ປະກາດເລື່ອນທຽບຊັ້ນໃຫ້ນາຍທະຫານ ທີ່ຮຽນຈົບວິຊາສະເພາະຈາກສາຍລັດ
ເວລາອອກຂ່າວ: 2026-01-19 09:23:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ: ![]()
ວັນທີ 13 ມັງກອນ 2026 ນີ້, ກອງພົນທີ 5 ໄດ້ປະກາດເລື່ອນທຽບຊັ້ນໃຫ້ນາຍທະຫານທີ່ຮຽນຈົບວິຊາສະເພາະຈາກສາຍລັດ ໂດຍການເປັນປະທານຂອງສະຫາຍ ພັນເອກ ວຽງແກ້ວ ມະຫາໄຊ ຫົວໜ້າຫ້ອງການເມືອງກອງພົນທີ 5 ມີຄະນະພັກ-ຄະນະບັນຊາ ຈາກອົງການ 5 ຫ້ອງ, ກົມກອງອອ້ມຂ້າງ ພ້ອມດ້ວຍພະນັກງານທີ່ໄດ້ຮັບການເລື່ອນທຽບຊັ້ນເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໜາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໜວດທີ 3 ມາດຕາທີ 19 ແລະ ມາດຕາ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະຫານ, ອີງຕາມຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ກອງພົນທີ 5 ຈຳນວນ 40 ສະຫາຍ ໃນນີ້ ເລື່ອນທຽບຊັ້ນຮ້ອຍຕີ ຈຳນວນ 10 ສະຫາຍ ແລະ ເລື່ອນທຽບຊັ້ນຮ້ອຍໂທ 30 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ວຽງແກ້ວ ມະຫາໄຊ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍ ຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນທຽບຊັ້ນໃນຄັ້ງນີ້, ພ້ອມທັງຮຽກຮ້ອງ ຈົ່ງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງຕົນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















