ເມືອງຫົງສາ ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງເບຕົງ ບ້ານວຽງແກ້ວ ມູນຄ່າ 3 ຕື້ກວ່າກີບ
ເວລາອອກຂ່າວ: 2026-01-16 09:53:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 788 | ຄວາມນິຍົມ: ![]()
ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງເບຕົງ ຢູ່ບ້ານວຽງແກ້ວ ເມືອງຫົງສາ ແຂວງໄຊຍະບູລີ ລະຫວ່າງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ( ເຈົ້າຂອງໂຄງການ ) ແລະ ບໍລິສັດ ໄລອອນຄິງ ພາວເວີ ຈຳກັດ( ຜູ້ຮັບເໝົາ ) ໄດ້ຈັດຂຶ້ນວັນທີ 14 ມັງກອນ 2026 ນີ້, ໂດຍການຮ່ວມຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີຄະນະກຳມະການຄຸ້ມຄອງການກໍ່ສ້າງຂອງເມືອງ, ບໍລິສັດຜູ້ຮັບເໝົາ, ນາຍບ້ານ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ທ່ານ ໄຊຍະສິດ ພັນທະນະວົງ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງຫົງສາ ວ່າດ້ວຍການອະນຸມັດໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ເຊັນສັນຍາ ແລະ ດຳເນີນໂຄງການກໍ່ສ້າງເສັ້ນທາງເບຕົງ ບ້ານວຽງແກ້ວ.
ສໍາລັບໂຄງການກໍ່ສ້າງເສັ້ນທາງເບຕົງ ບ້ານວຽງແກ້ວ ມີລວງຍາວ 850 ແມັດ, ລວງກວ້າງຂອງໜ້າທາງ 6 ແມັດ ແລະ ມີຄວາມໜາ 15 ຊັງຕີແມັດ, ໂດຍແມ່ນບໍລິສັດ ໄລອອນຄິງ ພາວເວີ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າການກໍ່ສ້າງທັງໝົດ 3 ຕື້ກວ່າກີບ, ໄລຍະເວລາການກໍ່ສ້າງ ນັບແຕ່ວັນທີ 14 ມັງກອນ 2026 ຫາ ວັນທີ 14 ເມສາ 2027 ( ກໍານົດເວລາ 15 ເດືອນ )ໃຫ້ສໍາເລັດ 100%, ເຊິ່ງໂຄງການດັ່ງກ່າວແມ່ນນໍາໃຊ້ແຫຼ່ງທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງຄວາມຮ້ອນຫົງສາ. ຈາກນັ້ນ, ກໍ່ໄດ້ຮ່ວມເຊັນສັນຍາ ຢ່າງເປັນທາງການລະຫວ່າງ ທ່ານ ປານີ ປ້ອງຄຳ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ( ໃນນາມເຈົ້າຂອງໂຄງການ ) ແລະ ທ່ານ ໄຊເສດຖາ ໂພທິລາດ ອຳນວຍການບໍລິສັດ ໄລອອນຄິງ ພາວເວີ ຈຳກັດ( ໃນນາມຜູ້ຮັບເໝົາ ), ໂດຍມີທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ຂ່າວ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















