ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ຄະນະນໍາກະຊວງປ້ອງກັນປະເທດ ເຄື່ອນໄຫວອວຍພອນ ອະດີດການນໍາພັກລັດ
ເວລາອອກຂ່າວ: 2026-01-19 12:28:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2026 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດແຫ່ງ ສປປ ລາວ. ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2025). ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າໃຫ້ນາຍ ແລະ ພົນທະຫານທົ່ວກອງທັບ ກ່າວຄຳອວຍພອນ, ສະແດງຄວາມນັບຖື ແລະ ຮູ້ບຸນຄຸນມາຍັງ ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມທັງອວຍພອນໃຫ້ທ່ານ ຈົ່ງມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ເຮັດໜ້າທີ່ເປັນພະນັກງານອາວຸໂສທີ່ມີມູນເຊື້ອດີເດັ່ນ, ເປັນແບບຢ່າງໃຫ້ແກ່ພະນັກງານ-ນັກຮົບຮຸ່ນໜຸ່ມ, ພ້ອມຈະນໍາເອົາມູນເຊື້ອຮັກຊາດ ແລະ ແບບຢ່າງອັນດີງາມຂອງທ່ານມາຜັນຂະຫຍາຍເຂົ້າໃນການພັດທະນາກົມກອງ ໃຫ້ນັບມື້ກ້າວໜ້າ, ເຂັ້ມແຂງຂຶ້ນເລື້ອຍໆ. ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ກ່າວ ຄໍາຂອບໃຈ ຕໍ່ຄະນະພັກ ກະຊວງປ້ອງກັນປະເທດທີ່ມາອວຍພອນໃນຄັ້ງນີ້, ຍາມໃດກໍເປັນຫ່ວງເປັນໃຍ ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຮູ້ບຸນຄຸນຕໍ່ອະດີດການນໍາ ອວຍພອນມາຍັງສະຫາຍພ້ອມຄະນະ ກໍຄືການນຳກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ພັດທະນາກົມກອງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ. ໂດຍ: ສຸກສົງການ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ