ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ຄະນະນຳກະຊວງປ້ອງກັນປະເທດ ພົບປະຢ້ຽມຢາມ ພະນັກງານເສຍອົງຄະ ທີ່ສູນ 790
ເວລາອອກຂ່າວ: 2026-01-16 10:06:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 861 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະບັນດາອະດີດນາຍ ແລະ ພົນທະຫານ ທີ່ສູນເສຍອົງຄະພິເສດ 790 ໃນວັນທີ 15 ມັງກອນ 2026 ນີ້, ໂດຍມີພະນັກງານການນຳຂອງສູນ, ພະນັກງານອາວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ສູນເສຍອົງຄະພິເສດ 790 ໃຫ້ການຕ້ອນຮັບ. ກ່ອນຈະເຂົ້າສູ່ພິທີທາງການກໍໄດ້ຮັບຊົມ ການສະແດງສີລະປະ-ວັນນະຄະດີ ໂດຍປະກອບມີ ບົດເພງ;ບົດຟ້ອນຈາກໜ່ວຍສີລະປະສະໝັກຫຼີ້ນຂອງສູນ 790 ແລະ ກອງສີລະປະກອນກອງທັບ ເຊິ່ງມີເນື້ອຮ້ອງ ແລະ ທ່ວງທຳນອ່ງທີ່ມ່ວນອ່ອນຊອນ ທັງມີເນື້ອໃນສ່ອງແສງໃຫ້ເຫັນການກຳເນີດເຕີບໃຫຍ່ຂອງກອງທັບປະຊາຊົນລາວ ລວມເຖິງມູນເຊື້ອວິລະກຳຂອງນັກຮົບປະຕິວັດໃນອະດີດຈົນຮອດປັດຈຸບັນ. ຈາກນັ້ນກໍໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບທີ່ຕັ້ງ, ໜ້າທີ່ ພາລະບົດບາດ ຕະຫຼອດຮອດບັນດາຜົນງານມູນເຊື້ອດ້ານຕ່າງໆ ຈາກສະຫາຍຄະນະພັກ-ຄະນະບັນຊາ ສູນເສຍອົງຄະພິເສດ 790 . ໃນພິທີ ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງປະເທດຊາດຖືກພວກລ່າເມືອງຂຶ້ນຝຣັ່ງ ເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນ ໃນທົ່ວປະເທດ. ພ້ອມນີ້, ສະຫາຍ ຍັງກ່າວຕື່ມວ່າ: ຕະຫຼອດໄລຍະເວລາຜ່ານມານັ້ນພັກ-ລັດ ໄດ້ເອົາໃຈໃສ່ເບິ່ງແຍງ ດູແລ ໃກ້ຊິດຕິດແທດຕາມຄວາມສາມາດ ແລະ ກໍາລັງທີ່ມີ ດ້ວຍຄວາມເປັນຫ່ວງເປັນໃຍ ຄືກັບຄົນຢູ່ໃນຄອບຄົວດຽວກັນ, ພະຍາຍາມຊອກຫາທຸກວິທີທາງເພື່ອຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານຜູ້ເສຍອົງຄະ ບໍ່ວ່າຈະເປັນທາງດ້ານການເງິນ, ງົບປະມານ, ດ້ານວັດຖຸ ແລະ ຈິດໃຈ ໃນການປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ພະນັກງານເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ. ເຖິງແມ່ນວ່າບາງຄັ້ງ ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຕາມການສະເໜີໄດ້ທັນກັບເວລາກໍຕາມ ແຕ່ພວກເຮົາກໍໄດ້ພະຍາມ ເພື່ອແກ້ໄຂ ແລະ ສາມາດຕອບ ສະໜອງໄດ້ໂດຍພື້ນຖານ. ເນື່ອງໂອກາດລົງມາພົບປະຢ້ຽມຢາມ ສູນເສຍອົງຄະພິເສດ 790 ໃນຄັ້ງນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືພະນັກງານ-ນັກຮົບທົ່ວກອງທັບ ສະແດງຄວາມຮູ້ບຸນຄຸນ ແລະ ກ່າວອວຍພອນໄຊ ມາຍັງ ບັນດາພະນັກງານອາວຸໂສຈົ່ງມີສຸຂະພາບເຂັ້ມແຂງ ພາລະນາໄມສົມບູນ. ນອກຈາກນີ້, ກໍຍັງນຳເອົາວັດຖຸປັດໄຈຈຳນວນໜຶ່ງມາມອບໃຫ້ແກ່ຄະນະພັກ-ຄະນະບັນຊາກໍຄື ບັນດາສະຫາຍ ພະນັກງານເສຍອົງພິເສດ790 ຕື່ມອີກດ້ວຍ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ