ຫໍສະໝຸດກອງທັບ ສ້າງໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2026-01-19 09:29:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ນາງ ເນດຕະນາ ນໍລະສິນ ຮອງຫົວ ໜ້າອຳນວຍການ ຫໍສະໝຸດ ກອງ ທັບ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ ຄະນະພັກ-ຄະນະອຳນວຍການ ຫໍສະໝຸດກອງທັບ ໄດ້ເອົາໃຈ ໃສ່ຊີ້ນໍາ-ນໍາພາປະຕິບັດຂົງເຂດ ວຽກງານດ້ານຕ່າງໆ ປິ່ນອ້ອມ ໜ້າທີ່ການເມືອງ ຂອງກົມກອງ ສາມາດສ້າງໄດ້ຜົນງານຫຼາຍ ດ້ານໃນນີ້, ໄດ້ຍົກສູງ ແລະ ເອົາ ໃຈໃສ່ປະຕິບັດລະບອບດຳເນີນ ຊີວິດການເມືອງ, ສຶກສາອົບ ຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບຢູ່ ພາຍ ໃນກົມກອງມີແນວຄິດອຸ່ນ ອຽນທຸ່ນທ່ຽງ, ໄດ້ຈັດຕັ້ງຈຸປະ ຈໍາການໃນ ແຕ່ລະວັນ, ກວດກາ, ຕິດຕາມສະພາບການ, ເກັບກໍາ ແລະ ຄຸ້ມຄອງຈໍານວນພົນ ເຮັດ ໃຫ້ກົມກອງມີຄວາມສະຫງົບ ປອດໄພ 100%; ວຽກງານປັບ ປຸງກໍ່ສ້າງກົມກອງ ຄະນະພັກ-ຄະນະອໍານວຍການ ໄດ້ເອົາໃຈ ໃສ່ປັບປຸງກົມກອງ ໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ເປັນຕົ້ນແມ່ນ ໄດ້ປັບປຸງທາງດ້ານ ທັດສະນະແນວຄິດຂອງພະນັກ ງານ-ນັກຮົບ, ປັບປຸງແບບແຜນ ວິທີເຮັດວຽກ, ກໍ່ສ້າງພະນັກ ງານວິຊາສ ະເພາະ ໃຫ້ກາຍເປັນ ວິຊາການທີ່ມີຄຸນນະພາບ ແລະ ສ້າງພະນັກງານສືບທອດປ່ຽນ ແທນ ດ້ວຍການສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ໄປ ສຶກສາຮໍ່າຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ຊຸກຍູ້ ອົງການຈັດຕັ້ງມະຫາຊົນ ຊາວ ໜຸ່ມ-ແມ່ຍິງ ໃຫ້ເປັນກຳລັງແຮງ ໃນການຈັດຕັ້ງເຄື່ອນໄຫວເຮັດ ວຽກງານດ້ານຕ່າງໆ ຢ່າງເປັນ ຂະບວນການຟົດຟື້ນແຂງແຮງ, ຄົ້ນຄວ້າ-ນຳສະເໜີຂັ້ນເທິງ ສັບ ຊ້ອນ ແລະ ມອບໝາຍໜ້າທີ່ ໃຫ້ຄົບ ຕາມໂຄງປະກອບການຈັດຕັ້ງ. ໃນນັ້ນ, ໄດ້ຮັບການແຕ່ງຕັ້ງຫົວ ໜ້າອຳນວຍການ ແລະ ຄະນະອຳ ນວຍການ 3 ສະຫາຍ, ແຕ່ງຕັ້ງ ຫົວໜ້າ-ຮອງພະແນກ 2 ສະຫາຍ, ຫົວໜ້າຂະ ແໜງ 5 ສະຫາຍ, ພະນັກງານ ໄດ້ຮັບການເລື່ອນຊັ້ນ 12 ສະຫາຍ, ສົ່ງພະນັກງານ ໄປຮຽນກໍ່ສ້າງຢູ່ພາຍໃນປະເທດ 4 ສະຫາຍ ແລະ ເຝິກອົບຮົມຢູ່ ສປ ຈີນ 1 ສະຫາຍ; ດ້ານວຽກງານ ວິຊາສະເພາະ ໄດ້ເປີດເຝິກອົບຮົມ ໄລຍະສັ້ນ ວຽກງານຫໍພິພິທະພັນ-ຫໍສະໝຸດກອງທັບ ໃຫ້ພະນັກ ງານ-ນັກຮົບບັນດາກົມກອງ ຂອບເຂດໃຈກາງນະຄອນຫຼວງ 1 ຄັ້ງ ລວມມີ 13 ກົມກອງ ເຂົ້າ ຮ່ວມ, ໄດ້ຕ້ອນຮັບ ແລະ ມອບ-ຮັບປຶ້ມນຳບັນດາພາກສ່ວນອົງ ການຈັດຕັ້ງຕ່າງໆ ເຊັ່ນ: ສະຖາ ບັນວິທະຍາສາດເສ ດຖະກິດ ແລະ ສັງຄົມແຫ່ງຊາດ, ສຳນັກພິມ ແລະ ພິມຈຳໜ່າຍປຶ້ມແຫ່ງລັດ, ໄດ້ຈັດວາງສະແດງປຶ້ມໃນໂອ ກາດວັນສໍາຄັນ ເປັນຕົ້ນໃນໂອ ກາດຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ, ສະເຫຼີມສະ ຫຼອງວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 75 ປີ ຢູ່ຫໍວັດ ທະນະທໍາແຫ່ງຊາດ, ວັນສ້າງຕັ້ງ ຫໍສະໝຸດກອງທັບ ຄົບຮອບ 38 ປີ, ວັນແມ່ຍິງສາກົນ ຄົບຮອບ 115 ປີ, ກອງປະຊຸມໃຫຍ່ຜູ້ແທນສະ ມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ, ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ, ວັນຢຶດອໍານາດທົ່ວປະເທດ ຄົບຮອບ 50 ປີ, ວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ແຫ່ງ ຊາດ; ດ້ານວຽກງານຂະບວນ ການ ໄດ້ສ້າງຂະບວນການຖາມ-ຕອບຄວາມຮູ້ຮອບຕົວ ຢູ່ພາຍໃນ ກົມກອງ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຄື: ວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 115 ປີ, ໄດ້ບໍລິການ ການອ່ານ-ຢືມປຶ້ມຢູ່ໃນ ແລະ ນອກສະຖານທີ່ ລວມ 2.445 ສະຫາຍ, ຮັບ ໜັງສືພິມໄວ້ບໍລິການອ່ານກັບທີ່ 1.502ສະບັບ, ຄັດໜັງສືພິມ ໄວ້ສໍາເນົາຍາວນານ 1.289 ສະບັບ, ຕິດສີໝາຍໝວດໝູ່ປຶ້ມ 1.011 ສະບັບ, ສ້າງຄໍາຖາມ-ຄໍາຕອບໄດ້ 114 ຂໍ້, ສ້ອມແປງ ປຶ້ມເກົ່າ 134 ຫົວ, ຈັດປຶ້ມໃຫ້ກົມ ກອງໄປບໍລິການ 2 ກົມກອງມີ 113 ຫົວ, ສະແກນປຶ້ມ 80 ຫົວ, ແກ້ໄຂໂປຣແກຣມ Infolip ໃຫ້ ວິທະຍາຄານນາຍທະຫານ ບົກ ກົມມະດຳ 2 ໜ່ວຍ, ປັບປຸງ ໂປຣ ແກມໃຫ້ກົມ ວິທະຍາສາດ-ປະ ຫວັດສາດການທະຫານ ໄດ້ສຳ ເລັດ, ເຂົ້າເຕັກນິກປຶ້ມ 638 ຫົວ, ເຂົ້າທະບຽນປື້ມ 908 ຫົວ, ຕິດ ສັນ-ຊອງປຶ້ມ 553 ຫົວ, ຂຽນ ບັດລາຍການປຶ້ມ 877 ຫົວ, ແປງ ໝວດໝູ່ປຶ້ມຄືນໃໝ່ 141 ຫົວ, ຂົນຂວາຍປຶ້ມນໍາສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ, ຄະນະຈັດຕັ້ງສູນ ກາງພັກ ແລະ ຊື້-ຈັດຫາ ປື້ມເຂົ້າຫ້ອງອ່ານ 74 ຫົວ, ມອບປຶ້ມ ແລະ ວາລະສານເຂົ້າຫ້ອງສະໝຸດ ໃຫ້ບັນດາກົມກອງ ໃນກອງທັບ ລວມມີ 18 ກົມກອງ, ຈໍານວນ 240 ຫົວ, ມູນຄ່າ 8.320.000 ກີບ, ແຈກຢາຍປຶ້ມໃນງານສະ ແດງປຶ້ມເນື່ອງໃນໂອກາດ ວັນສະ ເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ ຈຳນວນ 30 ຫົວ ມູນຄ່າ 1.990.000 ກີບ; ວຽກງານຮັບ ປະກັນຊີວິດການເປັນຢູ່ ຄະນະ ພັກ-ຄະນະອຳນວຍການໄດ້ປຸກ ລະດົມຊຸກຍູ້ໃຫ້ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງຂອງ ຕົນ ສ້າງເສດຖະກິດຕາມເງື່ອນ ໄຂທ່າແຮງ ຂອງແຕ່ລະສະຫາຍ, ແຕ່ລະຄອບຄົວ ໂດຍສະເພາະ ແມ່ນການປູກຝັງ, ລ້ຽງສັດ ຕາມ ທິດນໍາ 4 ປູກ 4 ລ້ຽງ ແລະ ອື່ນໆ ຕາມຄວາມສາມາດ ເພື່ອສ້າງລາຍຮັບເຂົ້າຄອບຄົວ ແລະ ກົມ ກອງຕາມຄໍາຂວັນທີ່ວ່າເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ດ້ານວຽກງານການພົວພັນ ຮ່ວມມືສາກົນ ໄດ້ສືບຕໍ່ການພົວ ພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ຫໍສະໝຸດກອງ ທັບປະຊາຊົນລາວ ກັບຫໍສະໝຸດ ກອງທັບຫວຽດນາມ ທີ່ເຄີຍມີ ມູນເຊື້ອມາແຕ່ດົນນານ ຫັນເຂົ້າ ສູ່ລວງເລິກ ແລະ ຈະເລີນງອກ ງາມຍິ່ງໆຂຶ້ນ.
ໂດຍ: ອາຄົມ ສີພາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















