ກົມໃຫຍ່ເສນາທິການກອງທັບ ມອບເງິນອຸດໜູນໃຫ້ພະນັກງານພັກການຮັບບໍານານ
ເວລາອອກຂ່າວ: 2026-01-16 10:31:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 803 | ຄວາມນິຍົມ: ![]()
ພິທີມອບເງິນຊົດເຊີຍໃຫ້ພະນັກງານພັກການຮັບບໍານານທົ່ວກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ກົມກອງ ແລະ ພະນັກງານບໍານານທີ່ໄດ້ຮັບນະໂຍບາຍຮັບເງິນອູດໜູນເຂົ້າຮ່ວມ.
ສະຫາຍ ພັນໂທ ອຸດົມໄຊ ແກ້ວບົວທອງ ຫົວໜ້າພະແນກກວດກາ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຄິດໄລ່ເງິນຊົດເຊີຍ ໃຫ້ພະນັກງານທີ່ມີຂໍ້ຕົກລົງຮັບບໍານານ ເຊິ່ງການມອບ-ຮັບ ເງິນຊົດເຊີຍໃຫ້ນາຍທະຫານທີ່ພັກການເຂົ້າຮັບບໍານານ ທີ່ຂຶ້ນກັບ ກົມໃຫຍ່ເສນາທິການກອງທັບ ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ໝວດ 1 ມາດຕາ 33 ແລະ 34 ອີງຕາມກົດໝາຍວ່າດ້ວຍການປະກັນສັງຄົມ ພາກທີ II ລະບອບ ການອຸດໜູນປະກັນສັງຄົມ ກະຊວງປ້ອງກັນປະເທດ ຕົກລົງ: ມອບເງິນຊົດເຊີຍໃຫ້ພະນັກງານທີ່ພັກການຮັບບໍານານ ຈຳນວນ 20 ສະຫາຍ,ໃນນັ້ນມີ ຊັ້ນພັນໂທ 10 ສະຫາຍ, ຊັ້ນພັນຕີ 9 ສະຫາຍ ແລະ ຊັ້ນຮ້ອຍເອກ 1 ສະຫາຍ ລວມເປັນເງິນທັງໝົດ 385.417.449 ກີບ ໃຫ້ກຽດມອບໂດຍ ສະຫາຍ ພົນຕີ ກົງທອງ ສຸຂະວົງ.
ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍໄດ້ມີຄໍາເຫັນໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງບັນດາສະຫາຍ ທີ່ໄດ້ທຸມເທເຫື່ອແຮງສະຕິປັນຍາ ປະກອບສ່ວນໃນພາລະກິດປົກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະຜ່ານມາ, ເວົ້າສະເພາະ ແມ່ນການປະກອບສ່ວນປັບປຸງກໍ່ສ້າງກົມກອງທົ່ວກົມໃຫຍ່ເສນາທິການກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ, ການມອບເງິນອຸດໜູນບໍານານຄັ້ງນີ້ ແມ່ນການປະຕິບັດຕາມນະໂຍບາຍຂອງພັກ-ລັດ ກໍຄືນະໂຍບາຍຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານ, ທີ່ເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງຈົນສໍາເລັດ ແລະ ເປັນແບບຢ່າງນໍາໜ້າໃນການສ້າງສາພັດທະນາປະເທດຊາດ ພ້ອມກັນນັ້ນ, ສະຫາຍຍັງຮຽກຮ້ອງໃຫ້ພະນັກງານທີ່ໄດ້ຮັບເງິນອຸດໜູນບໍານານ ຈົ່ງເປັນຫຼັກແຫຼ່ງ, ເປັນແບບຢ່າງທີ່ດີໃຫ້ພະນັກງານຮຸ່ນໜຸ່ມ, ສຸມສະຕິປັນຍາບົດຮຽນຄວາມຮູ້ຄວາມສາມາດລົງໃສ່ຮາກຖານ ເຮັດໃຫ້ຮາກຖານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຊຸກຍູ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນສັງຄົມໃຫ້ມີຄວາມປອດໄພ, ບ້ານເມືອງມີຄວາມຈະເລີນຮຸ່ງເຮືອງເປັນກ້າວໆ.
ຂ່າວ: ໄພນາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















