ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານ ເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ
ເວລາອອກຂ່າວ: 2026-01-19 12:22:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 134 | ຄວາມນິຍົມ: ![]()
ວັນທີ 16 ມັງກອນ 2026 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ມີພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານເມືອງຫານ ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີຄະນະກຳມະການຄຸ້ມຄອງການກໍ່ສ້າງຂອງເມືອງ, ບໍລິສັດຜູ້ຮັບເໝົາ, ນາຍບ້ານ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ທ່ານ ໄຊຍະສິດ ພັນທະນະວົງ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ຜ່ານສັນຍາຮັບເໝົາ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານເມືອງຫານ ລະຫວ່າງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ແຂວງໄຊຍະບູລີ( ເຈົ້າຂອງໂຄງການ ) ແລະ ບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ( ຜູ້ຮັບເໝົາ ).
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານເມືອງຫານ ມີລວງຍາວ 854 ແມັດ, ລວງກວ້າງຂອງໜ້າທາງ 5 ແມັດ, ໂດຍແມ່ນບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າການກໍ່ສ້າງທັງໝົດ 1.7 ຕື້ກວ່າກີບ, ໄລຍະເວລາການກໍ່ສ້າງແມ່ນກຳນົດເວລາ 6 ເດືອນ ເລີ່ມແຕ່ວັນທີ 16 ມັງກອນ ຫາ ວັນທີ 16 ກໍລະກົດ 2026, ໂຄງການດັ່ງກ່າວແມ່ນນໍາໃຊ້ແຫຼ່ງທຶນສະໜັບສະໜູນຈາກ ບໍລິສັດໄຟຟ້າຫົງສາ ຈໍາກັດ, ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ລົງນາມເຊັນສັນຍາ ຢ່າງເປັນທາງການລະຫວ່າງ ທ່ານ ປານີ ປ້ອງຄຳ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ( ໃນນາມເຈົ້າຂອງໂຄງການ ) ແລະ ທ່ານ ສີນວນ ເສີດບົວສີ ຕາງໜ້າບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ( ໃນນາມຜູ້ຮັບເໝົາ ), ໂດຍຊ່ອງໜ້າຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ຂ່າວ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















