ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ໜ່ວຍພັກ ບ້ານນາແກ່ນຄຳ ເມືອງຫົງສາ ເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດຳເນີນກອງປະຊຸມການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2026-01-16 10:09:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 754 | ຄວາມນິຍົມ:



ວັນທີ 15 ມັງກອນ 2026 ນີ້, ໜ່ວຍພັກບ້ານນາແກ່ນຄຳ ເມືອງ ຫົງສາ ແຂວງໄຊຍະບູລີ ໄດ້ເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດຳເນີນກອງປະຊຸມການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ທີມງານລົງຮາກຖານຂອງແຂວງ, ຂອງເມືອງ, ມີເລຂາ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ. ສະຫາຍ ນ້ອຍເຕັມ ສານວິໄຈ ເລຂາໜ່ວຍພັກຮາກຖານບ້ານ ນາແກ່ນຄຳ ໄດ້ລາຍງານສະພາບລວມຂອງບ້ານໂດຍຫຍໍ້ວ່າ: ໃນໄລຍະຜ່ານມາຄະນະພັກ, ອົງການປົກຄອງບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ບັນດາສະມາຊິກພັກ, ການຈັດຕັ້ງບ້ານ, ຂະແໜງການຂອງບ້ານ ແລະ ປະຊາຊົນພາຍໃນບ້ານຢ່າງເປັນປົກກະຕິ, ດ້ວຍການນໍາເອົາບັນດາເອກະສານມະຕິ, ຄໍາສັ່ງ, ກົດໝາຍ, ລະບຽບການຕ່າງໆແລະນິຕິກຳ ອື່ນໆມາເຜີຍແຜ່ເຊື່ອມຊຶມຢູ່ໃນກອງປະຊຸມໜ່ວຍພັກ, ກອງປະຊຸມອົງການປົກຄອງບ້ານ ໂດຍສະເພາະແມ່ນລະບຽບການຄຸ້ມຄອງບ້ານ ທາງໂທລະໂຄ່ງຂອງບ້ານ. ໄດ້ຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານເອົາໃຈໃສ່ສ້າງເສດຖະກິດຄອບຄົວ ພາຍໃຕ້ລະບຽບກົດໝາຍ ເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ, ການບໍລິການຄ້າຂາຍ ແລະ ອື່ນໆ. ໄລຍະຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 77,9 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 27 ລ້ານກວ່າກີບຕໍ່ຄົນຕໍ່ປີ, ທົ່ວບ້ານມີຄອບຄົວພົ້ນທຸກ 589 ຄອບຄົວ, ຄອບຄົວທີ່ຍັງບໍ່ທັນພົ້ນທຸກມີ 14 ຄອບຄົວ, ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດຂອງຄອບຄົວໂດຍການຈັດຕັ້ງກຸ່ມການປູກ, ການລ້ຽງຕິດພັນກັບສະຫະກອນຂອງເມືອງ, ທົ່ວບ້ານມີເນື້ອທີ່ປູກເຂົ້າ ທັງໝົດ 43,99 ເຮັກຕາ ຜົນຜະລິດເຂົ້າໄດ້ 197,95 ໂຕນ, ເນື້ອທີ່ປູກພືດອຸດສາຫະກຳ ແລະ ພຶດລະດູຝົນ 498,06 ເຮັກຕາ ຜົນຜະລິດໄດ້ 1.235 ໂຕນ, ພາຍໃນບ້ານມີສັດລ້ຽງທັງໝົດ 11.235 ໂຕ, ມີກອງທຶນພັດທະນາບ້ານ 1 ກອງທຶນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນມາແຕ່ປີ 2013 ປະຈຸບັນມີສະມາຊິກກອງທຶນທັງໝົດ 997 ຄົນ, ມີເງິນກອງທຶນທັງໝົດ 9,5 ຕື້ກວ່າກີບ, ການຈັດຕັ້ງປະຕິບັດຈັດເກັບແຜນລາຍຮັບຂອງບ້ານ ຕາມຕົວເລກແມ່ນ 21 ລ້ານກວ່າກີບ ປະຈຸບັນປະຕິບັດໄດ້ 100 %. ຈາກນັ້ນ, ສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂອງເມືອງ ກໍ່ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ບັນດາເອກະສານສໍາຄັນຂອງພັກເຊັ່ນ: ເອກະສານ ວ່າດ້ວຍການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເອກະສານນໍາພາການເມືອງ-ແນວຄິດ ໃຫ້ປະຊາຊົນທົ່ວໄປ ແລະ ບາງເນື້ອໃນຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ 8 ອົງຄະນະພັກແຂວງໄຊຍະບູລີ, ເອກະສານເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນ ຕໍ່ການເລຶອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V, ເອກສານການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ເອກະສານຕ້ານສະກັດກັ້ນການຖາງໄຮ່ປ່າແກ່, ປ້ອງກັນໄຟໄໝ້ລາມປ່າ, ແຈ້ງຕາຕະລາງການລົງເຮັດວຽກຢູ່ບ້ານ ແລະ ບັນດາລາຍຊື່ ພະນັກງານລົງແຕ່ລະໜ່ວຍ ເພື່ອເກັບກຳຂໍ້ມູນ ແລະ ວຽກງານອື່ນໆຕາມວາລະດໍາເນີນ. ເຊິ່ງການເຮັດທົດລອງຢູ່ໜ່ວຍພັກບ້ານນາແກ່ນຄຳຄັ້ງນີ້ແມ່ນຈະໃຊ້ເວລາ 4 ວັນ ແມ່ນໃຫ້ສໍາເລັດ. ຂ່າວ: ຄ.ອ.ມ ຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ