ປະຊາຊົນ 13 ບ້ານ ຂອງເມືອງຫົງສາ ໄດ້ຮັບເງິນ ຜົນງານຄຸ້ມຄອງປ່າໄມ້
ເວລາອອກຂ່າວ: 2026-01-16 10:24:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 713 | ຄວາມນິຍົມ: ![]()
ພິທີມອບ-ຮັບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ 13 ບ້ານເປົ້າໝາຍ ຂອງໂຄງການ ຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດ ການເປັນຢູ່ (I-GFLL) ເມືອງຫົງສາ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 14 ມັງກອນ 2026 ນີ້, ໂດຍການເປັນປະທານຂອງ ທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ຄະນະຊີ້ນໍາໂຄງການຂັ້ນເມືອງ, ມີຜູ້ປະສານງານໂຄງການ, ນາຍບ້ານ, ຄະນະຄຸ້ມຄອງທຶນຂັ້ນບ້ານ 13 ບ້ານ, ທີມງານຂອງໂຄງການຂັ້ນເມືອງ ແລະ ພະນັກງານວິຊາການ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສາຍພອນ ສີວົງໄຊ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານ ໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ຢູ່ເມືອງ ຫົງສາ ວ່າ: ເມືອງ ຫົງສາ ຕັ້ງຢູ່ທາງທິດເໜືອຂອງແຂວງ ໄຊຍະບູລີ ຫ່າງຈາກເທດສະບານແຂວງ 86 ກິໂລແມັດ, ເມືອງຫົງສາມີເນື້ອທີ່ທັງໝົດ 164.525 ເຮັກຕາ, ໃນນີ້ ເນື້ອທີ່ປ່າໄມ້ທັງໝົດ 121,745,81 ເຮັກຕາ, ໃນນີ້: ປ່າ ປ້ອງກັນ 62,181,53 ເຮັກຕາ, ປ່າສະຫງວນ 19.269 ເຮັກຕາ, ປ່າຜະລິດ 36.717 ເຮັກຕາ, ປ່າປູກ 3,240,88 ເຮັກຕາ, ປ່າຟື້ນຟູ 337,40 ເຮັກຕາ. ທົ່ວເມືອງມີຈຳນວນບ້ານທັງໝົດ 32 ບ້ານ, ໃນນີ້: ມີ 13 ບ້ານ ທີ່ນອນຢູ່ໃນບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ເປົ້າໝາຍ ກວມເອົາ 40.62 % ຂອງຈໍານວນບ້ານທັງໝົດ, ໄດ້ຮັບທຶນຈາກໂຄງການເພື່ອລົງຈັດຕັ້ງປະຕິບັດກິດຈະກຳ ລວມທັງໝົດ 7 ຄັ້ງ ມູນຄ່າ 155.680.74 ເອີໂຣ ເທົ່າກັບ 2.593.957.781 ກີບ, ໄດ້ຮັບທຶນບ້ວງສົ່ງເສີມກະສິກຳແບບຍືນຍົງມູນຄ່າ 136.804 ເອີໂຣ ເທົ່າກັບ 2.270.546.803 ກີບ, ທຶນບ້ວງປົກປັກຮັກສາປ່າໄມ້ມູນຄ່າ 97,686 ເອີໂຣ ເທົ່າກັບ 2.211.245.300 ກີບ ແລະ ໄດ້ຮັບທຶນບ້ວງຜົນງານ(ເງິນໂບນັດ) ມູນຄ່າ 145.255 ເອີໂຣ ເທົ່າກັບ 3.603.957.258 ກີບ. ໃນນີ້, ບ້ານ ປາກຫ້ວຍຍາງ ໄດ້ຮັບເງິນ 350 ລ້ານກວ່າກີບ, ບ້ານນ້ຳສິບ 279 ລ້ານກວ່າກີບ, ບ້ານຫ້ວຍຈ້ວງ 300 ລ້ານກວ່າກີບ, ບ້ານພູແລ້ງກາງ 258 ລ້ານກວ່າກີບ, ບ້ານໜອງຫຼວງ 252 ລ້ານກວ່າກີບ, ບ້ານຫ້ວຍໄລ່ 286 ລ້ານກວ່າກີບ, ບ້ານນ້ຳຕັບ 260 ລ້ານກວ່າກີບ, ບ້ານພູດອກໄມ້ 325 ລ້ານກວ່າກີບ, ບ້ານທ່ານຸ່ນ 252 ລ້ານກວ່າກີບ, ບ້ານແກ້ງແອນ 252 ລ້ານກວ່າກີບ, ບ້ານປາກງື່ມ 268 ລ້ານກວ່າກີບ, ບ້ານທ່າຊວ່າງ 259 ລ້ານກວ່າກີບ ແລະ ບ້ານ ກີ່ວສາລາ ໄດ້ຮັບ 255 ລ້ານກວ່າກີບ. ໃຫ້ກຽດມອບໂດຍ ທ່ານ ອ່ອນຈັນ ບຸນຍາວົງ ປະທານຄະນະກຳມະການປົກຄອງເມືອງ ແລະ ຮັບໂດຍອົງການປົກຄອງບ້ານ 13 ບ້ານດັ່ງກ່າວ.
ໂອກາດຽວກັນນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ແຈ້ງການຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່ຽວກັບການສຳເລັດການຈ່າຍເງິນຕາມຜົນງານໃຫ້ບ້ານເປົ້າໝາຍຂອງໂຄງການ, ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ກໍ່ຄືການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນຕໍ່ໜ້າ ຢູ່ໃນບ້ານເປົ້າໝາຍໂຄງການໃຫ້ເກີດປະໂຫຍດສູງສຸດ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















