ແຂວງໄຊສົມບູນ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈໍາປີ 2025
ເວລາອອກຂ່າວ: 2026-01-16 10:41:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 810 | ຄວາມນິຍົມ: ![]()
ໃນວັນທີ 14 ມັງກອນ 2026 ນີ້, ຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ໂດຍການເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ປະທານ ຄະນະກໍາມະການປົກຄອງແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ 2 ກອງບັນຊາການ ປກຊ-ປກສ ແຂວງ, ຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງ, ປະທານ ປກຊ-ປກສ ມາຈາກ 5 ເມືອງ, ກອງບັນຊາການທະຫານເມືອງ 5 ເມືອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນເອກ ວົງຊີວ ສາຍສະຫວັນ ຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບວຽກງານ ປກຊ-ປກສ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ເຊິ່ງບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະກໍາມະການ ປກຊ-ປກສ ແຂວງກໍ່ໄດ້ເອົາໃຈໃສ່ຊີ້ນໍາກໍາລັງ ປກຊ-ປກສ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ສົມທົບແໜ້ນກັບການພັດທະນາຊົນນະບົດຢ່າງແຂງແຮງ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ສ້າງບ້ານປ້ອມໝັ່ນ, ກຸ່ມບ້ານສູ້ຮົບຕິດລຽນ, ບ້ານປ້ອງກັນຄວາມສະຫງົບ ໂດຍຕິດພັນກັບການສ້າງບ້ານພັດທະນາຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງຢ່າງມີຈຸດສຸມ ເຮັດໃຫ້ແຂວງມີຄວາມສະຫງົບໂດຍພື້ນຖານ, ໃນນັ້ນໄດ້ຊີ້ນໍາກອງບັນຊາການທະຫານແຂວງ ສ້າງແຜນການຂະຫຍາຍບ້ານປ້ອມໝັ່ນ, ກຸ່ມບ້ານສູ້ຮົບຕິດລຽນ ລະຫວ່າງບ້ານຕໍ່ບ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 10 ບ້ານ, ມີ 1.517 ຄອບຄົວ, ກອງບັນຊາການ ປກສ ແຂວງ ສ້າງບ້ານປ້ອງກັນຄວາມສະຫງົບ ໄດ້ 11 ບ້ານ, ມີ 2.187 ຄອບຄົວ, ໃນນັ້ນ ກໍ່ໄດ້ຊີ້ນໍາກໍາລັງປ້ອງກັນເວນຍາມເປົ້າໝາຍສໍາຄັນຕ່າງໆໃຫ້ແກ່ການນໍາຂັ້ນຕ່າງໆ, ແຂກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ລົງເຮັດວຽກຢູ່ແຂວງໄຊສົມບູນ ມີຄວາມຮັບປະກັນຄວາມປອດປອດໄພ 100 %, ກອງປະຊຸມ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
ໃນຕອນທ້າຍກອງປະຊຸມ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ຮຽກຮ້ອງມາຍັງກໍາລັງ ປກຊ-ປກສ ແຂວງ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຢ່າງຕັ້ງໜ້າ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ຫັນເອົາແນວທາງແຜນນະໂຍບາຍຂອງພັກ-ລັດ ໄປຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ-ນັກໃນກົມກອງ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຍົກສູງຄວາມສາມັກຄີພາຍໃນກໍາລັງໃຫ້ແໜ້ນແຟ້ນ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ສືບຕໍ່ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ປະສານສົມທົບແໜ້ນທຸກຂະແໜງການກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບສູງ ເພື່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້.
ບກ: ວັນນາ ເອື້ອນຸສາ
ພາບ-ຂ່າວ: ສົດ ນາມໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















