ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ຈັດກິດຈະກຳແຂ່ງຂັນຍິງລູກປືນແທ້ ມິດຕະພາບ ລະຫວ່າງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ກັບ ບັນດາເມືອງ ແລະ ນັກທຸລະກິດອ້ອມຂ້າງ
ເວລາອອກຂ່າວ: 2026-01-19 12:19:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 191 | ຄວາມນິຍົມ:



ເນື່ອງໃນໂອກາດຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ໃກ້ຈະມາເຖິງນີ້ໃຫ້ເຕັມໄປດ້ວຍຄວາມໝາຍ ແລະ ບັນຍາກາດເບີກບານມວ່ນຊື່ນ. ມາໃນວັນທີ 15 ມັງກອນ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຈັດກິດຈະກໍາແຂ່ງຂັນຍິງລູກປືນແທ້ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ1, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ1, ສະຫາຍ ສົມຫັວງ ພອນຄຳວົງສາ ຄະນະບໍລິຫານງານພັກ ເມືອງນ້ຳບາກ, ສະຫາຍ ສົມສະນິດ ແກ່ນມະນີ ປະທານຄະນະກຳມະການປົກຄອງ ເມືອງງອຍ, ມີນັກທຸລະກິດ, ພະນັກງານການນຳຂັ້ນໂຮງຮຽນ, ທີມງານຂອງແຕ່ລະຄະນະ ແລະ ພາກສ່ວນຮັບຜິດຊອບເຂົ້າຮ່ວມ. ກ່ອນການແຂ່ງຂັນຍິງລູກປືນແທ້, ຄະນະຮັບຜິດຊອບພາກສວນສະໜາມໄດ້ອະທິບາຍກ່ຽວກັບວິທີບາດກ້າວ, ຂັ້ນຕອນຕ່າງໆຂອງການຍິງປືນໃຫ້ແຕ່ລະສະຫາຍນັກກິລາໄດ້ຮັບຮູ້ ເພື່ອເຮັດໃຫ້ການແຂ່ງ ຂັນມີຜົນສຳເລັດສູງ ແລະ ຮັບປະກັນຄວາມປອດໄພ 100%, ໃນນີ້ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 60 ສະ ຫາຍ, ແບ່ງອອກເປັນ 12 ທີມ, ມີ 2 ປະເພດປືນຍິງຄື: ປືນ AKM ຍິງເປົ້າຈານ ໄລຍະ 100 ແມັດ, ປືນ K59 ຍິງເປົ້າເຈ້ຍ ໄລຍະ 25 ແມັດ. ຜ່ານການແຂ່ງຂັນຕົວຈິງເຫັນວ່າແຕ່ລະທີມກໍ່ໄດ້ເອົາໃຈໃສ່ປະຕິບັດລະບຽບຂອງການແຂ່ງຂັນໄດ້ດີ, ເຂົ້າຮ່ວມຢ່າງມີບັນຍາກາດ, ຮັກສາໄດ້ດ້ານຄວາມສາມັກຄີ ແລະ ດັບສູນເປົ້າໝາຍໄດ້ຕາມຈຸດປະສົງ. ສະແດງອອກຜົນຂອງການແຂ່ງຂັນປະເພດປືນ AKM ປະເພດ1 ໄດ້ແກ່ທີມຂອງຄະນະປົກຄອງເມືອງງອຍ, ປະເພດ2 ທີມຂອງຄະນະພັກ-ຄະນະອໍານວຍການໂຮງຮຽນກໍ່ສ້າງນາຍສິບເລກ1, ປະເພດ3 ທີມຂອງຄະນະບໍລິຫານງານພັກເມືອງນ້ຳບາກ, ປະເພດປືນ K59 ປະ ເພດ1ໄດ້ແກ່ ທີມຂອງຄະນະພັກ-ຄະນະອຳນວຍການໂຮງຮຽນກໍ່ສ້າງນາຍສິບເລກ1, ປະເພດ2 ທີມຄະນະບໍລິຫານງານພັກເມືອງນ້ຳບາກ ແລະ ປະເພດ3 ແມ່ນທີມນັກທຸລະກິດ. ໃນໂອກາດເຂົ້າຮ່ວມການແຂ່ງຂັນຍິງລູກປືນແທ້ໃນຄັ້ງນີ້ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ1 ກໍ່ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ໄດ້ເຂົ້າຮ່ວມແຂ່ງຂັນມິດຕະພາບໃນຄັ້ງນີ້ ແລະ ເປັນການຜູກແໜ້ນຄວາມສາມັກຄີ ບົນຈິດໃຈເພີ່ມພູນຄູນສ້າງ ແລະ ສົ່ງເສີມສາຍສໍາພັນໄມຕີຈິດມິດຕະພາບລະຫວ່າງໂຮງຮຽນກໍ່ສ້າງນາຍສິບເລກ1 ກັບຄະນະບໍລິງານພັກເມືອງນ້ຳບາກ, ຄະນະປົກ ຄອງເມືອງງອຍ ແລະ ນັກທຸລະກິດອ້ອມຂ້າງ ທີ່ເຫັນໄດ້ຄວາມສຳຄັນຂອງວັນດັ່ງກ່າວ ພ້ອມທັງອວຍພອນໃຫ້ທຸກສະຫາຍຈົ່ງມີພາລະນາໄມແຂງແຮງ ສຳເລັດທຸກໜ້າທີ່ການງານ ແລະ ດໍາເນີນທຸລະກິດຈະເລີນຮຸ່ງເຮືອງ, ພ້ອມກັນຮັກສາແໜ້ນຄວາມສາມັກຄີໃຫ້ແໜ້ນແຟ້ນ ດັ່ງຄຳສຸພາສິດທີວ່າ: ປະຊາຊົນປຽບດັ່ງປາກັບນ້ຳທີ່ແຍກອອກຈາກກັນບໍ່ໄດ້. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ