ຫ້ອງການຊາວໜຸ່ມກອງທັບ ຮ່ວມກັບ ຄະນະຊາວໜຸ່ມກະຊວງສາທາລະນະສຸກ ຈັດກິດຈະກຳກວດສຸຂະພາບຕາມລະດູການ
ເວລາອອກຂ່າວ: 2026-01-16 09:55:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 821 | ຄວາມນິຍົມ: ![]()
ໃນທີວັນ 15 ມັງກອນ 2026 ນີ້, ຫ້ອງການຊາວໜຸ່ມກອງທັບ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳກວດສຸຂະພາບ ແລະ ສັກວັກຊິນປ້ອງກັນພະຍາດຕາມລະດູການ, ຢູ່ທີ່ກອງພັນໃຫຍ່ 941, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ດຣ ຫວັງນະຄອນ ດິດຕະພົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ, ຜູ້ອໍານວຍການໂຮງໝໍເສດຖາທິຣາດ, ມີສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ບັນດາຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 941, ກະຊວງສາທາລະນະສຸກ, ກະຊວງການເງິນ, ພະນັກງານອາວຸໂສບຳນານ, ແຂກຖືກເຊີນ ຕະຫຼອດຮອດ ພະນັກງານແພດໝໍ ແລະ ພະນັກງານນັກຮົບເຂົ້າຮ່ວມ.
ສະຫາຍ ດຣ ນາງ ໄພຄໍາ ແກ້ວບຸນໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ສາທາລະນະສຸກ, ຫົວໜ້າພະແນກການຢາ ໂຮງໝໍເສດຖາທິຣາດ ໃຫ້ຮູ້ວ່າ: ຈຸດປະສົງແມ່ນເພື່ອສະເຫຼີມສະຫຼອງ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ທັງເປັນການປະກອບສ່ວນສ້າງຂະບວນການ ຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງຊາວໜຸ່ມ ໂດຍສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີໃຫ້ເປັນຂະບວນການຟົດຟື້ນ-ກວ້າງຂວາງ, ເປັນການປະກອບສ່ວນເຮັດໜ້າທີ່ການເມືອງ ແລະ ແລກປ່ຽນບົດຮຽນ, ເປັນການພົວພັນ ແລະ ສ້າງຄວາມສາມັກຄີຮັກແພງ ຂອງຊາວໜຸ່ມໃຫ້ກ້າວເຂົ້າສູ່ລວງເລິກ, ໜັກແໜ້ນ ແລະ ມີຈຸດສຸມ ຕິດພັນກັບການຈັດຕັ້ງປະຕິບັດຂະບວນການຮັກຊາດ ແລະ ພັດທະນາ, ຄໍາຂວັນ 5 ຊ່ວຍ ແລະ ຂະບວນການ 4 ບຸກ ຂອງຄະນະຊາວໜຸ່ມໃຫ້ປະກົດຜົນເປັນຈິງ, ທັງເປັນການຍົກລະດັບຄວາມຮູ້-ຄວາມສາມາດດ້ານວິຊາການ ໃຫ້ແກ່ສະມາຊິກຊາວໜຸ່ມ ຂອງ 2 ພາກສ່ວນໃຫ້ສູງຂຶ້ນ ເພື່ອສາມາດປະກອບສ່ວນເຂົ້າໃນການພັດທະນາວຽກງານຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສ້າງໂອກາດໃຫ້ ສະມາຊິກຊາວໜຸ່ມ ຮູ້ໝູນໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ເຂົ້າເຖິງຂໍ້ມູນຂ່າວສານທີ່ມີປະໂຫຍດ ເພື່ອພັດທະນາຕົນເອງ, ຄອບຄົວ, ການຈັດຕັ້ງ ແລະ ປະເທດຊາດ, ເພື່ອສົ່ງເສີມການປ້ອງກັນ ແລະ ການຮັກສາສຸຂະພາບໃນຂອບເຂດກົມກອງ, ຊຸມຊົນ ເພື່ອກວດພະຍາດທົ່ວໄປ ແລະ ສັກວັກຊິນປ້ອງກັນພະຍາດຕາມລະດູການໃຫ້ແກ່ນາຍ ແລະ ພົນທະຫານ ແລະ ປະຊາຊົນໃນພື້ນທີ່, ເຊິ່ງກິດຈະກຳກວດສຸຂະພາບໃນຄັ້ງນີ້ ປະກອບມີ 9 ລາຍການ ຄື: ກວດພະຍາດທົ່ວໄປ, ກວດທາດນໍ້າຕານໃນເລືອດ, ກວດແຂ້ວ, ວັດແທກສາຍຕາ, ສ່ອງໄຟຟ້າປອດ, ສັກຢາກັນພະຍາດຕາມລະດູການ, ໂຄສະນາສຸຂະສຶກສາ ພະຍາດໄຂ້ຍຸງລາຍ, ໂຄສະນາສຸຂະສຶກສາກ່ຽວກັບພະຍາດເອດ ແລະ ພຕພ, ບໍລິການນໍ້າຊາ ດີຄໍແລັດ ລົດໄຂມັນໃນເລືອດ, ເບົາຫວານ ແລະ ຄວາມດັນ
ໂອກາດດຽວກັນນີ້, ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ ຮ່ວມກັບ ກະຊວງການເງິນໄດ້ມອບວັດຖຸປັດໃຈ ຄື: ເຄື່ອງເທັດນໍ້າຕານ 300 ເທັດ, ວັກຊີນປ້ອງກັນໄຂ້ຫວັດ ແລະ ວັກຊິນມະເຮັງປາກມົດລູກ, ບາດທະຍັກ 300 ໂດດ, ຟີມເອັກສະເລປອດ 300 ຟີມ, ຕັ່ງນັ່ງຖ່າຍ 1 ຊຸດ, ໄມ້ຄໍາເທົ້າແຂນ 9 ອັນ, ຜ້າຫົ່ມ 21 ຜືນ, ນໍ້າດື່ມ 20 ແພັດ, ເງິນສົດ 8.000.000 ກີບ, ລວມມູນຄ່າທັງໝົດ 68.623.000 ກີບ, ພ້ອມນີ້, ຫ້ອງການຊາວໜຸ່ມກອງທັບ ກໍໄດ້ມອບນໍ້າດື່ມ ຈໍານວນ 50 ແພັກ, ດອກໄຟໂຊລາເຊວ 3 ຊຸດ, ເງິນສົດ 3.000.000 ກີບ ລວມມູນຄ່າທັງໝົດ 10.200.000 ກີບ ໃຫ້ກອງພັນໃຫຍ່ 941 ເພື່ອຮັບໃຊ້ວຽກງານວິຊາສະເພາະ ກໍຄືວຽກງານປີ່ນອ້ອມຂອງກົມກອງຕື່ມອີກ.
ໂດຍ: ອະວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















