ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ກອງພັນ​ໃຫຍ່ 941ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2026-01-19 09:18:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ໃນ​ວັນ​ທີ 13 ມັງກອນ 2026, ກອງພັນ​ໃຫຍ່ 941 ໄດ້​ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພູ​ໂຂງ ມະໂນ​ລາ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 941, ມີ​ຄະນະ​ພັກ-ຄະນະ​ບັນຊາພະແນກການ, ຂະແໜງການ, ກົມກອງ, ພ້ອມ​ດ້ວຍພະນັກງານ​ທີ່​ໄດ້​ ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອິນ​ຄຳ ອຸໄທ ຫົວໜ້າ​ຂະແໜງ​ພະນັກງານພະແນກການ​ເມືອງ ກອງພັນ​ໃຫຍ່ 941 ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ-ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານຢູ່ ກອງພັນ​ໃຫຍ່ 941, ອີງ​ຕາມ​ກົດໝາຍ​ກອງທັບ​ ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ, ອີງ​ຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງເລື່ອນ​ຊັ້ນ-ເລື່ອນ​ທຽບ ຊັ້ນ​ຮ້ອຍ​ເອກ ຂຶ້ນ ພັນ​ຕີ ຈຳນວນ 15 ສະຫາຍ, ຊັ້ນ​ຮ້ອຍ​ໂທ ຂຶ້ນ ຮ້ອຍ​ເອກ 24 ສະຫາຍ ແລະ ຊັ້ນ​ຮ້ອຍ​ຕີ ຂຶ້ນ ຮ້ອຍ​ໂທ 2 ສະຫາຍ. ໂດຍ: ຂັນ​ທະວີ ແກ້ວ​ກາ​ໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ