນທາງ​ການ​ພັດທະນາ​ດ້ວຍ​ຕົນ​ເອງ ແລະ ເປັນ​ພຶດຕິ​ກຳ​ຕົວ​ຈິງ​ແບບ​ມີ​ຊີວິດ​ຊີວາ ໃນ​ການຈັດຕັ້ງ​ປະຕິບັດ​ແນວ​ຄິດ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ. ພາຍ​ໃຕ້​ສະພາບ​ແວດ​ລ້ອມ​ສາກົນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ແນ່ນອນ, ສອງ​ປະເທດ​ໄດ້​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ແລະ ປະສານ​ສົມທົບ​ກັນ​ໃນ​ດ້ານ​ການ​ພັດທະນາ ດ້ວຍ​ຮູບ​ແບບ​ການ​ວາງ​ແຜນ​ພັດທະນາ​ແຫ່ງ​ຊາດ ທີ່​ຄ້າຍຄື​ກັນ ເຊິ່ງ​ບໍ່​ພຽງ​ແຕ່​ສາມາດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ພັດທະນາ​ຂອງ​ໃຜລາວ​ເທົ່າ​ນັ້ນ, ຍິ່ງ​ສາມາດ​ເປັນ​ແບບຢ່າງ​ທີ່​ດີ ໃຫ້​ແກ່​ການ​ຮ່ວມ​ມື​ພາກ​ພື້ນ. ຄຽງ​ຄູ່​ກັບ​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ ລາວ-ຈີນ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ນັບ​ມື້​ກ້າວ​ສູ່​ລວງ​ເລິກ, ນີ້​ຈະ​ກາຍເປັນ​ຜົນ​ການ​ຮ່ວມ​ມື​ຕົວ​ຈິງ​ທີ່​ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ​ຢ່າງ​ແນ່ນອນ ແລະ ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະເທດ​ຊົມໃຊ້​ໂອກາດ​ໃນ​ການ​ພັດທະນາ​ໄດ້​ດີ​ກວ່າ​ເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ